ທ່ານ​ສີ​ຈິ້ງ​ຜິງ​: ກ້າວ​ເດີນ​ໄປ​ຂ້າງ​ໜ້າ​ຕາມ​ເປົ້າ​ໝາຍ​ຍຸດ​ທະ​ສາດ​​ການ​ສ້າງ​​ສາປະ​ເທດ​ເຂັ້ມ​ແຂງ​ດ້ານ​ການ​ສຶກ​ສາ​ຢ່າງ​ໜັກ​ແໜ້ນ

ທ່ານ​ສີ​ຈິ້ງ​ຜິງ​: ກ້າວ​ເດີນ​ໄປ​ຂ້າງ​ໜ້າ​ຕາມ​ເປົ້າ​ໝາຍ​ຍຸດ​ທະ​ສາດ​​ການ​ສ້າງ​​ສາປະ​ເທດ​ເຂັ້ມ​ແຂງ​ດ້ານ​ການ​ສຶກ​ສາ​ຢ່າງ​ໜັກ​ແໜ້ນ

 

    ກອງ​ປະ​ຊຸມ​ການ​ສຶກ​ສາ​ທົ່ວ​ປະ​ເທດຈີນປະຈຳປີ 2024ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ ​ລະ​ຫວ່າງວັນ​ທີ 9-10 ກັ​ນ​ຍາ​ນີ້. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ກ່າວຄຳປາໄສອັນສຳຄັນ.

    ​ທ່ານ ​ສີ​ຈິ້ນ​ຜິງ ກ່າວ​ວ່າ: ການ​ສ້າງ​ສາ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ການ​ສຶກ​ສາ​ເປັນ​ໂຄງ​ການ​ທີ່​ເປັນ​ລະ​ບົບ ແລະ ​ສະຫຼັບ​ຊັບ​ຊ້ອນ, ພວກ​ເຮົາ​ຕ້ອງ​ປິ່ນ​ອ້ອມ​ໜ້າ​ທີ່​ຕົ້ນ​ຕໍ​​ໃນ​ການບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທີ່​ມີ​ຄຸນ​ສົມ​ບັດ​ດີ, ຍຶດ​ໝັ້ນ​ທິດ​ທາງ​ດ້ານ​ການ​ສິດ​ສອນ​ຂອງ​ສັງ​ຄົມ​ນິ​ຍົມ, ຍຶດ​ໝັ້ນ ແລະ ນຳ​ໃຊ້​ແນວ​ຄິດ​ຄວາມ​ເປັນ​ລະ​ບົບ.

    ກ່ອນ​ໄຂ​ກອງ​ປະ​ຊຸມ, ທ່ານ ສີ​ຈິ້ນ​ຜິງ ​ພ້ອມ​ດ້ວຍຜູ້​ນຳ​ຈີນ​ທ່ານ​ອື່ນໆ​ໄດ້​ພົບ​ປະກັບ​ຜູ້​ຕາງ​ໜ້າ​ທີ່​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງວັນ​ຄູ​ແຫ່ງ​ຊາ​ດ​ຈີນ​ຄົບ​ຮອບ 40 ປີ ແລະ ກິດ​ຈະ​ກຳ​ຍ້ອງ​ຍໍກົມ​ກອງ​ລວມ​ໝູ່​ດີ​ເດັ່ນ ແລະ ບຸກ​ຄົນ​ດີ​ເດັ່ນ​ຂອງ​ລະ​ບົບ​ການ​ສຶກ​ສາ​ໃນ​ທົ່ວ​ປະ​ເທດ​ຈີນ.