ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-08-12 18:51:02    
ສື່​ມວນ​ຊົນ​ອິນ​ເດຍຕີ​ລາຄາ​ສູງຕໍ່​ນັກ​ກິລາ​ຍິງ​ປືນ​ຂອງ​ອິນ​ເດຍ​ຊິງ​ໄດ້​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​ຂອງ​ອິນ​ເດຍ​ໃນ​ລາຍການ​ແຂ່ງ​ຂັນ​ສ່ວນ​ບຸກ​ຄົນ​ຂອງ​ງານ​ໂອ​ລິ​ມປິກ

cri
ຕາມ​ຂ່າວCRI, ​ໃນ​ການ​ແຂ່ງຂັນ​ຮອບ​ຊິງ​ຊະນະ​ເລີດ​ປືນ​​ຍາວອັດ​ລົມ10​ແມັດ​ເພດ​ຊາຍຂອງ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ11​ສິງຫາ​ນີ້, ທ້າວອາ​ບີ​ນັຟ ບິນ​ດຼາ ນັກ​ກິລາ​ຍິງ​ປືນ​ອິນ​ເດຍຊິງ​ໄດ້​ຫຼຽນ​ຄຳ​ດ້ວຍ​ຜົນງານ700,5​ແຕ້ມ, ຍາດ​ໄດ້​ຫຼຽນຄຳ​ໂອ​ລິ​ມປິກ​ລາຍການ​ແຂ່ງຂັນ​ສ່ວນ​ບຸກຄົນ​ຫຼຽນ​ທຳ​ອິດ​ໃນ​ປະຫວັດ​ໂອ​ລິ​ມປິກ​ຂອງ​ອິນ​ເດຍ. ວັນ​ທີ12​ສິງຫາ​ນີ້, ສື່​ມວນ​ຊົນ​ສຳຄັນ​ຕ່າງໆ​ຂອງ​ອິນ​ເດຍ​ໄດ້​ພິມ​ບົດ​ຄວາມ​ຕີ​ລາຄາ​ສູງ​ຕໍ່​ຜົນງານ​ຄັ້ງປະຫວັດ​ການ​ດັ່ງກ່າວ.

ໜັງສືພິມ​ເດີ ​ໄທ​ມສ ​ໂອ​ຟ ອິນ​ເດຍ ພິມ​ບົດ​ຄວາມ​ຢູ່​ໜ້າ​ທຳ​ອິດ, ​ໃຊ້ຄຳ​ສັບ​ທີ່​​ເຕັມ​​ໄປ​ດ້ວຍຄວາມ​ກະຕືລື​ລົ້ນ​​ບັນຍາຍ​​ເວລາ​ຄັ້ງ​ປະຫວັດ​ການ​ດັ່ງກ່າວ​ຂອງ​ທ້າວ​ອາ​ບີ​ນັຟ.

ບົດ​ຄວາມ​ຂອງ​ໜັງສືພິມ​ເດີ ຮິນ​ດູ ຊີ້​ອອກ​ວ່າ, ນີ້​ແມ່ນ​ນັກ​ກິລາ​ອິນ​ເດຍຊິງ​ໄດ້​ຫຼຽນ​ລາງວັນ​ສ່ວນ​ບຸກຄົນຫຼຽນ​ທີ5​​ໃນ​ປະຫວັດ​ງານ​ໂອ​ລິ​ມປິກ, ພັດ​ແມ່ນ​ຫຼຽນ​ຄຳ​ໂອ​ລິ​ມປິກ​ສ່ວນ​ບຸກຄົນຫຼຽນ​ທຳ​ອິດ. ​ເພື່ອ​ຫຼຽນ​ຄຳ​ຫຼຽນ​ນີ້, ອິນ​ເດຍ​ໄດ້​ລໍຖ້າ​ດົນ​ໂພດ​ແລ້ວ, ປະຊາຊົນ​ທົ່ວ​ປ​ະ​ເທດ​ອິນ​ເດຍ​ລ້ວນ​ແຕ່​ພາກພູມ​ໃຈເພື່ອ​ເລື່ອງ​ນີ້.

ພາຍຫຼັງ​ທ້າວ​ອາ​ບີ​ນັຟຊິງ​ໄດ້​ຫຼຽນ​ຄຳ​ແລ້ວ, ປະທານາທິບໍດີ​ແລະ​ນາຍົກລັດຖະມົນຕີອິນ​ເດຍກໍ​ໄດ້​ພາກັນກ່າວ​ຄຳ​ປາ​ໄສ​ສະ​ແດງ​ຄວາມ​ຊົມ​ເຊີຍ​ເພິ່ນ.