ກອງປະຊຸມລະດັບລັດຖະມົນຕີປະຈຳປີຂອງອົງການເສດຖະກິດສັງຄົມອາຊີ-ປາຊີຟິກສະຫະປະຊາຊາດຄັ້ງທີ 75 ໄດ້ຈັດຂຶ້ນຢູ່ນະຄອນຫຼວງບາງກອກປະເທດໄທແຕ່ວັນທີ 27 ຫາວັນທີ 28 ພຶດສະພານີ້ ພາຍໃຕ້ຫົວຂໍ້ “ເພີ່ມທະວີຄວາມສາມາດຂອງປະຊາຊົນ, ຮັບປະກັນລັກສະນະກວມລວມ ແລະສະເໝີພາບ”. ເຈົ້າຍິງ ມະຫາຈັກກຣີ ສິຣິນທອນ ຂອງໄທ, ທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ, ທ່ານອະມີດາ ອະລິສຈາບານາ ເລຂາທິການອົງການເສດຖະກິດສັງຄົມອາຊີ-ປາຊີຟິກສະຫະປະຊາຊາດ ແລະທ່ານອື່ນໆໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ທ່ານຈ່າງຈຸ່ນ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ ພ້ອມດ້ວຍຄະນະກໍເຂົ້າຮ່ວມກອງປະຊຸມຄັ້ງນີ້.
ທ່ານຈ່າງຈຸ່ນໄດ້ກ່າວປາໄສໃນການອະພິປາຍທົ່ວໄປວ່າ: ປັດຈຸບັນນີ້, ໂລກພວມຜະກັບທັງໜ້າກາລະໂອກາດແຫ່ງການພັດທະນາອັນຍິ່ງໃຫຍ່ ແລະຜະເຊີນກັບສິ່ງທ້າທາຍ ແລະຄວາມບໍ່ແນ່ນອນຢ່າງຮ້າຍແຮງ. ພາຍໃຕ້ສະຖານະການດັ່ງກ່າວ, ອົງການເສດຖະກິດສັງຄົມອາຊີ-ປາຊີຟິກຄວນຍຶດໝັ້ນທິດທາງທີ່ຖືກຕ້ອງ, ດຳເນີນການເຄື່ອນໄຫວຢ່າງເຂັ້ມແຂງ ເພື່ອສ້າງສິ່ງແວດລ້ອມທີ່ເປີດປະຕູສູ່ພາຍນອກ, ໂອບເອື້ອອາລີ ແລະມີຜົນປະໂຫຍດໃຫ້ແກ່ການພັດທະນາຂອງອາຊີ-ປາຊີຟິກ. ທ່ານຍັງກ່າວເນັ້ນອີກວ່າ: ຕ້ອງເດັດດ່ຽວຄັດຄ້ານການກະທຳທີ່ກົດດັນຕໍ່ວິສາຫະກິດທີ່ປະດິດສ້າງໃໝ່ຂອງປະເທດອື່ນໆດ້ວຍກຳລັງແຮງແຫ່ງຊາດ, ລວມທັງການສະກັດກັ້ນການດຳເນີນການທຸລະກິດ ແລະບິດເບືອນຕະຫຼາດທົ່ວໂລກ, ທ່ານຍັງຮຽກຮ້ອງໃຫ້ສ້າງສະພາບແວດລ້ອມທີ່ທ່ຽງທຳ, ມີຄວາມຍຸຕິທຳ ແລະບໍ່ດູໝີ່ນໃຫ້ແກ່ການຮ່ວມມືດ້ານວິທະຍາສາດເຕັກນິກສາກົນ ແລະການປະດິດສ້າງໃໝ່ຂອງວິສາຫະກິດຕ່າງໆ.
ໃນໄລຍະຈັດກອງປະຊຸມດັ່ງກ່າວ, ບັນດາຝ່າຍໄດ້ຕັ້ງໜ້າຕີລາຄາສູງຕໍ່ບົດບາດສຳຄັນຂອງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໃນການຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນຂອງພາກພື້ນ ແລະການຈັດຕັ້ງປະຕິບັດວາລະປີ 2030 ຂອງ ສປຊ ທັງໄດ້ຊົມເຊີຍຈີນທີ່ຍຶດໝັ້ນລັດທິຫຼາຍຝ່າຍ, ຊຸກຍູ້ການສ້າງເສດຖະກິດໂລກແບບເປີດປະຕູສູ່ພາຍນອກ, ຕັ້ງໜ້າຊຸກຍູ້ການຮ່ວມມືສາກົນ ແລະປະກອບສ່ວນຢ່າງຕັ້ງໜ້າໃຫ້ກັບພາກພື້ນ ແລະໂລກ.