ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-08-21 14:18:14    
ນາງ​ມາ​ລີ​ອານາ ນັກ​ກິ​ລາ​ຕີ​ມໍ​ເລ​ສ​ເຕ: ປັກ​ກິ່ງ​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ໃໝ່​ຂອງ​ຂ້ອຍ

cri

ທີ່​ນີ້, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ຕີ​ມໍ​ເລ​ສ​ເຕ​ແມ່ນ​ປະ​ເທດ​ທີ່​ໜຸ່ມ​ນ້ອຍ​ກວ່າ​ໝູ່​ຂອງ​ອາຊີ, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ງານ​ມະ​ຫະກຳ​ກິລາ​ທີ່​ມີ​ລັກສະນະ​ທົ່ວ​ໂລກ​ຄັ້ງ​ທີ​ສອງ​ທີ່​ຕີ​ມໍ​ເລ​ສ​ເຕ​ເຂົ້າ​ຮ່ວມ​ໃນ​ຖານະ​ເປັນ​ປະ​ເທດ​​ເອກະລາດ ​ເຊິ່ງຖັດຈາກ​ງານ​ໂອ​ລິ​ມປິກ​ອາ​ແຕນ​ໃນ4​ປີ​ກ່ອນ. ນາງ​ມາລີ​ອານາ ດີ​ອາສ ຊີ​ເມ​ນີສ ​ແມ່ນ​ນັກ​ກິລາ​ພຽງຜູ້ດຽວ​ຂອງ​ຄະນະ​ນັກ​ກິລາຕີ​ມໍ​ເລ​ສ​ເຕ. ​ໃນ​ລາຍການ​ຄະນະ​ຜູ້​ແທນ​ອາຊີ​ອາ​ຄະ​ເນ​ຢູ່​ປັກ​ກິ່ງ​ພາກ​ນີ້, ພວກ​ເຮົາ​​ແນະນຳ​ນັກ​ກິລາ​ຜູ້​ນີ້.

ຂ້ອຍ​ຮັກ​ເຈົ້າ ປັກ​ກິ່ງ

ທ່ານ​ຜູ້​ຟັງ, ທີ່​ທ່ານ​ຟັງ​ມາ​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ນາງ​ມາລີ​ອານາ ດີ​ອາສ ຊີ​ເມ​ນີສ ​ນັກ​ກິລາ​​ແລ່ນ​ມາລາ​ທອນ​ຂອງ​ຕີ​ມໍ​ເລ​ສ​ເຕ, ລາວ​ແມ່ນ​ນັກ​ກິລາ​ພຽງຜູ້​ດຽວ​ຂອງຄະນະນັກ​ກິລາ​ຕີມໍ​ເລ​ສ​ເຕທີ່​ເຂົ້າ​ຮ່ວມ​ງານ​​ໂອ​ລິ​ມປິກ​ປັກ​ກິ່ງ​ຄັ້ງ​ນີ້. ​ເຖິງ​ວ່າ​ນາງ​ບໍ່​ໄດ້​ສຳ​ເລັດ​ການ​ແຂ່ງຂັນ​ຂອງ​ນາງ​ໃນ​ທີ່​ສຸດ, ​ແຕ່​ການກະທຳ​ຂອງ​ນາງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ນ້ຳ​ໃຈ​ເຂົ້າ​ຮ່ວມ​ຂອງ​ງານ​ໂອ​ລິ​ມປິກ​​ຢ່າງ​ເຕັມ​ສ່ວນ.

ຕີ​ມໍ​ເລ​ສ​ເຕ​ແມ່ນ​ປະ​ເທດ​ທີ່​ໜຸ່ມ​ນ້ອຍ​ກວ່າ​ໝູ່​ຂອງ​ອາຊີ, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ງານ​ມະ​ຫະກຳກິລາ​ທີ່​ມີ​ລັກສະນະ​ທົ່ວ​ໂລກ​ຄັ້ງ​ທີ​ສອງ​ທີ່​ຕີ​ມໍ​ເລ​ສ​ເຕ​ເຂົ້າ​ຮ່ວມ​ໃນ​ຖານະ​ເປັນ​ປະ​ເທດ​​ເອກະລາດ ​ເຊິ່ງຖັດຈາກ​ງານ​ໂອ​ລິ​ມປິກ​ອາ​ແຕນ​ໃນ4​ປີ​ກ່ອນ. ​ເຖິງ​ວ່າ​ໃນ​ຄະນະ​ນັກ​ກິລາຕີ​ມໍ​ເລ​ສ​ເຕມີ​ແຕ່​ນັກ​ກິລາ​ຜູ້​ດຽວ​ເທົ່າ​ນັ້ນ, ​ແຕ່​ການ​ເຂົ້າ​ຮ່ວມ​ຂອງ​ນາງ​ມາ​ລີ​ອານາ​ໄດ້​ເຮັດ​ໃຫ້​ວົງ​ຄະນາ​ຍາດ​​ໂອ​ລິ​ມປິກ​ຄົບ​ຖ້ວນ​ກວ່າ​ເກົ່າ.

ນາງ​ມາ​ລີ​ອານາທີ່​ອາຍຸ25​ປີ​ເກີດ​ຢູ່ດີ​ລີ ນະຄອນຫຼວງ​ຂອງ​ຕີ​ມໍ​ເລ​ສ​ເຕ, ​ເມື່ອ​ອາຍຸ12​ປີ, ນາງ​ກໍ​ເລີ່​ມຝຶກ​ຊ້ອມ​ແລ່ນ​​​ໄກ, ​ແລະ​ເລີ່​ມຝຶກ​ຊ້ອມ​ແລ່ນ​ມາລາ​ທອນ​ໄລຍະ​ສັ້ນ10​ກິ​ໂລ​ແມັດ​ແຕ່​ປີ2002.

ນາງ​ມາ​ລີ​ອານາກ່າວ​ວ່າ, ​ໃນ​ຖານະ​ເປັນ​ນັກ​ກິລາ​ພຽງ​ຜູ້ດຽວ​ຂອງ​ຕີ​ມໍ​ເລ​ສ​ເຕ​ໃນ​ງານ​ໂອ​ລິ​ມປິກ​ຄັ້ງ​ນີ້, ນາງ​ໄດ້ຮູ້​ເຖິງ​ຄວາມ​ຄອງ​ຄອຍ​ຂອງ​ປະຊາຊົນ​ທົ່ວ​ປະ​ເທດ​ທີ່​ມີ​ຕໍ່​ຕົນ​ເອງ​ນັ້ນ​ຢ່າງ​ເລິກ​ເລິ່ງ. ​ແຕ່​ຍ້ອນ​ວ່າຄວາມ​ເຈັບ​ເປັນ, ນາງ​ໄດ້​ຖອນ​ອອກ​ຈາກ​ການ​ແຂ່ງຂັນ​ໃນ​ເວລາ​

ແລ່ນຮອດປະມານ20​ກິ​ໂລ​ແມັດ. ​ເຖິງ​ວ່າ​ມີ​ຄວາມ​ເສຍດາຍ​ກໍ​ຕາມ, ​ແຕ່ ນາງ​ມາ​ລີ​ອານາ​ເວົ້າ​ວ່າ, ນາງ​ໄດ້​ພະຍາຍາມ​ສຸດ​ຂີດ​ແລ້ວ.

​ໃນ​ຖານະ​ເປັນ​ນັກ​ກິລາ​ຂອງ​ຕີ​ມໍ​ເລ​ສ​ເຕ, ຂ້ອຍຫວັງ​ຢາກ​ຍາດ​ເອົາ​ຜົນງານ​ທີ່​ດີ​ທີ່ສຸດ​ໃນ​ງານ​ໂອ​ລິ​ມປິກ​ຄັ້ງ​ນີ້. ​ແຕ່​ວ່າ, ລາຍການ​ແລ່ນ​ມາລາ​ທອນ​ບໍ່​ແມ່ນ​ເລື່ອ​ງງ່າຍ. ກ່ອນ​ໄຂ​ງານ​ໂອ​ລິ​ມປິກ, ຂ້ອຍ​ມີ​ແຕ່​ຝຶກ​ຊ້ອມ​ຢ່າງ​ຄົບ​ຊຸດ​ເປັນ​ເວລາ​ໜຶ່ງ​ເດືອນ. ຖ້າວ່າ​ຂ້ອຍ​ຢາກ​ຊິງ​​ໄດ້​ຫຼຽນ​ລາງວັນ, ຢ່າງ​ໜ້ອຍ​ຂ້ອຍ​ຕ້ອງ​ຝຶກ​ຊ້ອມ​ເປັນ1​ຫາ2​ປີ. ຜ່ານ​ຈາກ​ງານ​ໂອ​ລິ​ມປິກ​ຄັ້ງ​ນີ້​ຂ້ອຍ​ໄດ້​ສະ​ສົມບົດຮຽນ​ໜ້ອຍ​ໜຶ່ງ, ຜ່ານ​ຈາກ​ການ​ຝຶກ​ຊ້ອມ​ຢ່າງ​ລຳບາກ​ແລ້ວ, ຂ້ອຍ​ອາດ​ຈະ​ສາມາດ​ຍາດ​ໄດ້ຜົນ​ງານ​ທີ່​ດີກ​ວ່າ​ເກົ່າ​ເພື່ອ​ປະ​ເທດ​ຊາດຂອງ​ຂ້ອຍ.

ນາງ​ມາ​ລີ​ອານາ​ເວົ້າ​ວ່າ, ​ເຖິງ​ວ່າ​ຕີ​ມໍ​ເລ​ສ​ເຕຍັງ​ອ່າວ​ຫຼ້າ​ຫຼັງ​ກໍ​ຕາມ, ​ແຕ່​ໄດ້​ເອົາ​ໃຈ​ໃສ່​ນຳ​ເລື່ອງ​ກິລາ​ເປັນ​ພິ​ເສດ. ​ເທື່ອ​ນີ້ສາມາດ​ມາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຢູ່​ປັກ​ກິ່ງ, ປະ​ເທດ​ຊາດ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ຫຼາຍ​ຢ່າງ​ໃຫ້​ແກ່​ນາງ.

ຄະນະ​ກຳມະການ​ໂອ​ລິ​ມປິກ​ຕີ​ມໍ​ເລ​ສ​ເຕ​ໄດ້​ໃຫ້ການ​ຊ່ວຍ​ເຫຼື​ອອັນ​ມະຫາສານ​ແກ່​ຂ້ອຍ. ຂ້ອຍ​ຢູ່​ເຂດ​ຊານ​ເມືອງ​ດີ​ລີ. ​ເມື່ອ​ຂ້ອຍ​ເຂົ້າ​ມາ​ຢູ່​​ໃນ​ເມືອງ​ດີ​ລີ, ​ເຂົາ​ເຈົ້າ​ໄດ້​ກຽມ​ບ່ອນ​ຢູ່​ແລະ​ບ່ອນ​ຝຶກ​ຊ້ອມ​ໃຫ້​ແກ່​ຂ້ອຍ. ໜຶ່ງ​ເດືອນ​ກ່ອນ, ​ເຂົາ​ເຈົ້າ​ຍັງ​ໄດ້​ໃຫ້​ເງິນ​ແກ່​ຂ້ອຍ​ເພື່ອ​ມາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ.

​ເມື່ອ​ເວົ້າ​ເຖິງ​ພາບ​ປະ​ທັບ​ໃຈ​ຂອງ​ຕົນ​ທີ່​ມີ​ຕໍ່​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ນາງ​ມາ​ລີ​ອານາ​ເວົ້າ​ວ່າ, ນາງ​ຮູ້ສຶກ​ພໍ​ໃຈ​ເປັນ​ພິ​ເສດ​ຕໍ່​ວຽກ​ງານ​ຂອງ​ອາສາ​ສະໝັກ​ທັງຫຼາຍ. ​ນາງ​ເວົ້າ​ວ່າ, ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ສາມາດ​ໃຊ້​ພາສາ​ອັງກິດ​ແລະ​ພາສາ​ປອດ​ຕຸຍ​ການລົມ​ກັບ​ນາງ​ເທົ່າ​ນັ້ນ, ຍັງ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ນາງ​ໃນ​ທຸກ​​ເວລາ.


"ນັ້ນຈັ່ງ​ແມ່ນ​ດີ​ທີ່​ສຸດ, ​ເມື່ອ​ຂ້ອຍ​ເດີນທາງ​ມາ​ຮອດ​ສະໜາມ​ບິນ, ກໍ່​ໄດ້​ເຫັນ​ອາສາ​ສະໝັກ​ທັງຫຼາຍທີ່​ຕິດຕາມ​ຄະນະ​ເຮົາ, ​ແມ່ນຜູ້​ສາວງາມໆ​ທັງນັ້ນ. ​ການ​ປະ​ພຶດຂອງເຂົາ​ເຈົ້າດີຫຼາຍ, ​ເຂົາ​ເຈົ້າລົມ​ກັບ​ພວກ​ເຮົາ​ຢ່າງ​ອົບ​ອຸ່ນ, ພາ​ພວກ​ເຮົາ​ໄປ​ຮ້ານ​ຊູ​ເບີ​ມະ​ເກັດ​ແລະ​​ໄປ​ທ່ຽວຫຼາຍບ່ອນ. ຂ້ອຍ​ມັກ​ເຂົາ​ເຈົ້າຫຼາຍ."


ນາງ​ມາລີ​ອານາ​ກ່າວ​ວ່າ, "ຮັງ​ນົກ"​ແມ່ນ​ສະໜາມກິລາ​ທີ່​ນາງ​ມັກ​ກວ່າ​ໝູ່, ສະຫງ່າ​ງາມຫຼາຍ.
"ຂ້ອຍ​ເຫັນ​ວ່າ, "ຮັງ​ນົກ"​ແມ່ນ​ສະໜາມກິລາ​ທີ່​ດີກ​ວ່າ​ໝູ່​ໃນ​ອາຊີຈົນກະທັ້ງ​ທົ່ວ​ໂລກ, ຂ້ອຍ​ຫວັງ​ວ່າ, ​ໃນ​ອະນາຄົດ, ປະ​ເທດ​ຊາດ​ຂອງ​ຂ້ອຍ​ກໍ່​ຈະມີ​ສະໜາມກິລາ​ທີ່​ງາມ​ປານ​ນີ້."


ນາງ​ມາລີ​ອານາ​ບອກ​ນັກ​ຂ່າວ​ວ່າ, ນາງ​ໄດ້​ຊື້​​ເງື່ອນ​ຜູກ​ຂອງ​ຈີນ​ຢ່າງຫຼວງຫຼາຍ​ເພື່ອ​ເອົາ​ເມືອ​ຕ້ອນ​ຄົນ, ​ເພາະວ່າ, ​ເງື່ອນ​ຜູກ​ຂອງ​ຈີນ​ໄດ້​ເປັນ​ຕົວ​ແທນ​ໃຫ້​ແກ່​ຄວາມ​ສຸກ​ແລະ​ໂຊກ​ດີ, ນາງ​ຫວັງ​​ໃຫ້​ນຳ​ເອົາ​ຄວາມສຸກ​​ແກ່​ຍາດ​ພີ່ນ້ອງ​ແລະ​ໝູ່​ເພື່ອນ​ຂອງ​ນາງ. ນາງ​ເວົ້າວ່າ, ປັກ​ກິ່ງ​ແມ່ນ​ຕົວ​ເມືອງ​ທີ່​ສວຍ​ງາມ​ແຫ່ງ​ໜຶ່ງ, ຄົນ​ປັກ​ກິ່ງ​ໃຈບຸນຫຼາຍ, ​ແຫ່ງ​ນີ້​ໄດ້​ສ້າງ​ຄວາມ​ຊົງ​ຈຳ​ທີ່​ສວຍ​ງາມ​ໄວ້​​​ໃຫ້​ນາງ.


​ເວົ້າສຳລັບ​ນາງ​ມາລີ​ອານາ​ແລ້ວ, ສາມາດ​ເຂົ້າຮ່ວມ​ງານ​ໂອ​ລິ​ມປິກ​ກໍ່​ແມ່ນ​​ໄຊຊະ​ນະຊະນິດ​ໜຶ່ງ, ​ເພາະວ່າ, ການ​ແຂ່ງຂັນ​ຂອງ​ງານ​ໂອ​ລິ​ມປິກ​ບໍ່​ແມ່ນ​ຕີ​ລາຄາ​ຄົນ​ເກັ່ງ​ດ້ວຍຜົນ​ໄດ້ຜົນ​ເສຍ, ຄົນ​ທັງຫຼາຍມາ​ເຂົ້າຮ່ວມ​ງານ​ມະຫະກຳ​ກິລາ​ດັ່ງກ່າວ​ນີ້​ດ້ວຍ​ນ້ຳ​ໃຈ​ເຂົ້າຮ່ວມ. ນາງ​ມາລີ​ອານາ​ກ່າວ​ວ່າ, ນາງ​ປາຖະໜາ​ທີ່​ສຸດ​ຢາກ​ຊິງ​ໄດ້ຫຼຽນ​ໃຫ້​ແກ່​ປະ​ເທດ​ຕົນ, ນາງ​ເຫັນ​ວ່າ​, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ແມ່ນ​ຈຸດ​ເລີ່ມຕົ້ນ​ໃໝ່​ຂອງ​ຊີວິດ​ອາຊີບ​ຂອງ​ນາງ, ຈາກ​ບ່ອນ​ນີ້, ນາງ​ຈະ​ສືບ​ຕໍ່​ສະ​ແຫວງ​ຫາ​ອຸດົມ​ການ​ຂອງ​ນາງ, ​​ເພື່ອ​ບັນລຸ​ຄວາມ​ໄຝ່ຝັນຫຼຽນລາງວັນ​ຂອງ​ຕົນ.