ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-08-12 18:59:17    
ການ​ແຂ່ງຂັນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ເຂົ້າ​ສູ່​ມື້​ທີ​4 ຫຼຽນ​ຄຳ12​ຫຼຽນ​ມີ​​ເຈົ້າ​ຂອງ​ແລ້ວ

cri
ຕາມ​ຂ່າວCRI, ວັນ​ທີ12​ສິງຫາ​ນີ້, ການ​ແຂ່ງຂັນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ເຂົ້າສູ່​ມື້​ທີ4, ຈະ​ຊິງ​ເອົາ​ຫຼຽນ​ຄຳ19​ຫຼຽນ. ນັບ​ມື້​ຮອດ18​ໂມງ​ເວລາ​ປັກ​ກິ່ງ, ​ຫຼຽນ​ຄຳ12​ຫຼຽນມີ​ເຈົ້າ​ຂອງ​ແລ້ວ.

ຕອນ​ເຊົ້າ​ວັນ​ທີ12​ສິງຫາ​ນີ້, ທິມກາຍຍະ​ກຳ​ເພດ​ຊາຍ​ຈີນ​ຊິງ​ໄດ້​ຫຼຽນ​ຄຳ​ໝູ່ຄະນະ​ເພດ​ຊາຍ​ໂອ​ລິ​ມປິກ​ທີ່​ເສຍ​ໄປ4​ປີ. ທິມຍີ່ປຸ່ນ ​ແຊມ​ປຽນ​ໂອ​ລິ​ມປິກ​ອາ​ແຕນ​ເປັນ​ທີ​ສອງ, ທິມອາ​ເມ​ລິ​ກາ​ເປັນ​ທີ​ສາມ.

​ໃນ​ການ​ແຂ່ງຂັນ​ລອຍ​ຂວ້ຳ200​ແມັດຮອບ​ຊະນະ​ເລີດ, ທ້າວ​ຟິວພສ໌ ນັກ​ກິລາ​ອາ​ເມ​ລິ​ກາ​ຊິງ​ໄດ້​ຫຼຽນ​ຄຳ, ​ແລະ​ທຳລາຍ​ສະຖິຕິ​​ໂລກ. ນີ້​ແມ່ນ​ທ້າວ​ຟິວພສຼຊິງ​ໄດ້​ຫຼຽນ​ຄຳ​ຫຼຽນ​ທີ​ສາມ​ໃນ​ງານ​ໂອ​ລິ​ມປິກ​ຄັ້ງ​ນີ້.

​ໃນ​ການ​ແຂ່ງຂັນ​ລອຍ​ຫງາຍ​ເພດ​ຊາຍ​ຮອບ​ຊະນະ​ເລີດ, ທ້າວ​ເປ​ໂຊ ອາຣອນ ນັກ​ກິລາ​ອາ​ເມ​ລິ​ກາ​ຊິງ​ໄດ້​ຫຼຽນ​ຄຳ, ​ແລະ​ທຳລາຍ​ສະຖິຕິ​ໂລກ.

​ໃນ​ການ​ແຂ່ງຂັນ​ປືນ​ສັ້ນ​ຍິງ​ຊ້າ50​ແມັດ​ເພດ​ຊາຍ​ຮອບ​ຊະນະ​ເລີດ, ທ້າວ​ຈິນຈົງ​ໂອ ນັກ​ກິລາ​ສາທາລະນະ​ລັດ​ເກົາຫຼີ​ຊິງ​ໄດ້​ຫຼຽນ​ຄຳ, ທ້າວ​ກິມຈົງ​ຊູ ນັກ​ກິລາສປປ​ເກົາຫຼີ​ຊິງ​ໄດ້​ຫຼຽນ​ເງິນ, ທ້າວ​ຖານ​ຈົ່ງ​ລ້ຽງ ນັກ​ກິລາ​ອາວຸ​ໂສ​ຂອງ​ຈີນທີ່​ເຂົ້າ​ຮ່ວມ​ງານ​ໂອ​ລິ​ມປິກ4​ຄັ້ງ​ຊິງ​ໄດ້​ຫຼຽນ​ທອງ.

​ໃນ​ການ​ແຂ່ງຂັນ​ໂດດ​ນ້ຳ​ເທິງ​ແທ່ນ10​ແມັດ​ເພດ​ຍິງ​ຄູ່​ຮອບ​ຊະນະ​ເລີດ, ນາງ​ວາ​ງຊິນ​ແລະ​ນາງ​ເສິນ​​ໂຢ້​ລິນ ນັກ​ກິລາ​ຈີນ​ຊິງ​ໄດ້​ຫຼຽນ​ຄຳ. ນີ້​ແມ່ນ​ທິມ​ໂດດ​ນ້ຳ​ຈີນ​ຊິງ​ໄດ້​ຫຼຽນ​ຄຳ​ດັ່ງກ່າວ​ໃນ​ງານ​ໂອ​ລິ​ມປິກ​ເປັນ3​ຄັ້ງ​ລຽນຕິດ, ກໍ​ແມ່ນ​ຫຼຽນ​ຄຳ​ໂດດ​ນ້ຳ​ຫຼຽນ​ທີ​ສາມ​ຂອງ​ທິມຈີນ​ໃນ​ງານ​ໂອ​ລິ​ມປິກ​ຄັ້ງ​ນີ້.

​ໃນ​ການ​ແຂ່ງຂັນ​ຍິງສອງ​ຈານ​ບິນື​ຫຼາຍ​ທິດ​ເພດ​ຊາຍ, ທ້າວ​ແອ​ເລີ ​ໂວ​ນຕັນ ນັກ​ກິລາ​ອາ​ເມ​ລິ​ກາ​ຊິງ​ໄດ້​ຫຼຽນ​ຄຳ, ​ແລະ​ທຳ​ລາຍ​ສະຖິຕິ​ງານ​ໂອ​ລິ​ມປິກ.

​ໃນ​ການ​ຍົກ​ນ້ຳໜັກ​ເພດ​ຍິງ​ລຸ້ນ63ກິ​ໂລ, ນາງ​ປັກ​ຮຽນ​ຊຸນ ນັກ​ກິລາສປປ​ເກົາຫຼີ​ຊິງ​ໄດ້​ຫຼຽນ​ຄຳ.
​ໃນ​ການ​ແຂ່ງຂັນ​ເຮືອ​ກາ​ໂນ​ກາຍັກ​ວິບາກ​ເພດ​ຊາຍ​ດຽວ, ທ້າວ​ມາ​ທີ​ຄານ ມີ​ຄານ ນັກ​ກິລາ​ຊື່​ດັງ​ສ​ໂລ​ວາ​ກີ​ຊິງ​ໄດ້​ຫຼຽນ​ຄຳ​ອີກ​ເທື່ອ​ໜຶ່ງ​ພາຍຫຼັງ​ລາວ​ຊິງ​ໄດ້​ຫຼຽນ​ຄຳ​ໃນ​ງານ​ໂອ​ລິ​ມປິກ​ອັດ​ລັງ​ຕາ​ປີ1996. ທ້າວ​ອ​າ​ເລັກ​ຊັນ​ເດີ ກຼິມ ນັກ​ກິລາ​ເຢຍລະ​ມັນ​ຊິງ​ໄດ້​ແຊມ​ປຽນ​ໃນ​ການ​ແຂ່ງຂັນ​ເຮືອ​ກາ​ໂນກາ​ຍັກ​ສີພາຍ​ດຽວ.

​ໃນ​ການ​ແຂ່ງຂັນ​ມວຍ​ປ້ຳ​ບູຮານ​​ເພດ​ຊາຍລຸ້ນ55ກິ​ໂລ​ຮອບ​ຊະນະ​ເລີດ, ທ້າວ​ມານ​ຄຽກ ນັກ​ກິລາ​ຣັດ​ເຊຍ​ຊິງ​ໄດ້​​ແຊມ​ປຽນ.

ປະຈຸ​ບັນ, ຈີນ, ອາ​ເມ​ລິ​ກາ​ແລະ​ສາທາລະນະ​ລັດ​ເກົາຫຼີ​ໄດ້​​ເປັນທີ1​ຫາ​ທີ3​ໃນ​ການລຽງ​ລຳດັບຫຼຽນ​ລາງວັນ, ​ໄທ​ຊິງ​ໄດ້​ຫຼຽນ​ຄຳ1​ຫຼຽນ​, ​ເປັນ​ທີ13, ຫວຽດນາມ​ຊິງ​ໄດ້​ຫຼຽນ​ເງິນ1​ຫຼຽນ​ເປັນ​ທີ23, ອິນ​ໂດ​ເນ​ເຊຍ​ຊິງ​ໄດ້​ຫຼຽນ​ທອງ2​ຫຼຽນ​ເປັນ​ທີ31.