ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-09-25 16:56:04    
ບັນທຶກ​ການບິນອະວະກາດບັນທຸກ​ມະນຸດຂອງ​ຈີນ

cri

ເດືອນ​ກຸມພາ 1956, ທ່ານ​ຊຽນຊຸຍ​ເຊີ່ນ ນັກວິທະຍາສາດ​ທີ່​ມີ​ຊື່ສ​ຽງຂອງ​ຈີນສະ​ເໜີ​"ຄວາມ​ຄິດ​ຄວາມ​ເຫັນກ່ຽວ​ກັບ​ສ້າງ​ອຸດສາຫະກຳ​ການບິນ​ປ້ອງ​ກັນ​ປະ​ເທດ​ຈີນ".

ເດືອນ​ເມສາ 1956, ຈີນ​ສ້າງ​ຕັ້ງ​ຄະນະ​ກຳມະການ​ອຸດສາຫະກຳ​ການບິນ​, ນຳພາວຽກ​ງານ​ການບິນ​ ​ແລະ ຈະ​ຫຼວດໄຟ​ຂອງ​ຈີນຢ່າງ​ເປັນ​ເອກະ​ພາບ​ກັນ.

ວັນ​ທີ8 ຕຸລາ 1956,ຈີນ​ສ້າ​ງຕັ້ງ​ສະຖາ​ບັນຄົ້ນຄວ້າ​ເລກ​ທີ5​ຂອງ​ກະຊວງ​ປ້ອງ​ກັນປະ​ເທດ​ຈີນ ​ເຊິ່ງ​ເປັນ​ອົງການ​ຄົ້ນຄວ້າ​​ແລະຜະລິດ​ຈະ​ຫຼວດ​ແລະລູກ​ສອນ​ໄຟນຳ​ວິຖີ​ແຫ່ງ​ທຳ​ອິດ​ຂອງ​ຈີນ, ທ່ານຊຽນຊຸຍ​ເຊີ່ນ​ເປັນ​ຫົວໜ້າສະ​ຖາ​ບັນ.

ເດືອນ​ເມສາ 1958,ຈີນເລິ່ມສ້າງ​ສະຖາ​ນທີ່​ຍິງ​ສົ່ງ​ຈະ​ຫຼວດ​ບັນທຸກ​ແຫ່ງ​ທຳ​ອິດ.

ເດືອນ​ພະຈິກ 1966, ຈີນ​ເລິ່ມຄົ້ນຄວ້າ​ຜະລິດ​ສົ່ງ​ຈະ​ຫຼວດ​ສົ່ງ"ຊາງ​ຈິ່ງ-1" ​ແລະ ດາວ​ທຽມ"ຕົ່ງ​ຟ່າງ​ຮົງ-1

ວັນ​ທີ26 ທັນວາ 1966, ຈະ​ຫຼວດ​ໄລຍະກາງ​ທີ່​ຈີນ​ຄົ້ນ​ຄວ້າ​ແລະຜະລິດ​ນັ້ນລອງ​ບິນ​​ເທື່ອ​ທຳ​ອິດ​​ແລະໄດ້​ຮັບ​ຜົນສຳ​ເລັດ​​ໃນ​ຂັ້ນ​ພື້ນຖານ.

ວັນ​ທີ30 ມັງກອນ 1970, ​ຈຳຫຼວດ​ໄລ​ຍະ​ກາງ ​ແລະ ຍາວ​ທີ່​ຈີນ​ຄົ້ນ​ຄວ້າ​ແລະຜະລິດ​ນັ້ນລອງ​ບິນ​​ເທື່ອ​ທຳ​ອິດ​​ແລະ​ໄດ້​ຮັບ​ຜົນສຳ​ເລັດ​​.

ວັນ​ທີ24 ​​ເມສາ 1970,ຈີນ​ໄດ້ຍິງ​ສົ່ງ​ດາວ​ທຽມ"ຕົ່ງ​ຟ່າງ​ຮົງ​ເລກ1"ຢ່າງ​ສຳ​ເລັດ​ຜົນ.ນີ້​ແມ່ນ​ດາວ​ທຽມ​ໜ່ວຍ​ທຳ​ອິດ​ທີ່​ຈີນ​ຍິງ​ສົ່ງຂຶ້ນ​ສູ່ອະວະກາດ.

ວັນ​ທີ10 ກັນຍາ 1971,ຈຳຫຼວດຂ້າມຜ່ານ​ທະວີບ​ທີ່​ຈີນ​ຄົ້ນຄວ້າ​​ແ​ລະຜະລິດ​​ໄດ້ລອງ​ບິນ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ຂັ້ນ​ພື້ນຖານ..

ວັນ​ທີ26 ພະຈິກ 1975,ຈີນ​ໄດ້​ຍິງ​ສົ່ງ​ດາວ​ທຽມ​ແບບ​​ເກັບ​ກູ້​ຄືນ​ໜ່ວຍ​ທຳ​ອິດ.ດາວ​ທຽມ​ມີ​​ໄດ້ກັບ​ຄືນ​ສູ່ໜ້າດິນ​ໃນ​ວັນ​ທີ29ຕາມ​ແຜນການ.

ວັນ​ທີ18 ພຶດສະພາ 1980,ຈີນ​​ໄດ້ຍິງ​ສົ່ງ​ລູກ​ສອນ​ໄຟ​ແບບ​ບັນທຸກ​​ໄລຍະ​ຍາວໄປເຂດ​ທະ​ເລທີ່ກຳນົດ​ໄວ້​ກ່ອນ​ໃນມະຫາ​ສະ​ໝຸດປາຊິ​ຟິກຢ່າງ​ສຳ​ເລັດ​ຜົນ.

ວັນ​ທີ1 ກຸມພາ 1986,ຈີນ​​ໄດ້ຍິງ​ສົ່ງ​ດາວ​ທຽມ​​ໂທ​ລະ​ຄົມ​ວິ​ທະ​ຍຸໜ່ວຍ​ໜຶ່ງ. ວັນ​ທີ20, ດາວ​ທຽມ​ຢຸດ​ຢູ່​ກັບ​ທີ່ຢ່າງ​ສຳ​ເລັດ​ຜົນ. ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​ໄດ້​ກຳເຕັກ​ນິກຈະ​ຫຼວດສົ່ງ​ຢ່າງ​ຮອບດ້ານ, ​ໂຄ​ລະ​ຄົມ​​ໂດຍ​ຜ່ານດາວ​ທຽມ​ໄດ້​ ​ຈາກ​ໄລຍະ​ທົດ​ລອງ​ຫັນ​ເປັນ​ໄລຍະນຳ​ໃຊ້​ຕົວ​ຈິງ.

ເວລາ9​ໂມງ 40ນາທີ ຂອງວັນ​ທີ16 ກໍລະ​ກົດ 1990, ຈະ​ຫຼວດ​ບັນທຸກ​"ຊາງ​ເຈິ່ງ​ເລກ2" ​ເຊິ່ງເປັນຈຳຫຼວດສົ່ງທີ່​ມີ​ກຳ​ລັງຊຸກ​ດັນ​ໃຫຍ່ທີ່​ຈີນ​ຄົ້ນຄວ້າ​ແລະ​ຜະລິດ​ໃໝ່​ນັ້ນ​ໄດ້​ຍິງ​ສົ່ງ​ຢ່າງ​ສຳ​ເລັດ​ຜົນ​ຢູ່​ສູນ​ຍິງ​ສົ່ງ​ດາວ​ທຽມ​ຊີ່​ຊ່າງ, ​ສົ່ງ​ດາວ​ທຽມອານາ​ລົກ​ເຂົ້າ​ໄປ​​ໂຄ​ຈອນ​ທີ່​ຄາດ​ໄວ້.

ວັນທີ22 ກຸມພາ 1994,ສະຖາ​ນີໜ້າດິນ​ຕິດ​ຕໍ່​ກັບ​ເທິງ​ທະ​ເລ​​ໂດຍ​ຜ່ານ​ດາວ​ທຽມແຫ່ງ​ທຳ​ອິດ​ຂອງ​ຈີນ​ຜ່ານ​ຈາກ​ການ​ກວດກາ.

ວັນ​ທີ2 ພຶດສະພາ 1998, ຈຳຫຼວດ​"ຊາງ​ເອີ​ປີງ​ເລກ2​ຄ"​ແບບ​ທີ່​ໄດ້​ດັດ​ແປງທີ່​ຈີນ​ຄົ້ນຄວ້າ ​ແລະ ​ຜະລິດ​ນັ້ນ​ຖືກ​ຍິງ​ສົ່ງ​ຂຶ້ນ​ສູ່ອະວະກາດ​ຢູ່​ສູນ​ຍິງ​ສົ່ງ​ດາວ​ທຽມທ້າຍຢວນ. ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນວ່າ, ຈີນ​ໄດ້​ມີ​ກຳລັງ​​ແຂ່ງຂັນ​ໃນ​ຕະຫຼາດ​ຍິງ​ສົ່ງ​ທຸລະ​ກິດ​ໂຄຈອນ​ກາງ ​ແລະ ຕ່ຳ​ສາກົນ.

ເດືອນ​ພະຈິກ 1999,​ໂຄງການ​ການບິນ​ອະວະ​ກາດ​ບັນທຸກ​ມະນຸດ​ຂອງ​ຈີນ​ດຳ​ເນີນ​ການ​ລອງ​ບິນ​ອະວະກາດ​ເທື່ອ​ທຳ​ອິດ, ຍິງ​ສົ່ງຍານອະວະກາດ"​ເຊີນ​​ໂຈ່ວ​ເລກ1"​ແບບ​ທົດ​ລອງ ລຳທຳ​ອິດ​ຂອງ​ຈີນ​ຢ່າງ​ສຳ​ເລັດ​ຜົນ.

ວັນ​ທີ10 ມັງກອນ 2001,ວັນ25 ມີນາ 2002, ວັນ​ທີ30 ທັນວາ 2002,ຈີນ​ຍິງ​ສົ່ງຍານ​ອະວະກາດ"​ເຊີນ​​ໂຈ່ວ​ເລກ1" ຫາ "​ເຊີນ​ໂຈ່ວ​ເລກ4"ຢ່າງ​ສຳ​ເລັດ​ຜົນ​​ເປັນລຳດັບ.

ວັນ​ທີ15 ຕຸ​ລາ​ 2003,ຈີນ​ໄດ້​ຍິງ​ສົ່ງຍານ​ອະວະກາດ"​​ເຊີນ​ໂຈ່ວ​ເລກ5" ​ເຊິ່ງ​ເປັນຍານອະວະກາດບັນທຸກ​ມະນຸດ​ລຳ​ທຳ​ອິດ​ຢ່າງ​​ສຳ​ເລັດ​ຜົນ. ຍານ​ອະວະກາດ​ໄດ້ບິນ​ອະວະກາດ​21​ຊົ່ວ​ໂມງ 23ນາທີ,​ນີ້ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​​​ໄດ້ກາຍ​ເປັນ​ປະ​ເທດ​ສາມາດ​ດຳ​ເນີນ​ກິດຈະກຳ​ການບິນ​ອະວະກາດ​ບັນທຸກມະນຸດທີ3​ໃນ​ໂລກ ​ທີ່​ຖັດຈາກອະດີດ​ສະຫະພາບ​ໂຊ​ວຽດ ​ແລະ ອາ​ເມ​ລິ​ກາ.

ວັນ​ທີ12 ຕຸລາ 2005,ຈີນ​ຍິງ​ສົ່ງຍານ​ອະວະກາດ"​ເຊີນ​ໂຈ່​ວ​ເລກ6" ​ເຊິ່ງ​ເປັນ​ຍານອະວະກາດ​ບັນທຸກ​ມະນຸດ​ລຳ​ທີ2​ຢ່າງ​ສຳ​ເລັດ​ຜົນ,​ແລະ​ດຳ​ເນີນ​ການ​ທົດ​ລອງ​ການບິນ​ອະວະ​ກາດ​​ມີ"ຫຼາຍຄົນ​ເຂົ້າ​ຮ່ວມ​ແລະ​ດຳ​ເນີນຫຼາຍ​ມື້"​ເປັນ​​ເທື່ອ​ທຳ​ອິດ.

ວັນ​ທີ24 ຕຸລາ ປີ2007,ຈີນ​ຍິງ​ສົ່ງດາວ​ທຽມ"ຊາງ​ເອີ​ເລກ1" ດາວ​ທຽມສຳ​ຫຼວດດວງ​ພະຈັນ​ໜ່ວຍ​ທຳ​ອິດ​ຢ່າງ​ສຳ​ເລັດ​ຜົນ. ວັນ​ທີ26 ພະຈິກ, ກົມການ​ບິນ​ອະວະກາດ​ແຫ່ງ​ຊາດ​ຈີນ​ປະກາດ​ວ່າ,"ຊາງ​ເອີ​ເລກ1"​ໄດ້​ສົ່ງ​​ຮູບ​ພາບ​ໜ້າດິນ​ດວງ​ພະຈັນ​ໃບ​ທຳ​ອິດຄືນ​ສູ່​ໜ່ວຍ​ໂລກ.