ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2009-05-20 10:38:33    
ງານ​ສຳ​ມະ​ນາ​ການ​ພົວ​ພັນ​ຍຸດ​ທະ​ສາດ​ຈີນ​ອິນ​ໂດ​ເນ​ເຊຍ​​ໄຂ​ຂຶ້ນ​ຢູ່​ຈາ​ກາກ​ຕາ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 19 ພຶດສະພາ​ນີ້, ງານ​ສຳ​ມະ​ນາ​ການ​ພົວພັນ​ຍຸດ​ທະ​ສາດ​ຈີນ​ອິນ​ໂດ​ເນ​ເຊຍ​ໄດ້​​ໄຂ​ຂຶ້ນ​ຢູ່​ນະຄອນຫລວງ​ຈາ​ກາກ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ.ນາງ​ຈ່າງ​ຊີ​ຢ້ວຍ,​ເອກອັກຄະ​ລັດຖະທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ,ທ່ານ​ວາ​ໂຢ​ໂນ.ທຼີ​ໂອ​ນາ,​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ແລະ​ທ່ານ​ຊູດຼາຈັດ,​ເອກອັກຄະ​ລັດຖະທູດ​ອິນ​ໂດ​ເນ​ເຊຍ​ປະຈຳ​ຈີນ​ໄດ້​ເຂົ້າຮ່ວມ​ງານ​ດັ່ງກ່າວ.

ທ່ານ​ວາ​ໂຢ​ໂນ​ກ່າວ​ວ່າ, ອິນ​ໂດ​ເນ​ເຊຍ​ກັບ​ຈີນ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ແລະ​ມີຈຸດ​ຢືນຄ້າຍຄື​ກັນ​ໃນ​ບັນຫາ​ສາກົນສຳຄັນ​ຕ່າງໆ​ເຊັ່ນ​ການ​ເຮັດ​ໃຫ້​ເສດຖະກິດພາກ​ພື້ນ​ຫມັ້ນທ່ຽງ​ແລະ​ອື່ນໆ,ຫວັງ​ໃຫ້​ສອງ​ປະ​ເທດ​ຜ່ານ​ການ​ຮ່ວມ​ມື​ດ້ານ​ຍຸດ​ທະ​ສາດ​ລົງ​ເລິກ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃນ​ດ້ານ​ການ​ເມືອງ,​ເສດຖະກິດ,ຄວາມ​ຫມັ້ນຄົງ​ແລະ​ການ​ສຶກສາ.

ທ່ານ​ຊູ​ດຼາຈັດ​ກ່າວ​ວ່າ, ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຈີນ​ອິນ​ໂດ​ເນ​ເຊຍ​ພັດທະນາ​ຢ່າງ​ວ່ອງ​ໄວ, ປີ​ກາຍ​ນີ້,ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ບັນລຸ 31 ຕື້ 500 ລ້ານ​ໂດ​ລາ,ບັນລຸ​ເປົ້າຫມາຍທີ່​ມີ​ມູນ​ຄ່າການ​ຄ້າ 30 ຕື້​​ໂດ​ລາ​​ໃນ​ປີ 2010 ທີ່​ຄາດ​ໄວ້ນັ້ນກ່ອນ​ເວລາ​ກຳນົດ​ສອງ​ປີ.ທ່ານ​ຍັງ​ສະ​ເຫ​ນີ​ໃຫ້​ສອງ​ຝ່າຍ​ວາງເປົ້າຫມາຍ​ອັນ​ໃຫມ່, ​ເພື່ອຮ່ວມ​ກັນ​ຊຸກ​ຍູ້​ການ​ຄ້າ​ສືບ​ຕໍ່​ພັດທະ ນາ.
ນາງ​ຈ່າງ​ຊີ​ຢ້ວຍກ່າວ​ວ່າ, ລັດຖະບານ​ຈີນ​ຍິນດີ​​ສ້າງ​ຄວາມສະດວກ​ແກ່ ​ນັກທຸລະກິດ​ຂາ​ອອກຂອງ​ອິນ​ໂດ​ເນ​ເຊຍ​ໃນ​ການ​ຊອກ​ຫາ​ຄູ່​ຮ່ວມ​ມື​ຢູ່​ຈີນ.