ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2009-02-24 11:27:40    
ທະ ນາ ຄານ​ປະ​ຊາ​ຊົນ​ຈີນ ຈະ​ເພີ່ມ​ກຳ ລັງ​ແຮງ ດ້ານ ການ​​ເງິນ​ເພື່ອ​ສະ ໜັບ ສະ ໜູນ ການ​ອະ ນຸ ລັກ ສິ່ງ​ແວດ​ລ້ອມ

cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 23 ກຸມ​ພາ​ນີ້ ທະນາຄານ​ປະ​ຊາ​ຊົນ​ຈີນ​ ​ເຊິ່ງ​ເປັນ​ທະນາຄານ​ກາງຂອງ​ຈີນ ແຈ້ງ​ໃຫ້​ຊາບ​ວ່າ, ທະນາຄານ​ດັ່ງ​ກ່າວ ຈະ​ເພີ່ມ​ກຳລັງ​​ແຮງ​ດ້ານ ​ການ​ເງິນ ​ເພື່ອ​ສະໜັບສະໜູນ​ ການ​ອະນຸລັກສິ່ງ​ແວດ​ລ້ອມ.
ທ່ານ ​ໂກ່​ຈີ້​ງຜິ​ງ ຜູ້ຊ່ວຍ​ຜູ້ວ່າການ​ທະນາຄານ​ປະຊາຊົນ​ຈີນ ກ່າວ​ເນັ້ນວ່າ, ການ​ອະນຸລັກສິ່ງ​ແວດ​ລ້ອມ ແມ່ນ​ຂົງ​ເຂ​ດສຳ​ຄັນ​ ທີ່​ຕ້ອງສະໜັບສະໜູນ​​ໃນການກະຕຸ້ນຄວາມ​ຕ້ອງການພາຍ​ໃນ ​ແລະ ພັດທະນາ​ເສດຖະກິດ​ໃຫ້​ຈະ​ເລີ​ນ ຂອງ​ຈີນ​ໃນ​ປັກ​ຈຸ​ບັນ. ທະນາຄານ​ປະຊາຊົນຈີນ ຈະ​ຊອກ​ຫາ​ວິ​ທີເພີ່ມ​ທະວີ​ ວຽກ​ງານ​ສະໜັບ ສະໜູນການ​ອະນຸລັກສິ່ງ​ແວດ​ລ້ອມ​ໃນ​ດ້ານ​ການ​ເງິນ, ​ເພີ່ມ​ກຳລັງ​ແຮງ​ດ້ານການ​ເງິນ​​ໃນ​ການສະໜັບສໜູນ​ ການ​ອະນຸລັກສິ່ງ​ແວດ​ລ້ອມ ຕື່ມອີກ​.
ທະນາຄານ​ປະຊາຊົນ​ຈີນ​ກ່າວ​ວ່າ​ຈະ​ສ້າງ​ສະພາບ​ແວດ​ລ້ອມ​ທາງນະ​ໂຍບາຍ​ທີ່​ດີ​ຕໍ່​ການ​ສະໜັບສະໜູນ​ ການ​ອະນຸລັກສິ່ງ​ແວດ​ລ້ອມຈາກ​ດ້ານ​ການ​ເງິນ,​ ຊຸກ​ຍູ້ອົງການ​ທະນາຄານ​ເພີ່​ມການ​​ເຂົ້າຮ່ວມ​ຕໍ່ ​​ໂຄງການ​ການ​ອະນຸລັກສິ່ງ​ແວດ​ລ້ອມ ​ເຊັ່ນ ເສດຖະກິດ​ໝູນວຽນ ປະ​ຢັດພະລັງງານ​​ແລະ  ຫຼຸ​ດການລະບາຍ ເປັນ​ຕົ້ນ ​ເພື່ອ​ສະໜອງ​ການ​ບໍ​ລິ​ການ​ດ້ານການ​ເງິນທີ່ສະດວກ​ໃຫ້​ແກ່​ວຽກ​ງານ​ອະນຸລັກສິ່ງ​ແວດ​ລ້ອມ.