admin

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ChinaABC

ພາກທີ 1: ດິນແດນແຫ່ງຊາດ

ຊື່ຫຍໍ້ຂອງ​ ສາທາລະນະ​ລັດ​ປະຊາຊົນ​ຈີນ​ແມ່ນ​ປະ​ເທດ​ຈີນ, ຕັ້ງຢູ່ພາກ​ຕາ​ເວັນ​ອອກ​ແຜ່ນດິນ​ໃຫຍ່​ອາຊີ​ ແລະຝັ່ງ​ຕາ​ເວັນ​ຕົກ​ມະຫາ​ສະໝຸດ​ປາຊີ​ຟິກ,​ ເນື້ອ​ທີ່ທາງ​ບົກ​ມີ​ປະມານ 9 ລ້ານ 6​ ແສນກີິໂລ​​ຕາແມັດ, ​​ເປັນປະ​ເທດ​ໃຫຍ່​ກວ່າ​ໝູ່ໃນ​ອາຊີ ແລະ​ເປັນ​ປະ​ເທດ​ໃຫຍ່ອັນ​ດັບສາມ​ຂອງໂລກ​ ຖັດຈາກ​ຣັດ​ເຊຍ ​ແລະ​ກາ​ນາ​ດາ.

ພາກ​ເໜືອ​ດິນ​ແດນ​ຈີນ​ ເລີ່ມ​ແຕ່​ກາງ​ແມ່ນ້ຳ​ເຫີ​ຍລົງ​ທີ່ຢູ່ພາກ​ເໜືອ​ແມ່ນ້ຳ​ໂມ້​ເຫີ​ຄື​ເສັ້ນຂະໜານທີ​ 53,30 ອົງສາເໜືອ, ພາກ​ໃຕ້​ຮອດ​ເກາະ​ເຈີ່ງມູອ້າ​ນຊ່າ ​ທີ່ຢູ່​ສົ້ນ​ໃຕ້​ໝູ່ເກາະ​ນານ​ຊ່າ ຄື​ເສັ້ນຂະໜານທີ 4 ອົງສາ​ເໜືອ, ພາກ​ໃຕ້​ແລະພາກ​ເໜືອ ຫ່າງ​ກັນ​ປະມານ 5.500 ກິໂລ​ແມັດ, ພາກ​ຕາ​ເວັນ​ອອກ​ເລີ່ມ​ແຕ່​ບ່ອນ​ໄຫຼ​ເຂົ້າກັນ​ຂອງ​ແມ່ນ້ຳ​ເຫີ​ຍລົງ​ແລະ​ແມ່ນ້ຳອູ​ຊູ​ລີ​ ຄື​ເສັ້ນ​ແວງ​ທີ 135,05 ອົງສາຕາ​ເວັນ​ອອກ, ພາກ​ຕາ​ເວັນ​ຕົກ​ຮອດ​ພູ​ພຽງ​ພາ​ມິນ ​ຄື​ເສັ້ນ​ແວງທີ​ 73,40 ອົງສາຕາ​ເວັນ​ອອກ, ພາກ​ຕາ​ເວັນ​ອອກ​ ແລະ​ພາກ​ຕາ​ເວັນ​ຕົກ​ຫ່າງກັນ 5 ພັນ​ກິໂລ​ແມັດ.

​ເຂດ​ຊາຍ​ແດນ​ເທິງ​ບົກ​ຂອງ​ຈີນ ​ຍາວ​ປະມານ 22.800 ​ກິ​ໂລ​ແມັດ, ພາກຕາ​ເວັນ​ອອກ​ຕິດ​ກັບ ສປປ ​ເກົາ​ຫຼີ; ພາກເໜືອ​ຕິດ​​ກັບ​ມົງ​ໂກລີ; ພາກ​ຕາ​ເວັນ​ອອກສຽງ​ເໜືອຕິດກັບ​ຣັດເຊຍ; ພາກ​ຕາ​ເວັນ​ຕົກສຽງ​ເໜືອ​ຕິດກັບ​ກາ​ຊັກ​ສຖານ, ກຽກກີ​ສຖານ, ຕາ​ຈີ​ກີ​ສຖານ; ພາກ​ຕາ​ເວັນ​ຕົກ ​​ແລະ​​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ ຕິດ​ກັບ​ອັຟກາ​ນີສຖານ, ປາ​ກີ​ສຖານ, ອິນ​ເດຍ, ​ເນ​ປານ ​ແລະ​ພູ​ຖານ;  ທິດ​ໃຕ້ຕິດ​ກັບມຽນມາ, ລາວ ​ແລະ​ຫວຽ​ດນາມ; ພາກຕ​າ​ເວັນ​ອອກ ​ແລະ​ພາກຕາ​ເວັນ​ອອກສຽງ​ໃຕ້​ມີ​ທະ​ເລຂັ້ນ​ໄວ້​ກັບ​ສາທາລະນະ​ລັດ​ເກົາ​ຫຼີ, ຍີ່ປຸ່ນ, ຟີ​ລິບ​ປີນ, ບຼູໄນ, ມາ​ເລ​ເຊຍ ​ແລະອິນ​​ໂດ​ເນ​ເຊຍ​.