ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-08-21 10:31:53    
ຮອງ​ຫົວໜ້າ​ຄະ​ນະ​ນັກ​ກິລາ​ມຽນມາ: ຢູ່​ບ້ານ​ໂອ​ລິ​ມ​ປິກ​ຮູ້​ສຶກ​ເໝືອນ​ດັ່ງ​ໄດ້​ກັບ​ບ້ານ

cri
ທີ່​ນີ້, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ​ໃນ​ຖານະ​ເປັນ​ເຈົ້າ​ໜ້າ​ທີ່​ຄະນະ​ກຳມະການ​ໂອ​ລິ​ມປິກ​ມຽນມາ​ທີ່​ຮັບຜິດຊອບ​ການ​ແຂ່ງ​ຂັນ​ແລະ​ຝຶກ​ຊ້ອມ, ​ໃນ40​ປີ​ມາ​ນີ້, ທ່ານ​ອູ​ຄິມມາງ​ລວິນ ຮອງ​ຫົວໜ້າ​ຄະນະ​ນັກ​ກິລາ​ໂອ​ລິ​ມປິກ​ມຽນມາ​ໄດ້​ນຳພາ​ທິມຊາດ​ມຽນມາ​ໄປເຂົ້າ​ຮ່ວມ​ການ​ແຂ່ງຂັນ​ພາ​ກພື້ນ​ແລະ​ສາກົນ​ທຸກ​ຄັ້ງ, ທ່ານ​ເຄີຍ​ໄປ60​ກວ່າ​ປະ​ເທດ. ຄັນ​ຊັ້ນ, ທ່ານ​ອູ​ຄິມມາງ​ລວິນ​ມີ​ຄວາມປະ​ທັບ​ໃຈ​ແນ​ວ​ໃດ​ຕໍ່​ງານ​ໂອ​ລິ​ມປິກ​ປັກ​ກິ່ງ? ​​ໃນ​ລາຍການ​ຄະນະ​ນັກ​ກິລາ​ອາຊີ​ອາຄະ​ເນ​ຢູ່​ປັກ​ກິ່ງ​ຂອງ​ພວກ​ເຮົາ​ພາກ​ນີ້, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ປະກອບ​ສຽງ​ຂອງ​ນັກ​ຂ່າວCRIທີ່​ພາດ​ຫົວ​ເລື່ອງ​ວ່າ: ຢູ່​ບ້ານ​ໂອ​ລິ​ມປິກ​ປັກ​ກິ່ງຮູ້ສຶກ​​ເໝືອນ​ດັ່ງ​ໄດ້​ກັບ​ບ້ານ.

ທ່ານ​ອູ​ຄິມມາງ​ລວິນ ຮອງ​ຫົວໜ້າ​ຄະນະ​ນັກ​ກິລາ​ໂອ​ລິ​ມປິກ​ມຽນມາ​ທີ່​ມີ​ອາຍຸ63​ປີ​ໄດ້​ມາ​ປັກ​ກິ່ງ​ຫຼາຍ​ເທື່ອ​ແລ້ວ. ທ່ານ​ເວົ້າ​ວ່າ, ​ແຕ່​ກ່ອນ​ມາ​ປັກ​ກິ່ງ​ແບບ​ຟ້າວໆ​ຟັ່ງໆ, ​ເທື່ອ​ນີ້​ພໍດີ​ແມ່ນ​ຍາມ​ຈັດ​ງານ​ໂອ​ລິ​ມປິກ, ທ່ານ​ຈິ່ງ​ມີ​ໂອກາດ​ພັກ​ຢູ່​ປັກ​ກິ່ງ​ດົນ​ແດ່. ​ເມື່ອ​ເວົ້າ​ເຖິງ​ການ​ປ່ຽນ​ແປງ​ຂອງ​ປັກ​ກິ່ງ, ທ່ານ​ກ່າວ​ວ່າ:

ການ​ພັດທະນາ​ຂອງ​ປັກ​ກິ່ງ​ຈັ່ງ​ແມ່ນ​ໄວ​ແທ້ໆ. ສາມ​ເດືອນ​ກ່ອນ, ຮັງ​ນົກ​ແລະ​ກ້ອນ​ນ້ຳ4​ຫຼ່ຽມຫາ​ກໍ່ສ້າງ​ສຳ​ເລັດ, ​ແຕ່​ບໍ່​ຄຶ​ດບໍ່​ຝັນ​ວ່າ, ຫາ​ກໍ່​ຜ່ານ​ໄປ3​ເດືອນ​ເທົ່າ​ນັ້ນ, ສິ່ງ​ກໍ່ສ້າງ​ເຫຼົ່າ​ນີ້​ກໍ​ຕົບ​ແຕ່ງ​ໄດ້​ງາມ​ປານ​ນີ້​ແລ້ວ.

​ເມື່ອ​ຮູ້​ວ່າ​ນັກ​ຂ່າວ​ໄດ້​ມາ​ທ່ຽວ​ຊົມ​ບ້ານ​ໂອ​ລິ​ມປິກ​ເປັນ​ຄັ້ງ​ທຳ​ອິດ, ທ່ານ​ອູ​ຄິມມາງ​ລວິນ​ພາ​ນັກ​ຂ່າວ​ໄປ​ທ່ຽວ​ຊົມ​ບ້ານ​ໂອ​ລິ​ມປິກ​ຢ່າງ​ເບີກບານ​ມ່ວນ​ຊື່ນ. ທ່ານ​ໄດ້​ພາ​ນັກ​ຂ່າວ​ໄປ​ຊົມ​ຫ້ອງການ​ນາຍບ້ານ​ໂອ​ລິ​ມປິກ​ທີ່​ເປັນ​ສານ​ເຈົ້າພະຍາ​ມັງກອນ​ໃນ​ສະ​ໄໝ​ບູຮານ, ​ເພິ່ນ​ໄດ້​ອະທິບາຍ​ປະຕູ​ໃຫຍ່​ສີ​​ແດງ, ຝາ​ແຕ້ມ​ໜ້າ​ປະຕູ​ແລະ​ຝາ​ຂັ້ນ​ທີ່​ໄດ້​ຄວັດ​​ແກະ12​ລາສີ​ຂອງ​ຈີນ. ​ເພິ່ນ​ອະທິບາຍ​ຢ່າງ​ຫຼ່ຽນ​ໄຫຼ, ຈາກ​ນີ້​ເຫັນ​ໄດ້​ວ່າ​ເພິ່ນ​ໄດ້​ຄົ້ນຄວ້າ​ສິ່ງ​ກໍ່ສ້າງ​ເຫຼົ່າ​ນີ້​ມາ​ໄດ້​ຫຼາຍ​ມື້​ແລ້ວ.
ຕາມ​ຮູ້​ວ່າ, ປະຕູ​ສີ​ແດງ​ຂອງ​ບ້ານ​ໂອ​ລິ​ມປິກ​ແມ່ນ​ສ້າງ​ຕາມ​ແບບ​ສິ່ງ​ກໍ່ສ້າງ​ພະ​ລາຊະ​ວັງ​ໃນ​ສະ​ໄໝ​ບູຮານ​ຂອງ​ຈີນ, ຍັງ​ມີ​ຫຼາຍ​ບ່ອນ, ​ລ້ວນ​ແຕ່​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ບັນຍາກາດ​ວັດທະນະທຳ. ຈີນ​ໄດ້​ເອົາ​ປັດ​ໄຈ​ວັດທະນະທຳ​ບູຮານ​ຂອງ​ຈີນ​ເຊື່ອມ​ໂຍງ​ເຂົ້າ​ໃນ​ສິ່ງ​ກໍ່ສ້າງ​ແບບ​ທັນ​ສະ​ໄໝ​​ໃນ​ບ້ານ​ໂອ​ລິ​ມປິກ, ​ເຣັດ​ໃຫ້​ນັກ​ກິລາ​ປະ​ເທດ​ຕ່າງໆ​ທີ່​ມາ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຢູ່​ຈີນ​ມີ​ໂອກາດ​ຊອກ​ຮູ້​ວັດທະນະທຳ​ຂອງ​ຈີນ, ​ເຂົ້າ​ໃຈ​ອາລະຍະ​ທຳ​ປະຫວັດສາດ​ທີ່​​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ຂອງ​ຈີນ.

ທ່ານ​ອູ​ຄິມມາງລວິນ​ກ່າວ​ວ່າ, ບ້ານ​ໂອ​ລິ​ມປິກ​ດຶງ​ດູດ​ຄົນ​ທັງຫຼາຍ, ບໍ່​ພຽງ​ແຕ່​ຍ້ອນ​ວ່າ​ມີ​ທິວ​ທັດ​ສວຍ​ງາມ​ເທົ່າ​ນັ້ນ, ​ເມື່ອ​ທຽບ​ກັບ​ໂຮງ​ແຮມ​ແລ້ວ, ຈຸດ​ເດັ່ນ​ກວ່າ​ໝູ່​ຂອງ​ບ້ານ​ໂອ​ລິ​ມປິກ​ແມ່ນ​ທຸກ​ຄົນ​ທີ່ຢູ່​ໃນ​ບ້ານ​ສາມາດ​ແລກປ່ຽນ​ກັນ​ຢ່າງ​ໃກ້ຊິດ, ​ໃນ​ຂະນະ​ທີ່​ເຂົ້າ​ພັກ​ຢູ່​ໃນ​ບ້ານ​ໂອ​ລິ​ມປິກ, ຄະນະ​ນັກ​ກິລາ​​ແຕ່ລະປະ​ເທດ​ກໍ​ໄດ້​ຫ້ອຍ​ທຸງຊາດ​ຂອງ​ປະ​ເທດ​ຕົນ​ຢູ່​ນອກ​ປ່ອງຢ້ຽມ, ​ເມື່ອ​ເບິ່ງ​ຈາກ​ທາງ​ໄກ, ທຸກປ່ອງຢ້ຽມລ້ວນ​ແຕ່​ໄດ້​ມີ​ທຸງຊາດ​ນາໆ​ສີ​ປິວ​ສະ​ບັດ, ບ້ານ​ໂອ​ລິ​ມປິກ​ໄດ້​ກາຍ​ເປັນ​ບ້ານໜ່ວຍ​ໂລກ. ​ໃນ​ບ້ານ​ໜ່ວຍ​ໂລກ​ດັ່ງກ່າວ, ນັກ​ກິລາ​ແລະ​ຄູ​ຝຶກ​ຕ່າງປະ​ເທດ​ທີ່​ບໍ່​ເຄີຍ​ເຫັນ​ໜ້າ​ກັນ​ຈັກ​​ເທື່ອ​ມາ​ເປັນ​ເພື່ອບ້ານ​ທີ່​ໃກ້​ຄຽງ​ກັນ, ​ໄດ້​ດຳລົງ​ຊີວິດ​ຢູ່​ບ່ອນ​ດຽວ​ກັນ, ​ທັກ​ທາຍ​ກັນ, ບາງ​ເທື່ອ​ຍັງ​ໄປມາຫາ​ສູ່​ກັນ. ທ່ານ​ເວົ້າ​ວ່າ:

ງານ​ໂອ​ລິ​ມປິກ​ບໍ່​ພຽງ​ແຕ່​ມີ​ການ​ແຂ່ງຂັນ​ດ້ານ​ກິລາ​ເທົ່າ​ນັ້ນ, ຍັງ​ແມ່ນ​ງານ​ມະ​ໂຫລານ​ທີ່​ໃຫ້​ຄົນ​ທັງຫຼາຍ​ມາ​ເຕົ້າ​ໂຮມ​ກັນ. ບ້ານ​ໂອ​ລິ​ມປິກ​ກໍ​ຄື​ບ້ານ​ໜ່ວຍ​ໂລກ, ​ເຖິງ​ວ່າ​ບໍ່​ຮູ້ຈັກກັນ, ​ເມື່ອ​ພົບ​ໜ້າ​ກັນ​ແລ້ວກໍ​ສະໜິດສະໜົມ​ຄື​ເພື່ອນ​ເກົ່າ, ​ເຮັດ​ໃຫ້​ທຸກ​ຄົນຮູ້ສຶກ​ວ່າ​ໂລກ​ນີ້​ມີ​ໄມຕີ​ຈິດ, ສັນຕິພາບ​ແລະ​ກົມ​ກຽວກັນ. ນີ້​ກໍ​ແມ່ນ​ງານ​ໂອ​ລິ​ມປິກ​ໄດ້​ຕ່າງ​ກັບ​ງານ​ກິລາ​ອື່ນໆ, ​ເຮັດ​ໃຫ້​ຄົນ​ຮູ້ສຶກ​ມ່ວນ​ຊື່ນ​ທີ່​ສຸດ.

ທ່ານ​ອູ​ຄິມມາງ​ລວິນ​ຍັງ​ເວົ້າ​ຢອກ​ວ່າ, ຢູ່​ໃນ​ບ້ານ​ໂອ​ລິ​ມປິກ​ຮູ້ສຶກ​​ເບີກບານ​ມ່ວນ​ຊື່ນ​ທີ່​ສຸດ, ຖ້າ​ບໍ່​ມີ​ການ​ແຂ່ງຂັນ, ນີ້​ກໍ​ຄື​ກັນ​ກັບ​​ເຮືອນພັກ, ຢູ່​ເຢັນ​ເປັນ​ສຸກ​ທີ່​ສຸດ. ທ່ານ​​ເວົ້າ​ວ່າ, ​ມື້​ທຳ​ອິດ, ​ເມື່ອ​ທ່ານ​ຍ່າງ​ເຂົ້າ​ຫ້ອງ​ອາຫານ, ທ່ານ​ຮູ້ສຶກ​ງຶດ​ງໍ້​, ​ເພາະວ່າ​ທ່ານ​ເຄີຍ​ໄດ້​ຍິນ​ວ່າຫ້ອງ​ອາຫານ​ໃນ​ບ້ານ​ໂອ​ລິ​ມປິກ​ສາມາດ​​ບັນຈຸ​ໄດ້​ເຖິງ5​ພັນ​ຄົນ​, ຖ້າ​ບໍ່​ເຫັນ​ກັບ​ຕາ, ທ່ານ​ກໍ​ຈະ​ບໍ່​ເຊື່ອເລີຍ. ​​ເພິ່ນ​ຍັງ​ເວົ້າ​ວ່າ, ​ໃນ​ຫ້ອງ​ອາຫານ​ມີ​ອາຫານ​ອາຊີ, ​ເອີ​ລົບ​ເປັນ​ຕົ້ນ, ​ແລະຍັງມີ​ອາຫານ​ອາຊີ​ອາຄະ​ເນ​ແທ້ໆ. ​ແຕ່​ວ່າ​ຫຼາຍ​ມື້​ມາ​ນີ້, ​ເພິ່ນ​ພັດ​ມັກ​ກິນອາຫານ​ລົດ​ຊາດ​ຂອງ​ຈີນ​ແທ້ໆ.

ຂ້າພະ​ເຈົ້າ​ມັກ​ເປັດ​ປີ້ນປັກ​ກິ່ງ​ໃນ​ຫ້ອງ​ອາຫານ​ທີ່​ສຸດ, ​ແຊບ​ຫຼາຍ.

​ໃນ​ໄລຍະ​ຕົ້ນ​ຂອງ​ງານ​​ໂອ​ລິ​ມປິກ, ຍ້ອນ​ວ່າ​ຕ້ອງ​ໄປ​ຮ່ວມ​ປະຊຸມ​ແລະ​ຈັດ​ໃຫ້​ນັກ​ກິລາ​ໄປ​ແຂ່ງ​ຂັນ​ແລະ​ຝຶກ​ຊ້ອມ​ເລື້ອຍໆ, ທ່ານ​ອູ​ຄິມມາງ​ລວິນ​ສ່ວນ​ຫຼາຍ​ແມ່ນ​ຢູ່​ໃນ​ບ້ານ​ໂອ​ລິ​ມປິກ​ເທົ່າ​ນັ້ນ. ທ່ານ​ເວົ້າ​ວ່າ, ທ່ານ​ຢາກ​ຂອບ​ໃຈ​ຄະນະ​ກຳມະການ​ຈັດ​ງານ​ໂອ​ລິ​ມປິກ​ທີ່​ໄດ້​ໃຫ້ການ​ບໍລິການ​ອາສາ​ສະໝັກ​ດ້ານ​ພາສາ​ແກ່​ຄະນະ​ຜູ້​ແທນ​ປະ​ເທດ​ຕ່າງໆ, ​ເຮັດ​ໃຫ້​ວຽກ​ງານ​ແລະ​ຊີວິດ​ການ​ເປັນ​ຢູ່​ລ້ວນ​ແຕ່​ສະດວກ​ສະບາຍ​ທີ່​ສຸດ. ທ່ານ​ເວົ້າ​ວ່າ, ບໍ່​ຄິດ​ເລີຍ​ວ່າ, ຄະນະ​ກຳມະການ​ຈັດ​ງານ​ໂອ​ລິ​ມປິກ​ສົ່ງ​ອາສາ​ສະໝັກ​ດ້ານ​ພາສາ​ແລະ​ຜູ້​ຊ່ວຍ​ໃຫ້​ຄະນະ​ຜູ້​ແທນ​ທັງ​ໝົດ, ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​​ແກ່​ຄະນະ​ຜູ້​ແທນທີ່​ມາ​ຈາກ204​ປະ​ເທດ​ແລະ​ເຂດ​ແຄວ້ນ​ສາມາດ​ເຮັດ​ວຽກ​ແລະ​ແລກປ່ຽນ​​ໄດ້​ຢ່າງ​ສະດວກ​ສະບາຍ, ຂະໜາດ​ພາສາ​ມຽນມາ ທີ່​ເປັນ​ພາສາ​ທີ່​ມີ​ຄົນໃຊ້ບໍ່​ຫຼາຍ​ປານ​ໃດ​ກໍ​ຍັງມີນາ​ຍພາສາ​ສະ​ເພາະ, ​ຈັ່ງ​ແມ່ນ​ດີ​ຫຼາຍ.

​ໃນ​ຫຼາຍ​ມື້​ມາ​ນີ້, ອາສາ​ສະໝັກ​ພາສາ​ມຽນມາ​ຂອງ​ຈີນ​ໄດ້​ຊ່ວຍພວກ​ເຮົາ​ຫຼາຍ​ຢ່າງ, ຍ້ອນ​ວ່າ​ໃຊ້​ພາສາ​ແມ່, ສະ​ນັ້ນ, ພວກ​ເຮົາ​ຍັງ​ໄດ້ຮັກ​ແພງ​ເປັນ​​ເພື່ອນກັບ​ອາສາ​ສະໝັກ​ເຫຼົ່າ​ນີ້, ​ແລະ​ເວົ້າພາສາ​ຈີນ​ເປັນ​ຫຼາຍ​ຄຳ.

ທ່ານ​ອູ​ຄິມມາງ​ລວິນ​ເວົ້າ​ວ່າ, ​ນັບ​ແຕ່​ມາ​ພັກ​ຢູ່​ໃນ​ບ້ານ​ໂອ​ລິ​ມປິກ​ສອງ​ອາທິດ​ມາ​ນີ້, ​ຮູ້ສຶກ​ວ່າ, ຕົນ​ເອງ​ໜຸ່ມ​ກວ່າ​ແຕ່​ກ່ອນ​ຫຼາຍ. ນີ້​ຕ້ອງ​ຂອບ​ໃຈ​ຄະນະ​ຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ໄດ້​​ເອົາ​ໃຈ​ໃສ່​ຕ້ອນຮັບຢ່າງລະອຽດຮອບ​ຄອບ, ​ເຮັດ​ໃຫ້​ນັກ​ກິລາ​ແລະ​ຄູ​ຝຶກ​ໝົດ​ທຸກ​ຄົນ​ລ້ວນ​ແຕ່​ຮູ້ສຶກ​ວ່າ​ໄດ້​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ຢູ່​ບ້ານ​ຂອງ​ຕົນ.