ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-08-21 14:28:14    
ບົດ​ບັນທຶກ​ປະຈຳ​ວັນ​ນັກ​ຂ່າວ​ໃນ​ວັນ​ທີ11​ສິງຫາ

cri
ທີ່​ນີ້, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ​ມື້​ນີ້​ແມ່ນ​ວັນ​ທີ11​ສິງຫາ2008, ມື້​ນີ້, ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ດຳ​ເນີນ​ມາ​ຮອດ​ມື້​ທີ4​ແລ້ວ. ຄຽງ​ຄູ່​ກັບ​ການ​ແຂ່ງຂັນ​ຂອງ​ງານ​ໂອ​ລິ​ມປິກ​ນັບ​ມື້​ນັບ​ດຸ​ເດືອດ, ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ນັບ​ມື້​ນັບ​ຫຼາຍ​ໄດ້​ພາກັນ​ມາ​ຈີນ, ມາ​ປັກ​ກິ່ງ, ພ້ອມ​ກັນ​ສະ​ເຫວີຍ​ຄວາມ​ມ່ວນ​ຊື່ນ​ຂອງ​ງານ​ໂອ​ລິ​ມປິກ. ຄັນ​ຊັ້ນ, ນັກ​ທ່ອງ​ທ່ຽວ​
ທັງຫຼາຍ​ຈະ​ຈ່າຍ​ຄ່າ​ກິນ, ຄ່າ​ຢູ່​ແລະ​ຄ່າ​ເດີນທາງ​ແນວ​ໃດ? ການ​​ໃຊ້​ຈ່າ​ຍູ່​ປັກ​ກິ່ງ​ມີ​ຄວາມ​ປອດ​ໄພ, ສະດວກ​ແລະ​ວ່ອງ​ໄວ​ຫຼື​ບໍ່? ນີ້​ແມ່ນ​ບັນຫາ​ຕົວ​ຈິງ​ທີ່​ນັກ​ທ່ອງ​ທ່ຽວ​ທັງຫຼາຍ​ເອົາ​ໃຈ​ໃສ່​ນຳ. ​ໃນ​ລາຍການ​ພາກ​ນີ້, ​ແສງ​ທອງ​ຈະ​ພາ​ທ່ານ​ໄປ​ຊອກ​ຮູ້​ເນື້ອ​ໃນ​ໃນ​ດ້ານ​ນີ້:

​ເປັນ​ທີ່​ຮູ້​ດີ​ແລ້ວ​ວ່າ, ​ເມື່ອ​ໄປ​ທ່ຽວ​ຕ່າງປະ​ເທດ, ​ການໃຊ້​ບັດ​ທະນາຄານ​ຈ່າຍ​ຄ່າ​ກິນ​ຄ່າ​ຢູ່​ແມ່ນ​ສະດວກ​ກວ່າ​ໝູ່, ​ໃນ​ໄລຍະ​ຈັດ​ງານ​ໂອ​ລິ​ມປິກ​ຄັ້ງ​ນີ້, ​ເວົ້າ​ສຳລັບ​ນັກ​ທ່ອງ​ທ່ຽວທີ່​ຢາກ​ໃຊ້​ບັດ​ທະນາຄານ​ນັ້ນ, ບໍ່​ຕ້ອງ​ເປັນ​ຫ່ວງ​ນຳ​ເລື່ອງ​ນີ້​ເລີຍ. ຕາມ​ຂ່າວ​ແຈ້ງວ່າ, ຮ້ານ​ຄ້າ​ຢູ່​ປັກ​ກິ່ງ ທີ່​ໄດ້​ເຊັນ​ສັນຍາ​ໃຊ້​ບັດ​ທະນາຄານ​ ​ມີ1​ແສນ1​ໝື່ນ​ຮ້ານ. ​ແສງ​ທອງ​ສັງ​ເກດ​ເຫັນຮ້ານ​ຄ້າ​​ຢູ່​ໃນ​ບ້ານ​ໂອ​ລິ​ມປິກ​ຫຼື​ຢູ່​ມໍ່​ສະໜາ​ມກິລາ​ນັ້ນ, ມີ90%ຂຶ້ນ​ໄປ​ລ້ວນ​ແຕ່​ສາມາດ​ໃຊ້​ບັດ​ທະນາຄານ​ເງິນ​ຢວນຈີນ​ແລະ​ເງິນ​ຕາ​ຕ່າງປະ​ເທດ. ບໍ່​ວ່າ​ນັກ​ທ່ອງ​ທ່ຽວ​ປະ​ເທດ​ໃດ, ຖ້າ​ທ່ານ​ມີ​ບັດ​ທະນາຄານ, ທ່ານ​ກໍ​ສາມາດ​ຈ່າຍ​ເງິນ​ດ້ວຍ​ບັດ​ທະນາຄານ​ຢູ່​ໃນ​ຮ້ານ​ຄ້າ​ທີ່​ມີ​ເຄື່ອງໝາຍUNIONPAY ຫຼື VISA​ເປັນ​ຕົ້ນ.

​ເມື່ອ​ທ່ານ​ມາ​ຮອດ​ປັກ​ກິ່ງ, ຖ້າທ່ານ​ຢາກ​ປ່ຽນ​ເງິນຕາ​ຕ່າງປະ​ເທດ​ເປັນ​ເງິນ​ຢວນຈີນ, ທ່ານກໍ​ສາມາດ​ປ່ຽນຢູ່​ສາຂາ​ທະນາຄານ​​ແຫ່ງ​ຕ່າງໆ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໄດ້​ຢ່າງ​ສະບາຍ.

ປະຈຸ​ບັນ, ປັກ​ກິ່ງ​ມີ​ສາຂາ​ທະນາຄານ2​ພັນ400​ກວ່າ​ແຫ່ງ​ສາມາດ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ. ​ໃນ​ນັ້ນ​ລວມທັງ​ສາຂາ​ທະນາຄານ​ແລະ​ອົງການ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ທີ່​ຕັ້ງ​ຢູ່​ໃນ​ອາຄານ​ຜູ້​ໂດຍສານ​ເລກ1, ​ເລກ2​ແລະ​ເລກ3​ຂອງ​ສະໜາມ​ບິນ​ສາກົນ​ນະຄອນຫຼວງ​ປັກ​ກິ່ງ, ອົງການ​ແລກປ່ຽນ​ເງິນຕາ​ທີ່​ຕັ້ງ​ຢູ່​ໃນ​ໂຮງແຮມ, ສາຂາ​ທະນາຄານ​ຢູ່​ໃນ​ຕົວ​ເມືອງ​ປັກ​ກິ່ງ​ແລະ​ເຄື່ອງ​ຈັກ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​​ແບບ​ອັດຕະ​ໂນ​ມັດ. ຖ້າ​ທ່ານ​ຢາກ​​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ, ທ່ານຖືປາສ​ໂປ​ຂອງ​ຕົນ​​ໄປ​ນຳ, ທ່ານ​ກໍ​ສາມາດ​ແລ​ກປ່ຽນ​ເອົາ​ເງິນ​ຢວນຈີນ​ໄດ້​ຢ່າງ​ສະບາຍ. ຢູ່​ອົງການເຫຼົ່າ​ນີ້, ລ້ວນ​ແຕ່​ມີ​ຄູ່​ມື​ແນະນຳການ​ບໍລິການ​ແລ​ກປ່ຽນ​ເງິນຕາ​ເປັນ​ສະບັບ​ພາສາ​ຈີນ​ແລະ​ພາສາ​ອັງກິດ, ​ໄດ້​ແນະນຳ​ວິທີ​ແລກປ່ຽນ​ເງິນຕາ​ຢ່າງ​ລະອຽດ. ​ເມື່ອ​ທ່ານ​ອ່ານ​ແລ້ວ, ກໍ​ເຂົ້າ​ໃຈ​ໂລດ, ສາມາດເວົ້າ​ໄດ້​ວ່າ, ​ ​ສະດວກ​ສະບາຍ​ທີ່​ສຸດ.

ເມື່ອ​ແສງ​ທອງ​ໄປ​​ເອົາ​ຂ່າວ​ຢູ່​ໃນ​ບ້ານ​ໂອ​ລິ​ມປິກ, ຢູ່​ນອກ​ທະນາຄານ​ລ້ວນ​ແຕ່​ໄດ້​ຕິດ​ປ້າຍ​ທີ່​ມີ​ຕົວ​ໜັງສື ​ແລກປ່ຽນ​ເງິນຕາ ທັງ​​ເປັນພາສາ​ຈີນ​ແລະ​ພາສາ​ອັງກິດ. ຢູ່​ໃນ​ທະນາຄານ​ມີ​ເຄື່ອງ​ຈັກ​ຈັດ​ແຖວ​ແບບ​ເອກ​ເລັກ​ໂຕຼນິກ, ​ໃນ​ນີ້​ກໍ​ມີ​ລາຍການ​ຈັດ​ແຖວ​ສຳລັບແລກປ່ຽນ​ເງິນຕາ​ຄື​ກັນ, ສາມາດ​ໃຫ້ບູລິ​ມະ​ສິດ​ແກ່​ລູກ​ຄ້າ​ທີ່​ຢາກ​ແລ​ກປ່ຽນ​ເງິນຕາ​. ຢູ່​ໜ້າ​ຈໍ​ໃນ​ທະນາຄານ, ຍັງ​ມີ​ລາຄາ​ຊື້​ຂາຍ​ເງິນຕາ​ຕ່າງປະ​ເທດ​ນຳ​ອີກ​ຢ່າງ​ຈະ​ແຈ້ງ, ຖ້າ​ທ່ານ​ມີ​ເງິນ​ໂດ​ລາ, ​ເງິນ​​ເອີ​ໂຣ​ເປັນ​ຕົ້ນ, ລ້ວນ​ແຕ່​ສາມາດ​ແລ​ກປ່ຽນ​ເປັນ​ເງິນ​ຢວນຈີນ​ຢູ່​ທະນາຄານ​ທຸກ​ແຫ່ງ​ຢູ່​ໃນ​ນະຄອນຫຼວງປັກ​ກິ່ງ. ນອກ​ນີ້, ພະນັກງານ​ໃນ​ທະນາຄານ​ເຫຼົ່າ​ນີ້​ລ້ວນ​ແຕ່​ເວົ້າ​ພາສາ​ອັງກິດ​ໄດ້​ຢ່າງ​ຫຼ່ຽນ​ໄຫຼ, ​ເພື່ອ​ຮັບ​ໃຊ້​ທ່ານ​ທີ່​ຢາກ​ແລກປ່ຽນ​ເງິນຕາ​.

​ໃນ​ກໍລະນີ​ທີ່​ແສງ​ທອງ​ຢາກ​ເວົ້າ​ອີກ​ຢ່າງ​ໜຶ່ງ​ເປັນພິ​ເສດວ່າ. ຖ້າ​ທ່ານ​ເດີນທາງ​ຈາກ​ປັກ​ກິ່ງ​ກັບ​ຄືນ​ປະ​ເທດ, ຖ້າ​ເງິນ​ຢວນຈີນ​ຂອງ​ທ່ານ​ຍັງ​ໃຊ້​ບໍ່​ໝົດ, ນັ້ນ​ຈະ​ເຮັດ​ແນວ​ໃດ? ນີ້​ກໍ​ບໍ່​ເປັນ​ຫຍັງ, ທ່ານ​ຍັງ​ສາມາດ​ໄປປ່ຽນ​ເງິນ​ຢວນຈີນ​ເປັນ​ເງິນ​ໂດ​ລາ​ຄືນ​ຢູ່​ສາຂາ​ທະນາຄານ. ທ່ານກໍ່​ສາມາດ​ໄປ​ປ່ຽນ​ເງິນ​ຢູ່​ໃນ​ອົງການ​ທະນາຄານ​ທີ່​ພວກ​ເຮົາ​ເວົ້າມາ​ໃນ​ມື້​ກີ້​ນີ້. ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່​​ນັ້ນ​ແມ່ນ: ອີງ​ຕາມ​ຂໍ້​ກຳນົດ​ຂອງ​ກົມ​ຄຸ້ມ​ຄອງ​ເງິນຕາ​ຕ່າງປະ​ເທດ​ແຫ່ງ​ຊາດ​ຈີນ, ມີ​ແຕ່​ທ່ານ​ມີ​ປາສ​ໂປ, ທ່ານຈິ່ງສາມາດ​ແລກປ່ຽນ​ເງິນ​ສູງ​ສຸດ​5​ໝື່ນ​ໂດ​ລາ​ຄືນ, ​ໃນ​ປະ​ເທດ​ຈີນ, ຜູ້​ໜຶ່ງ​ສາມາດ​ປ່ຽນ​ເອົາ​ເງິນ​ໂດ​ລາ​ຄືນບໍ່​ໃຫ້​ສູງ​ກວ່າ1​ພັນ​ໂດ​ລາ. ຖ້າ​​ເກີນ​ຈຳນວນ​ດັ່ງກ່າວ, ຕ້ອງ​ຖື​ປາສ​ໂປ​ແລະ​ໃບຢັ້ງຢືນ​ການ​ປ່ຽນ​ເງິນຢວນ​ຈີນ​ໄປ​ປ່ຽນ​ເອົາ​ເງິນ​ໂດ​ລາ​ຄືນ​ຢູ່​ສາຂາ​ທະນາຄານ​ຕ່າງໆ.

​ເອົາລະ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ບົດ​ບັນທຶກ​ປະຈຳ​ວັນ​ຂອງ​ແສງ​ທອງ​ໃນ​ມື້​ນີ້​ຂໍ​ສ້ຽງ​ສຸດ​ລົງ​ພຽງ​ເທົ່າ​ນີ້, ຂະນະ​ນີ້, ​ແສງ​ທອງ​ກໍ​ອວຍພອນ​ໃຫ້​ເພື່ອນ​ທັງຫຼາຍ​ທີ່​ມາ​ຊົມ​ການ​ແຂ່ງຂັນ​ຢູ່​ຈີນ​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ.