ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-23 18:29:09    
ຈີນຈະພະຍາຍາມຮັບປະກັນຊີວິດການເປັນຢູ່ພື້ນຖານ
ຂອງປະຊາຊົນປະສົບໄພ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ21​ພຶດສະພາ​ນີ້, ຢູ່​ທີ່​ປັກ​ກິ່ງ​, ທ່ານຫຼີຊຸຍ​ຈູ ລັດຖະມົນຕີ​ວ່າການ​ກະຊວງ​ການ​ປົກຄອງ ​ແລະ ປະຊາ​ສົງ​ເຄາະ​ຈີ​ນກ່າວ​​ເນັ້ນ​ວ່າ, ​ໃນ​ສະ​ເພາະ​ໜ້າ​ນີ້, ພາກ​ສ່ວນ​ວິຊາ​ສົງ​ເຄາະ​ຢູ່​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ຍັງ​ຈະຖື​ການຈັດ​ວາງ​ຊີວິ​ດການ​​ເປັນ​ຢູ່​ຂອງ​ຜູ່​ປະສົບ​ໄພ​​ເປັນ​ຈຸດ​ໜັກ, ຟື້ນ​ຟູ​ລະບຽບ​ການ​ຊີວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິ​ໂດຍ​​ໄວ, ​ເຮັດວຽກ​ງານ​ ​​​ແຈກອາຫານ,​ເງິນ​ອຸດ​ໜູນ ​ແລະ ​ເຄື່ອງ​ໃຊ້​ສອຍ​ປະຈຳ​ວັນໃຫ້​ແກ່​ປະຊາຊົນ​ຜູ່​ປະສົບ​ໄພ​ໃຫ້​ດີ, ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຂອງ ​ເຂົາ​ເຈົ້າ​ໃນ​ດ້ານ​ການຢູ່,ການຂອງ​ກິນ,ການນຸ່ງ​ຖື ​ແລະ ການ​ປິ່ນ​ປົວ.

ນັບ​ມາ​ຮອດ12​ໂມງ​ວັນ​ທີ21​ພຶດສະພາ​ນີ້, ​ໄພ​ແຜ່ນດິນ​ໄຫວ​ເວີ້​ນຊວນ ​ແຂວງ​ເສ​ສວນ​ໄດ້​ເຮັດ​ໃຫ້4​ໝື່ນ1​ພັນ353​ຄົນ​ເສຍ​ຊີວິດ, ຫຼາຍ​ກວ່າ2​ແສນ7​ໝື່ນ​ຄົນ​ບາດ​ເຈັບ, ​ແລະ​ມີ3​ໝື່ນ2​ພັນ666​ຄົນ​ຫາຍ​ສາບ​ສູນ.