ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-08-21 14:52:22    
ນັກ​ກິລາ​ລາວ​ຮຽນ​ພາສາ​ຈີນ​ຢູ່​​ບ້ານ​ໂອ​ລິ​ມປິກ

cri

ທີ່​ນີ້, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ນາງພິ​ໄລ​ລັກ ສັກ​ປະ​ເສີດ ນັກ​ກິລາ​ລາວ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຄັ້ງ​ນີ້​ແມ່​ນັກ​ກິລາ​ແລ່ນ100​ແມັດ, ນາງຈະ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ໃນ​ວັນ​ທີ16​ສິງຫາ​ນີ້. ກ່ອນ​ໜ້າ​ນີ້, ນາງ​ຍັງຢູ່​ໃນ​ບ້ານ​ໂອ​ລິ​ມປິກ​ປັກ​ກິ່ງ​ຕະຫຼອດ, ນອກຈາກ​ມັກ​ອາຫານ​ທີ່​ແຊບ​ຊ້ອຍ​ໃນ​ບ້ານ​ໂອ​ລິ​ມປິກ​ແລ້ວ, ນາງ​ຍັງ​ມີ​ຄວາມ​ມັກ​ພິ​ເສດ​ອັນ​ໜຶ່ງ, ນັ້ນ​ກໍ​ແມ່ນ​ຮຽນ​ພາສາ​ຈີນ.

​​ໃນ​ແຕ່ລະມື້, ​ເມື່ອ​ກິນ​ເຂົ້າ​​ແລງ​ແລ້ວ, ນາງ​ພິ​ໄລ​ລັກ​ກໍ່​ໄດ້​ໄປ​ຮຽນ​ພາສາ​ຈີນ​ຢູ່​​ຫ້ອງ​ຮຽນ​ພາສາ​ຈີນ​ໃນ​ບ້ານ​ໂອ​ລິ​ມປິກ, ທີ່​ທ່ານ​ຟັງ​ມາ​ນັ້ນ​ແມ່ນ​ອາສາ​ສະໝັກ​ໃຊ້​ພາສາ​ອັງກິດ​ສອນ​ນາງພິ​ໄລ​ລັກ​ໃຊ້​ສໍ​ຟອຍ​ຂຽນ​​ໂຕ​ໜັງສື​ຈີນ.

ນາງ​ພິ​ໄລ​ລັກ​ເລີ່​ມຮຽນ​ພາສາ​ຈີນ​ມາ​ໄດ້​ເຄິ່ງປີ​ແລ້ວ, ​ເມື່ອ​ເວົ້າ​ເຖິງຈຸດປະສົງ​ທີ່​ນາງຮຽນ​ພາສາ​ຈີນ​ຂອງ​ນາງ, ນາງ​ເວົ້າ​ວ່າ, ທີ່​ຈິງ​ແລ້ວ​ກໍ​ມີ​ເຫດຜົນ​ງ່າຍໆ, ຄື​ຂ້ອຍ​ຮູ້​ວ່າ​ຈະ​ມາ​ເຂົ້າ​ຮ່ວມ​ງານ​​ໂອ​ລິ​ມປິກ​ປັກ​ກິ່ງ. ນາງ​ເວົ້າ​ວ່າ:

​​ເວົ້າ​ສຳລັບ​ນາງ​ພິ​ໄລ​ລັກ​ແລ້ວ, ສິ່ງ​ທີ່​ຍາກ​ກວ່າ​ໝູ່​ໃນ​ການ​ຮຽນ​ພາສາ​ຈີນ​ກໍ​ແມ່ນຂຽນ​ພາສາ​ຈີນ, ຍ້ອນ​ວ່າ​​ໂຕ​ໜັງສື​ຈີນ​​ແຕ່ລະ​ໂຕ​​ຂຽນ​ບໍ່ຄື​ກັນ, ​ເບິ່ງ​ລາຍຕາ​ໄປ​ໝົດ, ຈື່​ຍາກ. ​​ນອກຈາກ​ການ​ຂຽນ​ແລ້ວ, ດ້ານ​ອື່ນນາງ​ຮຽນ​ໄດ້​ໄວ​ທີ່​ສຸດ. ນາງ​ເວົ້າ​ວ່າ:

ຜ່ານ​ຈາກ​ຊ່ອງ​ພາສາ​ອັງກິດ​ຂອງCCTV, ນາງ​ພິ​ໄລ​ລັກຮູ້​ວ່າ​ຢູ່​ໃນ​ບ້ານ​ໂອ​ລິ​ມປິກ​ປັກ​ກິ່ງ​ມີ​ຄຸ້ມ​ຮຽນ​ພາສາ​ຈີນ. ນາງ​ເວົ້າ​ວ່າ:

ມື້​ນີ້​ມາ​ຮຽນ​ພາສາ​ຈີນ​ຢູ່​ໃນ​ຫ້ອງ​ຮຽນ​ພາສາ​ຈີນ, ນາງ​ພິ​ໄລ​ລັກ​ຢາກ​ໃຫ້​ອາສາ​ສະໝັກ​ເລືອກ​ນາມ​ສະກຸນ​ພາສາ​ຈີນ​ໃຫ້​ນາງ, ຍ້ອນ​ວ່າ​ກ່ອນ​ໜ້າ​ນີ້, ​ໝູ່​ຂອງ​ນາງ​ໄດ້​ຕັ້ງຊື່​ພາສາ​ຈີນ​ໃຫ້​ນາງ​ແລ້ວ, ຄື​ ​ເຟິ່ນ​ເຟິ່ນ ​ຕາມ​ຊື່​ຫຼິ້ນ​ຂອງ​ນາງ, ມີ​ຄວາ​ມໝາຍວ່າ​ຫອມ. ນາງ​ມັກ​ຊື່​ພາສາ​ຈີນ​ຂອງ​ນາງ​ຫຼາຍ, ​ແຕ່​ນາງ​ຄິດ​​ຕະຫຼອດ​ມາ​ວ່າ, ຖ້າ​ມີນາ​ມສະກຸນ​ຈີນ​ຍິ່ງ​​ດີກ​ວ່າ, ສະ​ນັ້ນ, ​ເມື່ອ​ມາ​ເຂົ້າ​ຮ່ວມ​ງານ​ໂອ​ລິ​ມປິກ​ຄັ້ງ​ນີ້, ນາງ​ຢາກ​​ເຮັດ​ໃຫ້​ຄວາມ​ຫວັງຂອງ​ຕົນປະກົດ​​ເປັນ​ຈິງ.

ກ່ອນ​ອື່ນ, ອາສາ​ສະໝັກ​ຜູ້​ໜຶ່ງ​ອີງ​ຕາມ​ຊື່​​ພິ​ໄລ​ລັກ​ຂອງ​ນາງ​ຢາກ​ເລືອກ​ໂຕ​ໜັງສື​ຈີນທີ່​ມີ​ສຽງຄ້າຍຄື​ກັບຄຳ​ວ່າ"ຜີ"​ໃນ​ພາສາ​ລາວເປັນ​ນາມສະກຸນ​ຂອງ​ນາງ. ​ແຕ່​ນາງ​ປະຕິ​ເສດ​​ທັນທີ, ຍ້ອນ​ວ່າ​ໃນ​ພາສາ​ລາວສຽງ​ນີ້ໝາຍ​ເຖິງ​ຜີ​ສາງ​ນາງ​ຮ້າຍ, ຄັນ​ຊັ້ນ, ອາສາ​ສະໝັກ​ຕ້ອງ​ເລືອກ​ອີກ​ນາມສະກຸນ​ໜຶ່ງໃຫ້​​ນາງ​, ຍ້ອນ​ວ່າ​ນາມສະກຸນພາສາ​ລາວ​ຂອງ​ນາງ​ແມ່ນ​ສັກ​ປະ​ເສີດ, ອາສາ​ສະໝັກ​ຈິ່ງ​ເລືອກ​ເອົາ​ໂຕ​ໜັງສື"ຊູ່"​ໃຫ້​ນາງ, ​ແລ້ວ​ອະທິບາຍ​ໃຫ້​ນາງ​ຮູ້​ວ່າ, ນາມສະກຸນຂອງ​ສາວ​ງາມ​ຫຼາຍ​ຄົນ​ຂອງ​ຈີນ​ລ້ວນ​ແຕ່​ມີນາ​ມສະກຸນ"ຊູ່", ​ເຂົາ​ເຈົ້າ​ງາມ​ຄື​ເມືອງ"ຊູ່​ໂຈ​ວ່", ​ເມື່ອ​ເຫັນ​ອາສາ​ສະໝັກ​ອະທິບາຍ​ເປັນ​ແນວ​ນີ້, ​ເບິ່ງ​ແລ້ວນາງ​ກໍ່​ຍັງ​ບໍ່ພໍ​ໃຈ​ເທື່ອ, ​ຫຼັງ​ຈາກ​ນັ້ນອາສາ​ສະໝັກ​ໄດ້​ເລືອກ​​ເອົາ​ໂຕ​ໜັງສື"ຊຸ່ນ"​ເປັນ​ນາມສະກຸນ​ຂອງ​ນາງ. ​ນາງ​ຖາມ​ວ່າ​ໃນ​ພາສາ​ຈີນ"ຊຸ່ນ"ມີ​ຄວາມ​ໝາຍ​ຫຍັງ? ອາສາ​ສະໝັກ​ບອກນາງ​ວ່າ, ​"ຊຸ່ນ"​​ເປັນ​ນາມສະກຸ​ຕນຂອງ​ຕົວ​ຫະນຸມານ, ການ​ອະທິບາຍ​ດັ່ງກ່າວ​​ເຮັດ​ໃຫ້​ນາງ​ພິ​ໄລ​ລັກ​ດີ​ໃຈ​ຫຼາຍ, ​ແລ້ວ​ຕົກລົງ​​ໃສ່ນາມສະກຸນ​ຂອງ​ຕົນ​ວ່າ"ຊຸ່ນ".

ພາຍຫຼັງ​ເລືອກ​ໄດ້​ນາມສະກຸນ​ຈີນ​ຂອງ​ຕົນ​ແລ້ວ, ນາງ​ເຊີນ​ອາສາ​ສະໝັກ​ສອນ​ນາງ​ຂຽນ​ຊື່​ແລະ​ນາມສະກຸນ​ຂອງ​ຕົນ​ດ້ວຍ​ສໍ​ຟອຍ, ພາຍຫຼັງ​ຂຽນ​ໝົດ​ແລ້ວ, ນາງ​ພິ​ໄລ​ລັກ​ເຫັນ​ເຈ້ຍ​ຍັງ​ມີ​ບ່ອນ​ຫວ່າງ​ຫຼາຍ​, ​​ຄິດ​ບຶດໜຶ່ງ​ແລ້ວ​ເລີຍ​ເວົ້າ​ວ່າ: ຂ້ອຍ​ຍັງ​ຢາກ​ຂຽນ​ຄຳວ່າ: ຂ້ອຍ​ຮັກ​ຈີນ? ບໍ່​ດົນ, ບົດ​ປະພັນ​ຂຽນ​ງາມ​ຂອງ​ນາງ​ໄດ້​ສຳ​ເລັດ​ແລ້ວ. ​ເມື່ອ​ເຊັນ​ຊື່​ຫຼິ້ນ​ຂອງ​ຕົນ​​ໃສ່​ແລ້ວ, ນາງ​ພິ​ໄລ​ລັກ​ອ່ານ​ບົດ​ປະພັນ​ຂອງ​ຕົນ​ດ້ວຍ​ສຽງ​ດັງວ່າ:


ນາງ​ພິ​ໄລ​ລັກ​ຮຽນ​ພາສາ​ຈີນ​ໄດ້​ເກັ່ງ​ໃນ​ໄລຍະຢູ່​ປັກ​ກິ່ງ. ນາງ​ເວົ້າ​ວ່າ:

ກ່ອນ​ຈະ​ອອກ​ຈາກ​ຫ້ອງຮຽນ​ພາສາ​ຈີນ, ສຽງ​ພິນກູ​ເຈີງ​ໃນ​ຫ້ອງ​ຮຽນ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ນາງ​ພິ​ໄລ​ລັກ​ເປັນ​ຢ່າງ​ຍິ່ງ, ​ນາງ​ພິ​ໄລ​ລັກ​ຂໍ​ໃຫ້ອາສາ​ສະໝັກ​ອີກ​ຜູ້​ໜຶ່ງ​ທີ່ຢູ່​ໃນ​ຫ້ອງ​ຮຽນ​ສອນ​ນາງຫຼິ້ນ​ພິນ​ກູ​ເຈີງ, ອາສາ​ສະໝັກ​ຜູ້​ນັ້ນ​ໄດ້​ຕອບ​ສະໜອງ​ຄວາມ​ຮ້ອງ​ຂໍ​ຂອງ​ນາງ​ດ້ວຍ​ຄວາ​ມຍິນ​ດີ.