admin

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ChinaABC

ພາກທີ 2: ທຸງຊາດ ເຄື່ອງໝາຍຊາດ ເພງຊາດແລະນະຄອນຫຼວງ

[ທຸງຊາດ]:ທຸງຊາດ​ແຫ່ງ​ສາທາລະນະ​ລັດ​ປະຊາຊົນ​ຈີນ: ​ທຸງ​ແດງ 5 ດາວ, ຂະໜາດ​ຂອງ​ທຸງລວງ​ຍາວ 3 ສ່ວນແລະ​ລວງ​ກວ້າງ​ 2 ສ່ວນ. ທຸງຊາດ​ແມ່ນ​ສີ​ແດງ,​ ເປັນ​ສັນຍະລັກ​ໃຫ້​​ແກ່ການ​ປະຕິວັດ. ດາວ 5​ ແຈ 5 ດວງ​ໃນ​ທຸງຊາດ​ແມ່ນ​ສີ​ເຫຼືອງ, ດາວ 5 ​ແຈ​ນ້ອຍ 4 ດວງ​ຕ່າງ​ມີ​ແຈ​ໜຶ່ງກົງ​ກັບ​ຈຸດ​​ໃຈກາງຂອງດາວ​ໃຫຍ່, ເປັນສັນຍະລັກ​ໃຫ້​ແກ່ມະຫາ​ສາມັກຄີ​ຂອງ​ປະຊາຊົນ​ປະຕິວັດ ເຊິ່ງນຳພາ​ໂດຍ​ພັກ​ກອມມູນິດ. 
[ເຄື່ອງໝາຍຊາດ]: 
      ເຄຶ່ອງໝາຍຊາດແຫ່ງສາທາລະນະລັດປະຊາຊົນຈີນ: ເນື້ອໃນຂອງເຄຶ່ອງໝາຍຊາດແຫ່ງສາທາລະນະລັດປະຊາຊົນຈີນປະກອບ​ດ້ວຍ​ທຸງຊາດ, ປະຕູທ່ຽນອ່ານເມີນ, ແຂ້ວໝາກເຟືອງ ແລະຮວງເຂົ້າບະເລ, ​ເຊິ່ງເປັນສັນຍະລັກໃຫ້ແກ່ການຕໍ່​ສູ້​ປະຕິ​ວັດ​ປະຊາທິປະໄຕແຜນໃໝ່ຂອງປະຊາຊົນຈີນນັບແຕ່ຂະບວນການວັນທີ 4 ພຶດສະພາ​ເປັນຕົ້ນມາ ແລະເປັນສັນຍະລັກໃຫ້ແກ່ການກຳເນີດຂອງປະເທດ ຈີນໃໝ່ທີ່ຜະເດັດການໂດຍປະຊາທິປະໄຕປະຊາຊົນ ເຊິ່ງນຳໂດຍຊົນຊັ້ນ ກຳມະກອນ ແລະຖືເອົາພັນທະພາບກຳມະກອນຊາວນາເປັນພື້ນຖານ. 
[ເພງຊາດ]: ເພງ​ຊາດ​ແຫ່ງ​ສາທາລະນະ​ລັດ​ປະຊາຊົນ​ຈີນ:​ ເພງ​ຊາດ​ແຫ່ງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ແມ່ນ​ເພງ​ເດີນ​ກອງທັບ​ອາສາ​ຜູ້ພິລະ​ອາດ​ຫານ. ​ແຕ່ງ​ເມື່ອ​ປີ 1935,​ເນື້ອ​ເພງ​ແຕ່ງ​ໂດຍ​ທ່ານ​ທຽນຮ້ານ ນັກ​ແຕ່ງ​ລະຄອນ​ຮ້ອງ, ທຳ​ນອງ​ເພງ​​ແຕ່ງ​ໂດຍ​ທ່ານ​ເນ້​ເອີ ຜູ້ລິ​ເລີ່ມສ້າງ​ຂະ​ບວນການ​ດົນຕີ​ໃໝ່​ຂອງ​ຈີນ,​ ເພງ​ນີ້​ແມ່ນ​ເພງ​ປະກອບຮູບ​ເງົາ ເລື່ອ​ງ "ລູກຫຼານ​ໃນຍາມ​ສົງຄາມ", ຮູບ​ເງົາ​ເລື່ອງ​ນີ້​ ໄດ້​ບັນ​ລະ​ຍາຍ​ສະພາບ​ພາຍ​ຫຼັງ​ເຫດການ​ວັນ​ທີ 18 ກັນຍາ​ປີ 1931, ຍີ່ປຸ່ນ​ໄດ້​ຍຶດຄອງ 3 ​ແຂວງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ, ປະຊາ​ຊາດ​ຈີນ​ຢູ່ໃນ​ຍາມ​ຫົວລ້ຽວຫົວ​ຕໍ່ແຫ່ງ​ຄວາມ​ເປັນຄວາມ​ຕາຍ, ປັນ​ຍາ​ຊົນ​ຈຳນວນ​ໜຶ່ງບໍ່​ມີຄວາມ​ຫງ່ວມ​ເຫງົາ​ແລະ​ລັ່ງ​ເລ​ໃຈ ​ໂດຍ​ໄດ້ອອກ​ສູ່ແນວ​ໜ້າ​ຕໍ່ຕ້ານ​ຍີ່ປຸ່ນຢ່າງ​ກ້າຫານ​. ຄຽງ​ຄູ່​ກັບການ​ສາຍຮູບ​ເງົາ​ເລື່ອງ​ນີ້,​ ແລະ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ບວນການ​ກອບ​ກູ້ປະເທດ​ຊາດ,  ​ເພງບົດ​ນີ້​ໄດ້​ຮັບ​ການ​ເຜີຍ​ແຜ່​ໄປ​ທຸກ​ແຫ່ງ​​ຫົນ​ໃນ​ທົ່ວ​ປະ​ເທດ​ຈີນ, ​ແລະ​ໄດ້ຮັບ​ການ​ຂະໜານ​ນາມ​ວ່າ​ເປັນສຽງ​ແກ​ແຫ່ງ​ການ​ປົດ​ປ່ອຍປະ​ຊາ​ຊາດ​ຈີນ. 
ວັນ​ທີ 27 ກັນຍາ​ 1949, ກອ​ງປະຊຸມ​ຄົບ​ຄະນະ​ສະ​ໄໝ​ປະຖົມມະ​ລືກ​ຂອງ​ສະພາປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ໄດ້​ຜ່ານ​ມະຕິຕົກລົງ​ວ່າ, "ກ່ອນ​ການກຳນົດ​ເພງ​ຊາດ​ແຫ່ງ​ສາທາລະນະ​ລັດ​ປະຊາຊົນ​ຈີນຢ່າງ​ເປັນ​ທາງ​ການ, ​ໃຫ້ເອົາ​ເພງ​ "ເດີນ​ກອງທັບ​ອາສາ​ຜູ້ພິລະ​ອາດ​ຫານ​" ເປັນ​ເພງ​ຊາດ." ວັນ​ທີ 14 ມີນາ​ 2004, ກອງ​ປະຊຸມ​ຄັ້ງທີ​ສອງ ​ຂອງ​ສະພາ​ປະຊາຊົນ​ແຫ່ງຊາດ​ຈີນ​ສະ​ໄໝ​ທີ 10 ​ໄດ້​ຜ່ານ​ລັດຖະທຳ​ມະນູນ​ສະ​ບັບດັດ​ແກ້ລະບຸ​ໄວ້​ວ່າ ເພງ​ຊາດ​ແຫ່ງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ແມ່ນ​ເພງ "​ເດີນ​ກອງທັບ​ອາສາ​ຜູ້ພິລະ​ອາດ​ຫານ". 
《ເພງ​ຊາດ​ແຫ່ງ​ສາທາລະນະ​ລັດ​ປະຊາຊົນ​ຈີນ》 ​ລຸກ​ຂຶ້ນ​ເຖີດ! 
ຜູ້ບໍ່​ຍອມ​ເປັນ​ຂ້າ​ທາດທັງຫຼາຍ! 
​ຈົ່ງ​ກໍ່​ກຳ​ແພງ​ຍາວ​ໃໝ່​ຂອງ​ພວກ​ເຮົາ​ດ້ວຍເລືອດ​ເນື້ອ​! 
​ເມື່ອປະຊາ​ຊາດຈີນ​​ປະ​ເຊີນ​ໄພອັນຕະລາຍ​​, 
ທຸກ​ຄົນ​ຈຳ​​ຕ້ອງ​​​ແຜດສຽງ​ຮ້ອງ. 
ລຸກຂຶ້ນ! ລຸກຂຶ້ນ! ຈົ່ງລຸກຂຶ້ນ! 
ພວກ​ເຮົາ​ສາມັກຄີເປັນ​ນ້ຳ​ໜຶ່ງ​​ໃຈ​ດຽວ​ກັນ, 
​ປະ​ເຊີນຮ່າ​ລູກປືນ​ຂອງ​ສັດຕູ​ບຸກໜ້າກ້າວ​ເດີນ! 
​ປະ​ເຊີນ​ຮ່າລູກປືນ​ຂອງ​ສັດຕູ​ບຸກໜ້າກ້າວ​​ເດີນ! 
ກ້າວ​​ເດີນ! ກ້າວ​​ເດີນ! ກ້າວ​ເດີນ! 

[ນະຄອນຫຼວງ]:ນະຄອນຫຼວງ​ແຫ່ງ​ສາທາລະນະ​ລັດປະຊາຊົນ​ຈີນ: ນະຄອນຫຼວງ​ແຫ່ງ​ສາທາລະນະ​ລັດປະຊາຊົນ​ຈີນ​ແມ່ນ​ປັກ​ກິ່ງ. 
ວັນ​ທີ 29 ກັນຍາ ​ປີ 1949 ສະພາ​ປຶກສາ​ການ​ເມືອງ​ປະຊາຊົນຈີນ​ປະກາດ​ວ່າ ສະພາ​ປຶກສາ​ການ​ເມືອງ​ປະຕິບັດ​ສິດ​ແລະ​ຫນ້າ​ທ່ີຂອງ​ສະພາ​ຜູ້ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ,​ ເປັນ​ເອກະ​ສັນ​ກັນຮັບຮອງ​ໂຄງການ​ຮ່ວມ​ຂອງ​ການປຶກສາ​ການ​ເມືອງ​ປະ​ຊາຊົນ​ຈີນ. ວັນ​ທີ 1 ຕຸລາ 1949, ຢູ່​ເທິງຫໍ​ທ່ຽນອ່ານເມີນ ທ່ານ​ປະທານ​ເຫມົາ​​ເຈີ​ຕົງ ​ໄດ້​ປະກາດ​ຕໍ່​ທົ່ວ​ໂລກ​ຢ່າງ​ເຄັ່ງຂຶມ​ວ່າ: "ລັດຖະບານ​ປະຊາຊົນ​ສູນ​ກາງຂອງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ສ້າງຕັ້ງຂຶ້ນ​ແລ້ວ. ​ຕັ້ງແຕ່​ນັ້ນມາ ປັກ​ກິ່ງ ນະຄອນຫລວງ​ຂອງ​ປະ​ເທດ​ຈີນ​ໃຫມ່​ພ້ອມດ້ວຍ​ສາທາລະນະ​ລັດ ກໍ​ໄດ້ເປີດ​ຫນ້າ​​ປະຫວັດສາດ​ໃໝ່​ຂອງ​ປະຊາ​ຊາດ​ຈີນ.