ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-08-17 13:07:01    
ຮັກ​ໂອ​ແລັມປິກ20​ປີ

cri Author: li
ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ຕໍ່​ໄປ​ແມ່ນ​ລາຍການ"​ສາຍ​ດ່ວນ​ໂອ​ແລັມປິກ". ມື້​ນີ້ ພວກ​ເຮົາ​ຈະ​​ໂທລະສັບ​ລົມ​ກັບ​ທ່ານ​ຕົງ​ກ່າງ ຄູ​ສອນ​ພາສາ​ຈີນ​ໃນ​ໂຮງຮຽນ​ມັດ​ທະ​ຍົມ​​ແຫ່ງ​ໜຶ່ງ​ຂອງ​ປັກ​ກິ່ງ,​ເພື່ອ​ຊອກ​ຮູ້​​ເລື່ອງ​ທີ່​​ເພີ່ນ​ຮັກ​​ໂອ​ແລັມປິກ 20 ປີ.


ທ່ານ​ຕົງ​ກ່າງ​ບອກ​ພວກ​ເຮົາ​ວ່າ,ຕັ້ງ​ແຕ່​ຍາມ​ຍັງ​ນ້ອຍ,ທ່ານ​ກໍ​ມັກ​ກິລາຫຼາຍ ​ແລະ​ຮູ້​ດີ​ຕໍ່​ສະພາບ​ການ​ແຂ່ງຂັນ​ຂອງ​ງານ​ກິລາ​ໂອ​ແລັມປິກ​ທຸກ​ຄັ້ງ​ທີ່​ຜ່ານ​ມາ. ທ່ານ​ກ່າວ​ວ່າ,ຄວາມ​ຊົງ​ຈຳ​ຕໍ່​​ງານໂອ​ແລັມປິກ​ຄັ້ງທຳ​ອິດ​ຂອງ​ທ່ານ​ແມ່ນ​ຂາວດຳ.


"ປີ 1988 ງານ​ກິລາ​ໂອ​ແລັມປິກ​ເຊ​ອຸ່ນ​ຄັ້ງທີ 24 ​ແມ່ນ​ຄວາມ​ຊົງ​ຈຳ​ຄັ້ງທຳ​ອິດ​ຂອງ​ຂ້ອຍຕໍ່​ງານ​ກິລາ​ໂອ​ແລັມປິກ,ປີນັ້ນ ຂ້ອຍອາຍຸ 10 ປີ,​ເວລານັ້ນ​ແມ່ນ​ຍາມ​ພັກ​ຮຽນ,ຂ້ອຍ​ຈື່​ໄດ້​ວ່າ ຂ້ອຍ​ຈົນ​ລືມ​ເຮັດ​ວຽກບ້ານ,​ແຕ່​ລະ​ມື້​ກໍ​ເບິ່ງ​​​ແຕ່ໂທລະ​ພາບ. ຈົນມາ​ຮອດ​ດຽວ​ນີ້,ຂ້ອຍ​​ຍັງ​ຈື່​ແຕ່ນາງ​ກ່າວ​ໝິນທໍ່​ນັ້ນ,​ເວລາ​ນັ້ນ ພວກ​ເຮົາ​ເອີ້ນ​ນາງ​ເປັນ​ລາ​ຊີ​ນີ​ໂດດ​ນ້ຳ. ​ເວລາ​ນັ້ນ ຄອບຄົວ​ຍັງ​ຍາກ​ແດ່,ມີ​ແຕ່​​ໂທລະພາບ​ຂາວ​ດຳ 14 ນິ້ວ​ໜ່ວຍໜຶ່ງ. ສະນັ້ນ ຂ້ອຍ​ຈຶ່ງ​ເວົ້າວ່າ ​ຄວາມ​ຊົງ​ຈຳຂອງ​ຂ້ອຍ​ຕໍ່​ງານ​ກິລາ​ໂອ​ແລັມປິກ​ຄັ້ງທຳ​ອິດ​ແມ່ນ​ຂາວ​ດຳ."


​ແຕ່​ເສຍ​ດາຍ​,ຫຼັງຈາກ​ນັ້ນ 20 ປີ ທ່ານ​ຕົງ​ກ່າງຍັງ​ບໍ່​ສາມາດ​ຊື້​ປີ້​ເຂົ້າຊົມພິທີ​ໄຂ​ງານ​ກິລາ​ໂອ​ແລັມປິກ​ປັກ​ກິ່ງ​ໄດ້,​ສະນັ້ນ ທ່ານ​ໄດ້​ຈັດຕັ້ງ​ນັກຮຽນ​ທີ່​ມັກ​ກິລາ 10 ກວ່າ​ຄົນ​ໃນ​ຫ້ອງ​ຮຽນ​ມາ​ເບິ່ງ​ພິທີ​ໄຂ​ງານ​ໂອ​ແລັມປິກ​ຢູ່​ໃນ​ຫ້ອງປະຊຸມ​ຂອງ​ໂຮງຮຽນ. ​ຜູ້​ໃດ​ກໍ​​ມ່ວນ​ຫຼາຍ. ທ່ານ​ຕົງ​ກ່າງ​ກ່າວ​ວ່າ:


"ຂ້ອຍ​ຮູ້ສຶກ​ວ່າ​ພິທີ​ໄຂ​ງານ​ຍິ່ງ​ໃຫຍ່ມະ​ໂຫລານ​ທີ່​ສຸດ,ມີ​ຄວາມ​ໝາຍ​ຫຼາຍ,​ເພາະວ່າ​ມັນ​​ໄດ້​ສະ​ແດງ​ວັດທະ​ນະທຳ​ທີ່​ອຸດົມ​ສົມບູນ​ຫຼາຍ. ຂ້ອຍ​ຮູ້ສຶກ​ວ່າ​ນີ້​ແມ່ນ​ພີ​ທີ​ໄຂ​ງານ​ຄັ້ງໜຶ່ງ​ທີ່​ສາມາດ​ເຮັດ​ໃຫ້​ຜູ້​ຊົມ​ມີ​ພາບ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ,​ໂດຍ​ສະ​ເພາະ​ແມ່ນ​ການສະ​ແດງ​ວັດທະນະທຳ​ຈີນ,​ໃຊ້​ລະບົບ​ແສງ​ສີ​ສຽງ​ທີ່​ລ້ຳ​ຍຸກ​ໃນ​ສະໜາມ,​ຂ້ອຍ​ຮູ້ສຶກ​ວ່າ ບໍ່​ວ່າ​ຕໍ່​ຊາວ​ຈີນ​ກໍ​ຄື​ຊາວ​ໂລກ,​ເຫດການ​ທີ່​ປະ​ທັບໃຈ​ນີ້​​ເຂົາ​ເຈົ້າຈະ​ຈື່​ຈຳຕະ​ຫຼອດ​ຊີວິດ."

ທ່ານ​ຕົງ​ກ່າງ​ເວົ້າ​ວ່າ, ​ຄວາມ​ຕື່ນ​ເຕັ້ນ​ທີ່ພິ​ທີ​ໄຂ​ງານ​ກິລ​າ​ໂອ​ລິ​ມປິກ​ຄັ້ງ​ນີ້​ນຳ​ມາໃຫ້​ລາວ​, ​ພ້ອມ​ດ້ວຍ​ຄວາມຕື່ນ​ເຕັ້ນ​ທີ່​ປັກ​ກິ່ງ​ຮ້ອງ​ຂໍ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ສຳ​ເລັດ​ຜົນ​ໃນ​ປີ2001ນັ້ນ, ຈະ​ເຮັດ​ໃຫ້​ລາວ​ຈື່​ຈຳ​ໄປ​ຕະຫຼອດ​ຊີວິດ. ລາວ​ເວົ້າ​ວ່າ,

ວັນ​ທີ​13ກໍ​ລະກົດ​ປີ2001, ຂ້ອຍ​ຈື່​ໄດ້​ດີທີ່​ສຸດ, ​ໃນ​ຄາວ​ນັ້ນ​ຍັງອີກ​ບໍ່​ເທົ່າ​ໃດ​ມື້​ຂ້ອຍ​ກໍ່​ຈະ​ຮຽນ​ຈົບ​ຈາກ​ມະຫາ​ວິທະ​ຍາ​ໄລ​ແລ້ວ, ໝູ່​ເພື່ອນ​ຫຼາຍ​ຄົນ​ໃນ​ຫ້ອງ​ນອນ​ດຽວ​ກັນ​​ເຕົ້າ​ໂຮມກັນ​ຢູ່​ໃນ​ຮ້ານ​ອາ​ຫານ​ນ້ອຍ​ໆແຫ່ງ​ໜຶ່ງ​ຢູ່​​ໃກ້ໂຮງຮຽນ. ​ໃນ​ເວລາ​ປະມານ22​ໂມງ, ທ່ານ​ຊາ​ມາຣານປະກາດ​ວ່າ ປັກ​ກິ່ງ​ໄດ້​ຮັບ​ສິດ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ2008, ຄົນ​ທັງຫຼາຍ​ຕື້ນ​ຕັນ​ໃຈ​ທີ່​ສຸດ. ຍັງ​ຈື່​ໄດ້​ວ່າ​ຢູ່​ຮ້ານ​ອາຫານ​ນ້ອຍ​ແຫ່ງ​ນັ້ນ, ລູກ​ຄ້າ​ທັງ​ໝົດ​ໄດ້ຍົກ​ໄມ້​ຖູ່​ຂຶ້ນສະ​ແດງ​ຄວາມດີ​ໃຈ​ທີ່​ສຸດ.

ທ້າວ​ຕົງກ່າງ​ກ່າວ​ເວົ້າ​ວ່າ, ຄວາມ​ຮູ້ສຶກ​ແນວ​ນີ້​ກໍ່​ຄື​ກັນ​ກັບ​ເມື່ອ​ໄດ້​ຊົມ​ການ​ແຂ່ງຂັນ​ຍົກ​ນ້ຳ​ໜັກ​ລຸ້ນ48ກິ​ໂລ​ເພດ​ຍິງ​ນັ້ນ,​ເວລາ​ຍ່າງ​ກໍ່​ຮູ້ສຶກ​ມ່ວນ​ໃຈ. ລາວ​ເວົ້າ​ວ່າ,

ບໍ່​ນຶກ​ບໍ່​ຝັນ​ວ່າ, ປີ້​ໃບ​ທຳ​ອິດ​ຂອງ​ຂ້ອຍ​ກໍ​ໄດ້​ເຫັນ​ທິມຈີນ​ໄດ້​ຫຼຽນ​ຄຳຫຼຽນ​ທຳ​ອິດ, ຂ້ອຍ​ຮູ້ສຶກ​ມີ​ໂຊກ​ທີ່​ສຸດ. ​ເມື່ອ​ຊັກ​ທຸງຊາດ​ຂຶ້ນ, ກໍ່​ຮູ້ສຶກ​ຕື່ນ​ເຕັ້ນ​ຫຼາຍ. ຂ້ອຍ​ເຊື່ອ​ວ່າ​ໃນ​ໄລຍະ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ, ຈະ​ນຳ​ເອົາ​ຄວາມ​ຕື້ນ​ຕັນ​ໃຈ​ຫຼາຍ​ມາ​ໃຫ້​ພວກ​ເຮົາ.

ຄອງ​ຄອຍ​ມາ​ຮ້ອຍ​ປີ, ​ແລະ​ກະ​ກຽມ7ປີ, ງານ​ກິລາ​ໂອ​ລິມປິກ​ປັກ​ກິ່ງ2008​ໄດ້​ມາ​ເຖິງ​ໃນ​ທີ່​ສຸດ. ​ເວົ້າ​ສຳ​ລັບ​ຄົນ​ທຳ​ມະ​ດາ​ທັງ​ຫຼາຍ​ແລ້ວ, ນີ້​ກໍ່​ແມ່ນ​ໄລຍະ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ທ້າວ​ຕົງ​ກ່າງ​ກ່າວ​ເວົ້າ​ວ່າ,

ຄວາມ​ຮູ້ສຶກ​ແບບ​ນີ້, ກໍ່​ເໝືອນ​ດັ່ງ​ຄວາມ​ຮັກ​ທີ່ໂຣ​ແມັນ​ຕິກ. ​ແລະ​ຄວາມ​ຝັນ​ນີ້​ໄດ້​ປະກົດ​ຜົນ​ເປັນ​ຈິງ​ໃນ​ວັນ​ທີ8​ສິງຫາ​ນີ້. ຈັ່ງ​ແມ່ນ​ດີ​ໃຈ​ຢ່າງຫາ​ອັນ​ປຽບບໍ່​ໄດ້. ຂ້ອຍ​ເຊື່ອວ່າ​ປະ​ເທດ​ຈີນ​ໃນ​ປີ2008ຍັງ​ຈະ​ມີ​ສິ່ງ​ອັດສະ​ຈັນ​ຫຼາຍ​ກວ່າ​ເກົ່າ, ​ແລະ​ມີ​ຄວາມ​ປາຖະໜາ​ຫຼາຍ​ກວ່າ​ເກົ່າທີ່​ຈະ​ປະກົ​ດຜົນ​ເປັນ​ຈິງ.