ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-23 18:29:09    
ຈີນພວມສຳຫຼວດຄວາມອັນຕະລາຍຍ້ອນໄພທໍລະນີ

cri Author: d
ຕາມ​ຂ່າວCRI: ວັນ​ທີ22ພຶດສະພາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ຢຸ້ນສຽວ​ຊູ່ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ທີ່​ດິນ​ແລະ​ຊັບພະຍາກອນ​ທຳ​ມະ​ຊາດ​ຈີນ​ກ່າວ​ວ່າ,ກະຊວງ​ນີ້​ພວມ​ເພີ່ມ​ທະວີ​ວຽກ​ງານສຳ​ຫຼວດຄວາມ​ອັນຕະລາຍ​ຍ້ອນໄພ​ທໍລະນີ​ທີ່​ແຝງ​ຊ້ອນ​ຢູ່​ໃນ​ເຂດ​ປະສົບ​ໄພ​ແຂວງ​ເສ​ສວນ.​

ໃນ​ງານ​ຖະ​ແຫຼ​ງຂ່າວທີ່​ຫ້ອງການ​ຖະ​ແຫຼ​ງຂ່າວ​ຈັດ​ຂຶ້ນ ທ່ານ​ຢຸ້ນສຽວ​ຊູ່​ກ່າວ​ວ່າ,ກະຊວງ​ທີ່​ດິນ​ແລະ​ຊັບພະຍາກອນ​ທຳ​ມະ​ຊາດ​ໄດ້​ສົ່ງ​ໜ່ວຍ​ຊ່ຽວຊານ20 ກວ່າ​ໜ່ວຍລວມ300ກວ່າ​ຄົນ​ໄປ​ເຂດ​ປະສົບ​ໄພ,ຫວ່າງ​ມໍ່ໆ​ນີ້​ໄດ້ສົ່ງຜູ່​ຊ່ຽວຊານ​ແລະ​ນັກວິຊາການອີກ500ກວ່າ​ຄົນ​ຈາກ​ທົ່ວ​ປະ​ເທດ​ໄປ​ເຂດ​ປະສົບ​ໄພ,​ເພື່ອ​ຊ່ວຍສຳ​ຫຼວດຄວາມ​ອັນຕະລາຍ​ທີ່​ແຝງ​ຊ້ອນ​ຢູ່​​ເຂດ​ປະສົບ​ໄພ​ເສ​ສວນ.ຈຸດ​ໜັກຂອງ​ວຽກ​ງານ​ແມ່ນສຳ​ຫຼວດຮູ້ສະພາບ​ທໍລະນີ​ໃນ​ປະຈຸ​ບັນ,ປະ​ເມີນ​ໄພ​ທໍລະນີ​,​ແລະ​ສະໜອງ​ການ​ບໍລິການ​ໃຫ້ການ​ຈັດ​ວາງ​ປະຊາຊົນທີ່ປະສົບ​​ໄພ​ແລະ​ການ​ຄັດ​ເລືອກ​ສະຖານ​ທີ່​ໃໝ່​ຂອງ​ການ​ສ້າງສາ​ຄືນ​ໃໝ່​ຫຼັງ​ໄພພິບັດ.