ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-08-22 16:13:37    
ສູນ​ຂ່າວ​ຫຼັກ​ຂອງ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ

cri

ໃນ​ຖານະ​ເປັນ​ນັກ​ຂ່າວຈີນຜູ່​ຫນຶ່ງ​ທີ່​ໄປ​ເອົາຂ່າວ​​​ໃນ​ງານ​ໂອລິ​ມປິກປັກ​ກິ່ງ, ​​ແສງ​ທອງຮູ້ສຶກ​ຕື່ນ​ເຕັ້ນ​ຫຼາຍ​​ເລື້ອຍໆ.  ​ແຕ່​ລະ​ມື້, ນອກຈາກ​​ໄປບ້ານ​ໂອ​ລິ​ມ ປິກ​ແລ້ວ​,  ​​ແຫ່ງ​ນີ້ທີ່​ແສງ​ທອງໄປ​ຫຼາຍກວ່າ​ຫມູ່​ກໍ່​ແມ່ນສູນ​ຂ່າວ​ຫຼັກ​ຂອງ​ງານ​ໂອ​ລິ​ມປິກປັກ​ກິ່ງ,  ​ແສງ​ທອງ​ຄິດວ່າ ,​ແຫ່ງນັ້ນ​ແມ່ນ​ບ້ານ​ຂອງ​ນັກ​ຂ່າວ​ຂຶ້ນ​ທະ​ບຽນ 5600 ກວ່າ​ຄົນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໄລຍ​ະ​ງານໂອ​ລິ​ມປິກ.  ​ໃນ​ລາຍການ​ບົດ​ບັນທຶກປະຈຳ​ວັນຂອງ​ນັກ​ຂ່າວພາກ​ນີ້​, ​ແ​ສງທອງ​ຈະ​ພາ​ທ່ານ​ໄປ​ຊົມ​ສູນ​ຂ່າວ​ຫຼັກ​​ຂອງ​ງານໂອ​ລິ​ມປິກ​ປັກ​ກິ່ງ.
ສູນ​ຂ່າວ​ຫຼັກຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຕັ້ງ​ຢູ່​ທິດ​ເຫນືອ​ຂອງ​ສະຫນາມ ກິລາ​ແຫ່ງ​ຊາດ​ຫຼື​ຮັງ​ນົກ​ແລະສູນ​ລອຍ​ນ້ຳ​ແຫ່ງ​ຊາດຫຼືກ້ອນ​ນ້ຳ​ສີ່​ຫຼ່ຽມ , ຝາດິນ​ຈີ່​​​ລາຍ​ໄມ້ແລະ​ຝາ​ແກ້ວ​ທີ່​​ໂປ່​ງ​ໃສ​​ໄດ້​​​ເຮັດ​ໃຫ້ສູນ​ຂ່າວ​ຫຼັກທີ່​ໃຫຍ່​ໂຕ​ເບິ່ງ​ຊົງ​ຄື​ວ່າ​ສະຫງົບ​ງຽບ​ຫຼາຍ.​​​ ​ສູນ​ຂ່າວ​ຫຼັກຊື່​ອັງກິດ​ແມ່ນຫຍໍ້ມາ​ຈາກMain Press Centre.


ໃນ​ນາມ​ເປັນ​ຄ້າຍ​​ໃຫຍ່ຂອງ​ສົງຄາມ​​ຂ່າວ​ໃນ​ງານ​ໂອ​ລິ​ມປິກ​ແລະຫ້ອງສູ້​ຣົບ​ແລະກອງ​ບັນຊາ​ການ​ສູງ​ສຸດຂອງ​ສື່​ມວນ​ຊົນສຳຄັນ​ຕ່າງໆ,ສູນ​ຂ່າວ​ຫຼັກຫຼື MPC ​ແມ່ນ​ບ່ອນ​ເຕົ້າ​​ໂຮມຂ່າວ​ແລະ​ບ່ອນ​ກະຈາຍ​ຂ່າວ​​ໃນ​ງານ​ໂອ​ລິ​ມປິກ.  ຂ່າວ​ຕ່າງໆກ່ຽວ​ກັບ​ສະພາບການ​ແຂ່ງຂັນ​ໃນ​ສະຫນາມກິລາ​​​ໂອ​ລິ​ມປິກ, ຄຳ​ວິຈານ​ຕ່າງໆ​ກ່ຽວ​ກັບການ​ເມືອງ ​ເສດຖະກິດ ວັດທະນະທຳຂອງຕົວ​ເມືອງແລະ​ປະ​ເທດ​ທີ່​ເປັນ​ເຈົ້າພາບ​​ງານ​ໂອ​ລິ​ມປິກພ້ອມ​ດ້ວຍ​ໂສມ​ຫນ້າ​ຈິດ​ໃຈ​ຂອງປະຊາຊົນ​ປະ​ເທດ​ເຈົ້າພາບ​ລ້ວນ​ແຕ່​ສົ່ງ​ອອກ​ໄປ​ຈາກ​ສູນ​ຂ່າວ​ຫຼັກ​ແຫ່ງ​ນີ້​.

  ສູນ​MPC ​ໂອ​ລິ​ມປິກປັກ​ກິ່ງ​ມີ​ເນື້ອ​ທີ່​ກໍ່ສ້າງ 2 ​ແສນ 6 ຫມື່ນ​ຕາຕະລາງແມັດ​ ​,  ປະກອບ​ດ້ວຍ​ໂຮງ​ແຮມລະດັບ​ດາວ​ແລະ​ຕຶກ​ໃຫຍ່​ສອງ​ຫຼັງ​ແລະ​ຕຶກ​ນ້ອຍຫຼາຍ​ຫຼັງ​ທີ່​ຕິດ​ຕໍ່​ກັບສິ່ງ​ກໍ່ສ້​າງ 4 ຫຼັງນີ້. ​ມັນເປັນMPC ທີ່​ໃຫຍ່​ກວ່າ​ຫມູ່​ໃນ​ປະຫວັດ​ງານໂອ​ລິ​ມປິກ.  ​ໃນ​ໄລຍະງານ​ໂອ​ລິ​ມປິກ, ນັກ​ຂ່າວ​ຂຽນ​ບົດ​ຄວາມ 4400 ​ຄົນ​ແລະ​ນັກ​ຂ່າວ​​ຖ່າຍຮູບ 1200 ຄົນທີ່​ປະຈຳ​ຢູ່​ແຫ່ງ​ນີ້​ໄດ້​ປະກອບ​ເປັນ​ກອງ​ກ່ຳ​ປັ່ນລາຍ​ງານ​ຂ່າວ​ໂອ​ລິ​ມປິກ​, ລາຍ​ງານ​ຂ່າວ​ງານ​ມະຫະກຳກິລາ​ໂອ​ລິ​ມປິປັກ​ກິ່ງແລະຂ່າວ​ກ່ຽວກັບ​ປະຊາ​ຊົນ​ຈີນຕ້ອນຮັບ​ໂອ​ລິ​ມປິກ​ຕໍ່​ທົ່ວ​ໂລກຢ່າງຮອບ​ດ້ານ;

ການຄົມມະນາຄົມ​ທີ່​ສະດວກແມ່ນ​ທ່າ​ແຮງ​ໃຫຍ່ກວ່າ​ຫມູ່​ຂອງ​ສູນ​ຂ່າວ​ຫຼັກ​ງານ​ໂອ​ລິ​ມປິກປັກ​ກິ່ງ​, ຫ່າງຈາກ​ສະຫນາມກິລາ​ແຫ່ງ​ຊາດ​ຫຼື​ຮັງ​ນົກ​ມີ​ປະມານ 800 ​ແມັດ, ​​ໃກ້​ກັບສູນ​ລອຍ​ນ້ຳ​ແຫ່ງ​ຊາດຫຼືກ້ອນ​ນ້ຳ​ສີ່​ຫຼ່ຽມ  ຫໍ​ກິລາ​ແຫ່ງຊາດ​ແລະ​ສະຫນາມກິລາ 6 ​ແຫ່ງອື່ນ.
 ​ເມື່ອ​ຈາກປະຕູ​ເຂົ້າ​ຮອດ​ຊັ້ນ​ຫນຶ່ງ​ຂອງ​MPC,, ສິ່ງ​ທີ່​ຕ້ອງຕາຄົນກ່ອນ​ຫມູ່ແມ່ນຫ້ອງ​ໂຖງ​ທີ່​ກວ້າງ 1650  ຕາ​ແມັດ​ແລະ​ຫ້ອງ​ບໍລິການ​​​ສຳລັບ​ການເອົາ​ຂ່າວ​ເຊິ່ງ​ເປັນ​ແທ່ນ​ຕິດ​ຕໍ່​ພົວພັນ​ລະຫວ່າງ​ນັກ​ຂ່າວ​ຂອງ​ປະ​ເທດ​ຕ່າງໆ​ກັບ​ຄະນະ​ຈັດ​ຕັ້ງ​ງານກິລາໂອ​ລິ​ມປິກ​ປັກ​ກິ່ງ.   ນັກ​ຂ່າວທັງຫຼາຍ​ສ່ວນ​ຫຼາຍ​ລ້ວນ​ແຕ່​ເຮັດ​ວຽກ​ຢູ່ຊັ້ນນີ້​ທີ່ກວ້າງ 5000 ຕາ​​ແມັດ.  ຢູ່ຊັ້ນ​ສອງ​ຂອງMPC ​ມີ​ຫ້ອງ​ຖະ​ແຫຼ​ງຂ່າວ ​ 800 ​ທີ່​ນັ່ງ ຫ້ອ 200 ທີ່​ນັ່ງຫ້ອງ,​ແລ​ະ 80 ທີ່​ນັ່ງ 3 ຫ້ອງ.  ​ໃນ​ໄລຍະ 20 ກວ່າ​ມື້ກ່ອນ​ແລະ​ຫຼັງ​ພິທີ​​ໄຂ​ງານ​ໂອ​ລິ​ມປິກ,ຈະຈັດ​ງານ​ຖະ​ແຫຼ​ງຂ່າວ​ຂະຫນາດ​ໃຫຍ່​ແລະ​ນ້ອຍ 400 ກວ່າ​ເທື່ອ​ຢູ່​ແຫ່ງ​ນີ້, ​ ​ຄິດ​ສະ​ເລ່ຍ​ແລ້ວ​ແຕ່​ລະ​ມື້ ຈັດຂຶ້ນ20 ກວ່າ​ເທື່ອ​.

​ໃນລະບຽງກາງ​ແຈ້ງ​ຂອງຊັ້ນ​ສອງ,ຍັງ​​ເປີດຮ້ານ​ອາຫານ​ແລະ​ບາ​ເຫຼົ້າ​​ເບຍ​ກາງ​ແຈ້ງກວ້າງ 500 ຕາ​ແມັດສຳລັບ​ນັກ​ຂ່າວ.  ​ເຂດພັກຜ່ອນ​​ກາງ​ແຈ້ງ​​ທີ່ຄ້າຍຄື​ກັນ​ເຄີ​ຍຮັບ​ຄວາມ​ນິຍົມ​ຈາກ​ນັກ​ຂ່າວ​ຂອງ​ປະ​ເທດ​ຕ່າງໆ​ໃນ​ງານ​ໂອ​ລິ​ມປິກ​ອາ​ແຕນ.

 ສຳລັບ​ພະນັກງານ​ຕົ້ນຕໍ​ຂອງ​ສູນ​ຂ່າວ​ຫຼັກຫຼືMPC, ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ມີ​ຄາດຫມາຍ​ຢ່າງ​ເຄັ່ງ​ຄັດ​ທີ່​ສຸດຄື: ດີ​ທີ່​ສຸດ​ແມ່ນ​ມີ​ບົດຮຽນ​​ໃນ​ການເອົາຂ່າວ​ໂອ​ລິ​ມປິກ 3 ຄັ້ງ​ແລະ​ປະສົບ​ການ​ນັກ​ຂ່າວ​ກິລາ​ 15 ປີ​ຂຶ້ນ​ໄປ,  ສາມາດ​ໃຊ້ພາສາ​ອັງກິດຢ່າງ​ຫຼ່ຽນ​ໄຫຼ.  ທັງນີ້​ໄດ້ຮັບປະກັນ​ໃຫ້​ສູນ​ຂ່າວ​ຫຼັກ​ໂອ​ລິ​ມປິກ​ເຮັດ​ວຽກຢ່າງ​ສະດວກ​ໃນ​ລະດັບສູງກວ່າ​ເກົ່າ.  ນັກ​ຂ່າວ​ທັງຫຼາຍຂອງ​ງານ​ໂອ​ລິ​ມປິກ​ແມ່ນ​ຜູ່​ເຮັດ​ວຽກ​ທີ່​ມັກ​ທີ່​ສຸດ​ກຸ່ມ​ຫນຶ່ງ​​ທີ່​ຖື​ທັນ​ເວລາ​ແລະ​ຂ່າວ​ເປັນ​ຊີວິດ​ຕົນ, ຈະ​ບໍ່​ຮຽກຮ້ອງ​​ເງື່ອນ​ໄຂ​ດ້ານ​ຊີວິດ​ການ​ເປັນ​ຢູ່​ຢ່າງ​ເຂັ້ມ​ງວດ, ​ແຕ່​ວ່າຕ້ອງ​​ເອົາ​ໃຈ​ໃສ່​ທີ່​ສຸດນຳ​ຄວາມ​ຮຽກຮ້ອງຕ້ອງ ການຂອງ​ເງື່ອນ​ໄຂ​ວຽກ​ງານດ້ານ​ຕ່າງໆ​ເຊັ່ນ ການ​ເອົາ​ຂ່າວ ສື່ສານ​ແລະ​ຄົມມະນາຄົມ​ເປັນ​ຕົ້ນ​, ສະ​ນັ້ນ  ຄະນະ​ກຳມະການ​ງານ​ໂອ​ລິ​ມປິກ​ສາກົນ​ຈຶ່ງ​ຈະ​ມີ​ຄວາມ​ຕ້ອງການ​​​ແບບ​ນີ້​ຢ່າງ​ເຄັ່ງ​ຄັດ

ຢູ່​ສູນຂ່າວ​ຫຼັກ​ຂອງ​ງານ​ໂອ​ລິ​ມປິກ, ຈຸດ​ພິ​ເສດ​​ໃຫຍ່ກວ່າ​ຫມູ່​ກໍ​ແມ່ນ" ​ເພື່ອນ​ຕ້ອນຮັບ​ເພື່ອນ   ນັກ​ຂ່າວ​ຮັບ​ໃຊ້​ນັກ​ຂ່າວ",​ເພາະວ່າ​ມີ​ແຕ່​ນັກ​ຂ່າວ​ກິລາ​ຈຶ່ງ​ຮູ້ດີ​ວ່າເພື່ອນ​ຮ່ວມງານ​ປະ​ເພດ​ດຽວ​ກັນ​ຕ້ອງການ​ຫຍັງ​ເລີຍ.