ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-09-25 16:51:48    
ນັກບິນ​ອະວະກາດ"​​ເຊີນ​ໂຈ່​ວ​7"

cri

ຕາມ​ຂ່າວCRI: ​ໂດຍຜ່ານ​ຈາກ​ຜູ່​ຮັບຜິດຊອບ​ກອງ​ບັນຊາ​ການ​ໃຫຍ່ໜ້າ​ທີ່​ການບິນ​ອະວະກາດ​ບັນ​ທຸກ​ມະນຸດ"​ເຊີນ​ໂຈ່​ວ​7" ​ແລະ ຄະນະ​ກຳມະການ​ເລືອກ​​ເຟັ້ນ​ນັກ​ບິນ​ອະວະກາດ​​ເປັນ​ເອກະສັນ​ກັນ​ລົງ​ມະຕິ, ຕົກລົງ​ໃຫ້​ທ່ານ​ຈາ​ຍຈື້ກ່າງ, ລີ​ວ​ໂປ​ມີ​ງ ​ແລະ ຈີ​ງ​ໄຫ​​ເພີງ​ປະກອບ​ເປັນໜ່ວຍ​ນັກ​ບິນ​ອະວະກາດ​ທີ່​ປະຕິບັດ​ໜ້າ​ທີ່​ການບິນ​ອະວະກາດ​ບັນທຸກ​ມະນຸດ"​ເຊີນ​ໂຈ່​ວ​7".


ທ່ານຈາ​ຍຈື້ກ່າງເກີດໃນ​ເດືອນ​ຕຸລາ 1966, ​ເປັນ​ຄົນ​ນະຄອນລົງ​ຈ່ຽງຂອງ​ແຂວງ​​ເຮ​ລອງ​ຈ່ຽງ.ທ່ານ​ເຂົ້າ​ເປັນທະຫານ​ໃນ​ເດືອນ​ມິຖຸນາ 1985, ຂັບຍົນ 950 ຊົ່ວໂມງ​ຢ່າງ​ປອດ​ໄພ, ທ່ານເປັນນັກ​ບິນ​ລະດັບ​ທີ​ຫນຶ່ງ​ຂອງ​ກອງທັບ​ອາກາດ. ທ່ານ​ຈາ​ຍຈື້ກ່າງງໄດ້​ກາຍ​ເປັນ​ນັກ​ບິນອະວະກາດ​ຊຸດ​ທຳ​ອິດ​ຂອງ​ຈີນ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ມັງກອນ​ 1998.ກ່ອນ​ເຂົ້າ​ສັງກັດ​ຫນ່ວຍບິນ​ຂອງ​ຍານ​ອະວະກາດ​ເສີນ​ໂຈ່​ວ​ 7, ທ່າ​ຍຍັງ​ເຄີຍ​ຖືກ​ເລືອກ​ເຂົ້າ​ໃນ​ໜ່ວຍ​ນັກ​ບິນ​ອະວະກາດ​ບັນທຸກ​ມະນຸດ​ຂອງ​ຈີນ​ໃນ​ປີ2003 ​ແລະ  ​ເຄີຍ​ເຂົ້າ​ເປັນ​ສະມາຊິກ​ຫນ່ວຍ​ ​ບິນ​ຍານ​ອະວະ​ກາດ​ເສີນ​ໂຈ​ວ 6 ​ທີ່​ບັນທຸກ​ມະນຸດໃນ​ເດືອນ​ມິຖຸນາ 2005.ປະຈຸ​ບັນ ທ່ານ​ເປັນນັກບິນ​ອະວະກາດ​ລະດັບ​ທີ​ສອງ​ຂອງ​ຫນ່ວຍນັກ​ບິນ​ອະວະກາດກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ. ມີ​ຕຳ​ແໜ່​ງຮອງ​ນາຍ​ພົນ,​ເປັນທະຫານ​ພັນ​ເອກ.

 

ທ່ານ​ລິວ​ໂປ​ມິ​ງເກີດໃນ​ເດືອນ​ກັນຍາ 1966, ​ເປັນ​ຄົນ​ນະຄອນ​ອີ​ອ່ານຂອງ​ແຂວງ​​ເຮ​ລອງ​ຈ່ຽງ.ທ່ານ​ເຂົ້າ​ເປັນນັກ​ບິນ​ທະຫານ​ໃນ​ເດືອນ​ມິຖຸນາ​ 1985, ຂັບຍົນ 1050 ຊົ່ວໂມງ​ຢ່າງ​ປອດ​ໄພ, ທ່ານເປັນນັກ​ບິນ​ລະດັບ​ທີ​ຫນຶ່ງ​ຂອງ​ກອງທັບ​ອາກາດ, ປະຈຸ​ບັນ ທ່ານ​ເປັນນັກບິນ​ອະວະກາດ​ລະດັບ​ທີ​ສອງ​ຂອງ​ຫນ່ວຍນັກ​ບິນ​ອະວະກາດກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ.ທ່ານ​ລິວ​ໂປ​ມິ​ງໄດ້​ກາຍ​ເປັນ​ນັກ​ບິນອະວະກາດ​ຊຸດ​ທຳ​ອິດ​ຂອງ​ຈີນ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ມັງກອນ​ 1998.ກ່ອນ​ເຂົ້າ​ສັງກັດ​ຫນ່ວຍບິນ​ຂອງ​ຍານ​ອະວະກາດ​ເສີນ​ໂຈ​ວ​ເລກ 7,  ທ່ານ​ຍັງ​ເຄີຍ​ເຂົ້າ​ເປັນ​ສະມາຊິກ​ຫນ່ວຍ​ ​ບິນ​ຍານ​ອະວະ​ກາດ​ເສີນ​ໂຈ​ວ​ເລກ 6 ​ທີ່​ບັນທຸກ​ມະນຸດໃນ​ເດືອນ​ມິຖຸນາ 2005.


ທ່ານ​ຈິງ​ໄຮ​ເພິ​ງ​​ເກີດໃນ​ເດືອນ​ສິງຫາ​ 1966, ​ເປັນ​ຄົນ​ນະຄອນ​ຢຸ້ນ​ເສີນຂອງ​ແຂວງ​ຊ່ານ​ຊີ.
ທ່ານ​ເຂົ້າ​ເປັນນັກ​ບິນ​ທະຫານ​ໃນ​ເດືອນ​ມິຖຸນາ​ 1985, ຂັບຍົນ 1200 ຊົ່ງ​ໂມງ​ຢ່າງ​ປອດ​ໄພ, ທ່ານເປັນນັກ​ບິນ​ລະດັບ​ທີ​ຫນຶ່ງ​ຂອງ​ກອງທັບ​ອາກາດ, ປະຈຸ​ບັນ ທ່ານ​ເປັນນັກບິນ​ອະວະກາດ​ລະດັບ​ທີ​ສອງ​ຂອງ​ຫນ່ວຍ​ບິນ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ.
ທ່ານ​ຈິງ​ໄຮ​ເພິ​ງ​ໄດ້​ກາຍ​ເປັນ​ນັກ​ບິນອະວະກາດ​ຊຸດ​ທຳ​ອິດ​ຂອງ​ຈີນ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ມັງກອນ​ 1998.  ກ່ອນ​ເຂົ້າ​ສັງກັດ​ຫນ່ວຍບິນ​ຂອງ​ຍານ​ອະວະກາດ​ເສີນ​ໂຈ​ວ​ເລກ 7,  ທ່ານ​ຍັງ​ເຄີຍ​ເຂົ້າ​ເປັນ​ສະມາຊິກ​ຫນ່ວຍ​ ​ບິນ​ຍານ​ອະວະ​ກາດ​ເສີນ​ໂຈ​ວ​ເລກ 6 ​ທີ່​ບັນທຸກ​ມະນຸດໃນ​ເດືອນ​ມິຖຸນາ 2005.