ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-08-23 14:35:28    
ບົດ​ບັນທຶກ​ປະຈຳ​ວັນ​ຂອງ​ແສງ​ທອງ0823

cri

ທີ່​ນີ້, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ມາ​ຮອດ​ມື້​ນີ້, ການ​ແຂ່ງຂັນ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໃກ້​ຈະ​ສິ້ນ​ສຸດ​ລົງ​ແລ້ວ. ​ໃນ​ເວລາ​ສອງອາທິດ​ມາ​ນີ້, ທົ່ວ​ໂລກ​ໄດ້​ຜ່ານ​ຈາກ​ໂທລະພາບ, ອິນ​ເຕີ​ເນັດ​ແລະ​ສື່​ມວນ​ຊົນ​ຂະ​ແໜງຕ່າງໆ, ສຳຜັດ​ກັບ​ສະ​ເໜ່ອັນ​ຈັບ​ໃຈຂອງ​ຈີນ.


ຍ້ອນ​ວ່າ​ຈີນ​ໄດ້​​ເປັນ​ເຈົ້າພາບ​ຈັດ​ງານ​ໂອ​ລິ​ມປິກ​ຄັ້ງ​ນີ້, ສະ​ນັ້ນ, ຄວາມ​ເປັນຈີນ​ໄດ້​ເຮັດ​ໃຫ້​ຄົນ​ທັງຫຼາຍ​ເອົາ​ໃຈ​ໃສ່​ນຳ​ຢ່າງ​ກວ້າງຂວາງ. ຈິ່ງມີ​ນັກ​ຂ່າວ​ລາຍ​ງານ​ຂ່າວ​ຄວາມ​ເປັນ​ຈີນ​ໃນ​ຫຼ!ຍ​ແງ່​ຫຼ!ຍມຸມ. ​ແຕ່ຄວາມ​ເປັນຈີນ​ທີ່​ຄົນ​ຕ່າງປະ​ເທດ​ສົນ​ໃຈ​ທີ່​ສຸດ​ນັ້ນ, ຄົງ​ຈະ​ແມ່ນ​ພາສາ​ຈີນ​ສັບ​ໜຶ່ງ. ມີ​ນັກ​ຂ່າວ​ຕ່າງປະ​ເທດ​ຫຼາຍ​ຄົນ​ທີ່​ບໍ່​ຮູ້​ພາສາ​ຈີນ​ຈັກ​ຄວາມ, ຫຼື​ວ່າ​ບາງ​ຄົນ​ທີ່​ຊົມ​ການ​ແຂ່ງ​ຂັນ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຢ່າງ​ແທ້​ຈິງ​ເປັນ​ຄັ້ງ​ທຳ​ອິດ​ນັ້ນ, ​ໄດ້​ເກີດ​ຄວາມ​ສົນ​ໃຈ​ຫຼາຍ​ຕໍ່​ຄຳ​ສັບ​ນີ້.

ຄຳ​ສັບ​ນີ້​ກໍ​ແມ່ນ"​ເຈ່ຍ​​ໂຢ". ນັບ​ແຕ່​ມື້​ໄຂ​ງານ​​ໂອລິ​ມປິກ​ມາ​ຮອດ​ປະຈຸ​ບັນ, ຊາວ​ຕ່າງປະ​ເທດ​ໄດ້​ຍິນ​ສັບ​ນີ້​ຢູ່​ຕະຫຼອດ. ສຽງ​ຂອງ​ສັບ​ນີ້​ມີ​ສະ​ເໜ່​​ແລະ​ພະລັງແທ້ໆ, ຜູ້​ທີ່​​ຮ້ອງ​ຄຳ​ນີ້​ໄດ້​ຮ້ອງ​ເປັນຈັງ​ຫວະ​ດຽວ​ກັນ. ຊາວ​ຕ່າງປະ​ເທດ​ຫຼາຍ​ຄົນ​ທີ່​ບໍ່​​ຮູ້​ວັດທະນະທຳ​ຈີນ​ໃນ​ເມື່ອ​ກ່ອນ, ດຽວ​ນີ້​ເຂົາ​ເຈົ້າ​ຫາ​ກໍ່​ຮູ້ວັດທະນະທຳ​ຈີນ​ແລະຢາກ​ຊອກ​ຮູ້​ຄວາມ​ໝາຍ​ຂອງ​ຄຳ​ສັບ​ນີ້​ແທ້ໆ.

​ກ່ອນ​ທີ່​ຊາວ​ຕ່າງປະ​ເທດ​ຈະມາ​ຈີນ, ​ເຂົາ​ເຈົ້າ​​ເຫັນ​ວ່າ, ຢູ່​ຈີນ​ນີ້, ຄຳ​ສັບ​ທີ່​ໄດ້​ຍິນ​ຫຼາຍ​ກວ່າ​ໝູ່​ຄວນ​ແມ່ນຄຳ​ວ່າ"ຈີນ"ຫຼື​ວ່າ​ຄຳ​ສັບ​ທີ່​ຄ້າຍຄື​ກັບ"ຈີນ", ​ແຕ່​ບັດ​ມາ​ຮອດ​ແລ້ວ​ຊ້ຳພັດ​ໄດ້​ຍິນ​ຄຳວ່າ"​ເຈ່ຍ​ໂຢ", ການ​ຜັນ​ສຽງ​ຂອງ​ສັບ​ນີ້​ໄກ​ກັບ​ສຽງ​ຂອງຄຳ​ວ່າ​"ຈີນ"ຫຼາຍ.

ກ່ອນ​ອື່ນ, ຊາວ​ຕ່າງປະ​ເທດ​ທັງຫຼາຍຢາກ​ເຂົ້າ​ໃຈຄວາມ​ໝາຍ​ຂອງ"​ເຈ່ຍ​ໂຢ". ​ເມື່ອ​ມີ​ຄົນອະທິບາຍ​ວ່າ, ຄົນ​ຈີນ​ທີ່​ຮ້ອງ​ຄຳ​ວ່າ"​ເຈ່ຍ​ໂຢ" ​ຄວາມ​ໝາຍ​ເດີມ​ຂອງ​ມັນ​ແປວ່າ​ຕື່ມ​ນ້ຳມັນ, ຊາວ​ຕ່າງປະ​ເທດ​ລ້ວນ​ແຕ່​ງົງ​ໂລດ! ​ເມື່ອ​ເຫັນ​ຄວາ​ມໝາຍ​ຂອງ​ສັບ​ນີ້, ​ເຂົາ​ເຈົ້າ​ຈະ​ຄິດ​ເຫັນ​​ການ​ຕື່ມ​ນ້ຳມັນ​ຢູ່​ໃນ​ປ້ຳ​ນ້ຳມັນ! ​ເມື່ອ​ຖາມ​ຄົນ​ຈີນ​ແລ້ວ, ຄົນ​ຈີນ​ພັດ​ຕອບ​ວ່າ, "​​ເຈ່ຍ​ໂຢ"ທີ່​ຄົນ​ຈີນ​ຮ້ອງ​​ໂຮ​ນັ້ນ​ບໍ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ຄວາມ​ໝາຍ​ຕື່ມ​ນ້ຳມັນ​ນັ້ນ​ເລີຍ. ຄົນ​ຕ່າງປະ​ເທດ​ເລີຍ​ຄິດ​ວ່າ: ຄົນ​ຈີນ​ຄື​​​ແປກແທ້, ​ແລະ​ວັດທະນະທຳ​ຈີນ​ຈັ່ງ​​ແມ່ນ​ມີ​ສະ​ເໜ່​ແທ້ໆ: ຄົນ​ຈີນ​​ທີ່​ຮ້ອງ​ຄຳ​ວ່າ"​ເຈ່ຍ​ໂຢ"ຄື​ແປ​ວ່າ​ຕື່ມ​ນ້ຳມັນ​ນັ້ນ​ໃນ​ຫຼາຍ​ກໍລະນີພັດ​ບໍ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ການ​ຕື່ມ​ນ້ຳມັນ​ໃສ່​ລົດ​ຢູ່​​ປ້ຳ​ນ້ຳມັນ.

ປະຈຸ​ບັນ, ມີ​ຫຼາຍ​ຄົນ​ຢາກ​​ແປ"​​ເຈຍ​ໂຢ"​ເປັນ​ພາສາ​ອັງກິດ​ຢ່າງ​ຊັດ​ເຈນ. ມີ​ບາງ​ຄົນ​ແປ​ເປັນ"Come on"ຫຼື"go go go ", ​ແຕ່​ພວກ​ນາຍ​ພາສາ​ເຫຼົ່າ​ນີ້​ລ້ວນ​ແຕ່​ຍອມຮັບວ່າ, ຄຳ​ສັບ​ເຫຼົ່າ​ນີ້​ລ້ວນ​ແຕ່​ບໍ່​​ແມ່ນ​ຄວາມ​ໝາຍ​ທີ່​ຖືກຕ້ອງ​ແທ້ໆ​ຂອງ​ຄຳ​ວ່າ"​ເຈຍ​ໂຢ". ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ຕ່າງປະ​ເທດ​ຍິ່ງ​ງົງ​ນັ້ນ​ກໍ​ແມ່ນ. ຄຳ​ວ່າ"​ເຈຍ​ໂຢ"ບໍ່​ພຽງ​ແຕ່​ສາມາດ​ໃຊ້​ໄດ້​ຢູ່​ໃນ​ທ່າ​ມກາງ​ໂອ​ລິ​ມປິກ​ທີ່​ມ່ວນ​ຊື່ນ​ເທົ່າ​ນັ້ນ, ​ໃນ​ສະພາບ​ທີ່​ເສົ້າ​ໂສກ​ຄື​ໃນ​ໄລຍະ​ເກີດ​ໄພ​ແຜ່ນດິນ​ໄຫວ​ຢູ່​ເມືອງ​​ເວີ້​ນຊ່ວນ​ແຂວງ​ເສ​ສວນ​ນັ້ນ, ກໍ​ມີ​ຫຼາຍ​ຄົນ​ຂຽນ​ປ້າຍ​ຄຳ​ຂວັນ​ທີ່​ວ່າ"ຈົ່ງ​ກົວ​ເຈ່ຍ​ໂຢ"​ແລະ"​ເວີ້​ນ​ຊ່ວນ​ເຈ່ຍ​​ໂຢ". ນອກ​ນີ້, ຢູ່​ໃນ​​ໂທລະພາບ, ຄົນ​ຕ່າງປະ​ເທ​ດຍັງ​ເຫັນ​ພາບ​​ທີ່​ຄົນ​ຈີນ​ຫຼາຍຄົນ​ຮ້ອງ"ຈົ່ງ​ກົວ​ເຈ່ຍ​ໂຢ"​ແລະ"​ເວີ້​ນ​ຊ່ວນ​ເຈ່ຍ​​ໂຢ"ຢູ່​ສະຫຼາມ​ຫຼວງ​ທ່ຽນ​ອ່ານ​ເໝິນ. ສະ​ນັ້ນເຂົາ​ເຈົ້າ​ຈິ່ງ​ຮູ້​ວ່າ, ​ເຂົາ​ເຈົ້າ​ຍັງ​ບໍ່​ເຂົ້າ​ໃຈ​​ເລິກ​ຕໍ່​ການໃຊ້​ແລະ​ຄວາມ​ໝາຍ​ຂອງຄຳ​ວ່າ"​ເຈຍ​ໂຢ"ຈະ​ແຈ້ງ​ເທື່ອ, ນັ້ນ​ກໍ​ໝາຍ​ຄວາມ​ວ່າ, ຄຳ​ວ່າ"​ເຈ່ຍ​ໂຢ"ທັງ​ສາມາດ​ໃຊ້​ຢູ່​ໃນ​ທ່າມກາງ​ຄວາມມ່ວນ​ຊື່ນ​ຄື​ງານ​ໂອ​ລິ​ມປິກ​ນີ້​ແລະກໍ​ຍັງສາມາດ​ໃຊ້​ຢູ່​ໃນ​ທ່າມກາງຄວາມ​ເສົ້າ​ໂສກ​ຄື​ແຜ່ນດິນ​ໄຫວ​ເມືອງ​ເວີ້​ນຊ່ວນນັ້ນ, ກໍ່ໃຊ້​ໄດ້​ຄື​ກັນ​ເພື່ອ​ໃຫ້​ກຳລັງ​ໃຈ. ສະ​ນັ້ນ, ຖ້າ​ໃຊ້​ຄຳ​ວ່າ"Come on"ຫຼື"go go go "​ໃນ​ພາສາ​ອັງກິດ​ມາ​​ແປຄຳ​ວ່າ"​ເຈ່ຍ​ໂຢ"ນັ້ນ, ກໍ​ບໍ່​ຊັດ​ເຈນ​ປານ​ໃດ.

ປະຈຸ​ບັນ, ທົ່ວ​ໂລກ​ລ້ວນ​ແຕ່​ໄດ້​ມີ​ກະ​ແສ​ຮຽນ​ພາສາ​ຈີນ​ຢ່າງ​ຫ້າວຫັນ, ​ແສງ​ທອງ​ຄິດ​ວ່າ​ມີ​ແຕ່​ເຂົ້າ​ໃຈ​ຍອດ​ກະທິ​ຂອງ​ວັດທະນະທຳ​ຈີນ​ແລ້ວ, ຈິ່ງຈະ​ເຂົ້າ​ໃຈຄວາມ​ໝາຍ​ຮອບດ້ານ​ຂອງ​ຄຳ​ວ່າ"​ເຈ່ຍ​ໂຢ"ນີ້​ຢ່າງ​ແທ້​ຈິງ.