ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-23 18:29:09    
ງົບປະມານສູນກາງຈີນປີນີ້ຈະສັບຊ້ອນຕາມຄວາມຕ້ອງ
ການຂອງການຕ້ານໄພກູ້ໄພແຜ່ນດິນໄຫວແຂວງເສສວນ

cri Author: d
ຕາມ​ຂ່າວCRI: ວັນ​ທີ22ພຶດສະພາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ອູ​ປາງ​ໂກ ປະທານສະພາປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ງົບປະມານ​ສູນ​ກາງ​ຈີນ​ປີ​ນີ້ຈະ​ສັບ​ຊ້ອນ​ຕາມ​ຄວາມ​ຕ້ອງການ​ຂອງການ​ຕ້ານ​ໄພກູ້​ໄພ​ແຜ່ນດິນ​ໄຫວ​ແຂວງ​ເສ​ສວນ,ຕ້ອງ​ພິຈາລະນາ​ເຖິງ​ຄວາມ​ຕົວ​ຈິງ​ຂອງ​ວຽກ​ງານ​ຕ້ານ​ໄພ​ກູ້​ໄພ,ຕ້ອງການຫຼາຍ​ເທົ່າ​ໃດ​ກໍ່​ເບີກ​​ໃຫ້ຫຼາຍ​ເທົ່າ​ນັ້ນ.

ທ່ານ​ອູ​ປາງ​ໂກ​ກ່າວ​ວ່າ,ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດຈີນ​ເຫັນ​ດີ​ເລີ່​ມ​ໃຊ້​ກອງ​ທຶນສັບ​ຊ້ອນ103ຕື້200ລ້ານຢວນທີ່​ນອນ​ຢູ່​ໃນ​ງົບປະມານ​ສູນ​ກາງ,​ເພື່ອ​ເປັນກອງ​ທຶນ​ຟື້ນ​ຟູ​ການ​ສ້າງສາ​ຄືນ​ໃໝ່​ຫຼັງ​ໄພ.

ມື້​ດຽວ​ກັນ ​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ ທ່ານ​ເສີງ​ເຕີ​ມິ​ງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,ປະຈຸ​ບັນ ກະຊວງ​ການ​ຄ້າ​ພວມ​ຟື້ນ​ຟູ​ໃຫ້​ຕະຫຼາດເຂດ​ປະສົບ​ໄພ​ມີ​ຄວາມ​ໝັ້ນທ່ຽງ​ແລະ​ມີ​ລະບຽບ​ການ​ຈໍລະ​ຈອນ.ນັບ​ມາ​ຮອດ​ຕອນ​ເຊົ້າວັນ​ທີ22ພຶດສະພາ​ນີ້,​ແຂວງ​ເສ​ສວນ ​ແຂວງ​ກັ່ນຊູ້​ແລະ​ແຂວງ​ສານ​ສີ່​ທີ່​ປະສົບ​ໄພ​ແຜ່ນດິນ​ໄຫວ​ໄດ້​ຟື້ນ​ຟູຈຸດ​ການ​ຄ້າ1ໝື່ນ7ພັນ​ກວ່າ​ແຫ່ງ.