ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-08-24 15:57:12    
ງານ​ໂອ​ລິ​ມປິກ​ກັບ​ຈີນ

cri

ທີ່​ນີ້, ວິທະຍຸ​ສາກົນ​ແຫ່ງປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ງານ​ໂອ​ລິ​ມປິກ​ລະດູ​ຮ້ອນ​ຄັ້ງ​ທີ29​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​​ໃກ້​ຈະ​ສິ້ນ​ສຸດ​ລົງ​ແລ້ວ. ​ໃນ10​ກວ່າ​ມື້​ທີ່​​ໄປ​ເອົາ​ຂ່າວ​ໃນ​ງານ​ໂອ​ລິ​ມປິກ, ​ແສງ​ທອງ​ໄດ້​ຍິນ​ຄຳ​ຕີ​ລາຄາ​ຕ່າງໆ​ຢູ່​ບໍ່​ຂາດ​ເຊັ່ນວ່າ: ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ມະຫາສານ, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ໃຫ້​ໂລກ​ເຂົ້າ​ໃຈ​ຈີນ​ຫຼາຍ​ກວ່າ​ເກົ່າ, ຈາກ​ນີ້​ຕໍ່​ໄປ​ຈີນ​ຈະ​ກ້າວ​ເຂົ້າ​ສູ່​ໄລຍະປະຫວັດສາດ​ທີ່​ພັດທະນາ​ໃໝ່​. ນີ້​ໄດ້​ເຮັດ​ໃຫ້​ແສງ​ທ້ອງ​ຮູ້ສຶກ​ພາກພູມ​ໃຈ​ທີ່​ສຸດ. ​ໃນ​ລາຍການ​ພາກ​ນີ້, ​ແສງ​ທອງ​ຈະ​ລົມ​ກັບທ່ານ​ກ່ຽວ​ກັບງານ​ໂອ​ລິ​ມປິ​ກັບ​ຈີນ​ໃນ​ສາຍຕາ​ຂອງຜູ້​ຊ່ຽວຊານ​ຕ່າງປະ​ເທດ.


​ໃນ​ສອງ​ປີ​ທີ່​ຜ່ານ​ມາ, ​ເພື່ອຂຽນ​ບົດທີ່​ແນະນຳ​ວຽກ​ງານ​ກະກຽມ​ງານ​ໂອ​ລິ​ມປິກ​ແລະ​ໂສມ​ໜ້າ​ພັດທະນາ​ຂອງ​ຈີນ​ຢ່າງ​ຮອບດ້ານ, ທ່ານ​ປີ​ແອ ປີ​ຄາດ ທີ່​ເປັນ​ດອກ​ເຕີ​ວັດທະ​ນະ​ທຳ​ສັງຄົມແລະ​ພູມ​ສາດ​ມະຫາວິທະຍາ​ໄລ​ປາຣີ ຜູ້​ຊ່ຽວຊານ​ບັນຫາ​ຈີນ ​ໄດ້​ມາ​ທັດສະນະ​ສຶກສາ​, ຢ້ຽມຢາມ​​ແລະ​​ແລ​ກປ່ຽນ​ຢູ່ຈີນ4​ເທື່ອ, ທ່ານ​ໄດ້​ໄປ​ບ່ອນກໍ່​ສ້າງ​ສະໜາມກິລາ​ໂອ​ລິ​ມປິກ​ທຸກ​ແຫ່ງ​. ກ່ອນ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ຮູບ​ການກິລາ​ໂອ​ລິ​ມປິກ​ຂອງ​ຈີນ​ທີ່​ທ່ານ​​ໃຊ້​ເວລາ4​ປີ​ຈິ່ງ​ຂຽນ​ສຳ​ເລັດ, ​ໄດ້​ພິມ​ຈຳໜ່າຍ​ໃນ​ທີ່​ສຸດ. ວັນ​ທີ22​ສິງຫາ​ນີ້, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ປີ​ແອ​ກ່າວ​ວ່າ, ງານ​ກິລາໂອ​ລິ​ມປິກ​ປັກ​ກິ່ງຍັງ​ດີກ​ວ່າ​ແລະງາມ​ກວ່າ​ທີ່​ຂ້ອຍພັນ​ລະນາ​ໃນ​ປຶ້ມ​ຂ້ອຍນັ້ນ​ອີກ, ນີ້​ແມ່ນ​ຜົນສຳ​ເລັດ​ອັນຍິ່ງ​ໃຫຍ່.


ທ່ານ​ກູ​ສຕາ​ເວີສ ກຼາສ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ຈີນຍຸກ​ປະຈຸ​ບັນ​ບຼູ​ແຊນ​ຂອງ​ແບນ​ຊິກ​ເຫັນ​ວ່າ, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ເຮັດ​ໃຫ້​ໂລກ​ເຂົ້າ​ໃຈ​ຈີນ​ດີກວ່າ​ເກົ່າ, ​ເຮັດ​ໃຫ້​ຄົນ​ທັງຫຼາຍ​ໄດ້​ຮູ້​ການ​ພັດທະນາ​ຂອງ​ຈີນ​ຢ່າງ​ແທ້​ຈິງ, ​ແລະ​ກໍ​ຮູ້ວັດທະນະທຳ​ຂອງ​ຈີນດີກ​ວ່າ​ເກົ່າ, ​​ໄດ້​ປ່ຽນ​ຄວາມ​ຊົງ​ຈຳ​ພິດ​ພາດ​ຕໍ່​ຈີນ​ທີ່​ຮູ້​ແຕ່​ວ່າ​ຈີນ​ເຄີຍທຸກ​ຍາກ​ຫຼ້າ​ຫຼັງ​. ທ່ານ​ກ່າວ​ວ່າ, ​ງາ​ນ​ໂອ​ລິ​ມປິກ​ປັກ​ກິ່ງ​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ເຂັ້ມ​ແຂງ​ຂອງ​ຈີນ, ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ປະຊາຊົນ​ຈີນ​ກັບ​ປະຊາຊົນ​ຕ່າງປະ​ເທດ, ​ແລະ​ກໍ​ຍ່ອມ​ຈະ​ຊຸກ​ຍູ້​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ຕື່ມ​ອີກ.


ທ່ານ​ເຮີ​ນານ​ເດີ​ສ ສາ​ສະ​ດາ​ຈານ​ວິຊາ​ສື່ສານ​ມະຫາວິທະຍາ​ໄລ​ປົກຄອງ​ຕົນ​ເອງ​​ແຫ່ງ​ຊາດ​ແມັກ​ຊິກ​ທີ່​ຄົ້ນຄວ້າ​ຫົວ​ຂໍ້​ເສດຖະກິດ​ແລະ​ສັງຄົມ​ຈີນ​ເປັນ10​ກວ່າ​ປີ​ນັ້ນ​​ໄດ້​ເວົ້າ​ວ່າ, ຖ້າ​ບໍ່​ໄດ້​​ເຫັນ​ກັບ​ຕາ, ຄົນ​ທັງຫຼາຍ​ມັກ​ຈະ​ຮູ້ສຶກ​ວ່າ, ​ເບິ່ງ​ປະ​ເທດ​ຕາ​ເວັນ​ອອກ​ນີ້​ຈາກ​ໄກໆ, ຄື​ວ່າ​ມີ​ຜ້າ​ບາງໆ​ປົກ​ໄວ້, ​ເຮັດ​ໃຫ້​ເບິ່ງ​ປະ​ເທດ​ນີ້ບໍ່​ຄັກ, ຮູ້ສຶກ​ເລິກ​ລັບ. ງານ​ໂອ​ລິ​ມປິກ​ປັກ​ກິ່ງ​​ໄດ້​ອຳນວຍ​ໂອກາດ​ໃຫ້​ຫຼາຍ​ປະ​ເທດ​ຍ່າງ​​ເຂົ້າໃກ້​ກັບ​ຈີນ, ​ແລ້ວ​ປະກົດ​ເຫັນຮັບ​ຮູ້​ແລະ​ສຳຜັດ​ຈີນ​ຄືນ​ໃໝ່. ທ່ານ​ເຫັນ​ວ່າ, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ສະ​ແດງ​ດ້ານ​ທີ່​ມີ​ຊີວິດ​ຊີວາ, ທັນ​ສະ​ໄໝ, ​ເປີດ​​ເຜີຍ​ແລະ​ຫຼາຍ​ເຄົ້າ​ຂອງ​ຈີນ​ຕໍ່ນັກ​ກິລາ​ທີ່​ມາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ແລະ​ແຂກ​ຜູ້​ມີ​ກຽດ​ຂອງ​ປະ​ເທດ​ຕ່າງໆ. ​ເຊື່ອ​ວ່າ​ພາຍຫຼັງ​ງານ​ໂອ​ລິ​ມປິກ​ສິ້ນສຸດ​ລົງ​ແລ້ວ, ທົ່ວ​ໂລກ​ຈະ​ມີ​ຜູ້​ຕິດ​ໃຈ​ນຳຈີນ​ຫຼາຍ​ກວ່າ​ເກົ່າ, ​ແລະ​ມີ​ຜູ້​ຊ່ຽວຊານ​ທີ່​ຮູ້​ຈັກ​ຈີນ​ຫຼາຍ​ຂຶ້ນ, ທັງ​ມີ​ກະ​ແສ​ນິຍົມ​ຈີນ.


ທ່ານ​ອັບ​ດຸນ ອາຊີ​ສ ​ແມ່ນ​ນັກ​ຄົ້ນຄວ້າ​ວັດທະນະທຳ​ຈີນ​ທີ່​ມີ​ຊື່​ສຽງ​ຂອງ​ເອຢິບ. ​ໃນ​ສາຍຕາ​ຂອງ​ທ່ານ, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ບໍ່​ພຽງ​ແຕ່​ໄດ້​ເຮັດ​ໃຫ້ຫ້ນ້ຳ​ໃຈ​ໂອ​ລິ​ມປິກ​ຊາບ​ຊຶມເຂົ້າ​ທຸກ​ຈອກ​ທຸກ​ແຈ​ຂອງ​ສັງຄົມ​ຈີນ​ເທົ່າ​ນັ້ນ, ຍັງ​ຊຸກ​ຍູ້​ການ​ພັດທະນາ​ແບ​ບສັງ​ລວມຂອງ​ຈີນ​ແລະ​ຊຸກ​ຍູ້​ໃຫ້​ຈີນ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່.


ກ່ຽວ​ກັບ​ເລື່ອງ​ນີ້, ທ່ານປີ​ແອ ຂອງມະຫາວິທະຍາ​ໄລ​ປາຣີຂອງຝຣັ່ງກໍ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ. ທ່ານ​ກ່າວ​ວ່າ, ປີ2010, ຈີນ​ຍັງ​ຈະ​ເປັນ​ເຈົ້າພາບ​ຈັດ​ງານ​ວາງສະ​ແດງ​ສິນຄ້າໂລກ, ນີ້​ກໍ​ແມ່ນ​ງານ​ມະ​ໂຫລານ​ຂອງທົ່ວ​ໂລກ​ຄື​ກັນ. ​​ເມື່ອ​ຮອດ​ເວລາ​ນັ້ນ, ບົດຮຽນ​ຂອງ​ຈີນ​ທີ່​ຈັດງານ​ໂອ​ລິ​ມປິກ​ຢ່າງ​ສຳ​ເລັດ​ຜົນ​ນັ້ນກໍ່​ຍ່ອມ​ຈະ​ຖືກ​ນຳ​ໃຊ້​​ໃນວຽກ​ງານ​ຈັດ​ງານ​ວາງສະ​ແດງສິນຄ້າ​ໂລກ​ຄື​ກັນ. ​ຈີນ​ຈະ​ເຊື່ອມ​ໂຍງ​ເຂົ້າ​ໂລກ​ໄວ​ກວ່າ​ເກົ່າ. ທ່ານ​ປີ​ແອຊີ້​ອອກ​ວ່າ, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ພຽງ​ແຕ່​ແມ່ນ​ໝູ່​ດາວ​ທີ່​ຮຸ່ງ​ເຮືອງ​ໃນ​ທາງ​ຊ້າງ​ເຜືອກ​ແຫ່ງ​ການ​ພັດທະນາ​ຂອງ​ຈີນ​ເທົ່າ​ນັ້ນ, ຫຼັງ​ຈາກ​ງານ​ໂອ​ລິ​ມປິກ​ແລ້ວ, ຈີນ​ຍ່ອມຈະ​ປະຕິບັດ​ນະ​ໂຍບາຍ​ປະ​ຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍນອກ​ຕໍ່​ໄປ​, ສືບ​ຕໍ່​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ສັນຕິພາບ, ຈີນ​ຈະ​ອຸ້ມ​ກອດ​ໂລກ​ດ້ວຍ​ທ່າ​ທີ​ກະ​ຕືລື​ລົ້ນ​ແລະ​ຕັ້ງໜ້າ​ກວ່າ​ເກົ່າ.ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ​ຫົວ​ຂໍ້​ງານ​ໂອ​ລິ​ມ​ປິ​ກກັບ​ຈີນ​ພາກ​ນີ້​ຂໍ​ສ້ຽງ​ສຸດ​ລົງ​ພຽງ​ເທົ່າ​ນີ້. ຕອນ​ຄ່ຳ​ວັນ​ທີ24​ສິງຫາ​ນີ້, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ກໍ່​ຈະ​ສິ້ນ​ສຸດ​ລົງ​​ແລ້ວ, ສ່ວນ​ລາຍການ​ບົດ​ບັນທຶກ​ປະຈຳ​ວັນ​ຂອງ​ແສງ​ທອງ​ກໍ​ຈະ​ສິ້ນ​ສຸດ​ລົງ​ຄື​ກັນ. ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງລາຍການ​ຂອງ​ພວກ​ເຮົາ​ໃນ10​ກວ່າ​ມື້​ມາ​ນີ້, ສະບາຍດີ.