ຈີນ​ພວມພັດ​ທະ​ນາ​ຈາກ “ປະ​ເທດ​ໃຫຍ່​ດ້ານ​ກິ​ລາ” ກາຍ​ມາ​ເປັນ “ປະ​ເທດ​ກິ​ລາ​ທີ່​ເຂັ້ມ​ແຂງ”

ເບື້ອງຫຼັງ​ຂ່າວ: ມາ​ຮອດ​ທ້າຍ​ປີ​ຜ່ານ​ມາ, ​ນັບ​ລວມ​ແລ້ວ, ນັກ​ກິ​ລາ​ຈີນຊີງ​ໄດ້​ແຊັມ​ໂລກ 3.458 ​ຄັ້ງ ແລະ ທຳ​ລາຍ​ສະ​ຖິ​ຕິ​ໂລກ 1.332 ​ຄັ້ງ. ​ປັດ​ຈຸ​ບັນ, ​ມີນັກ​ກິ​ລາ​ອາ​ຊີບ​ດີ​ເດັ່ນ​ ຫຼາຍກວ່າ 25.000 ຄົນ, ຄູ​ຝຶກ ແລະ ກຳ​ມະ​ການ​ເກືອບ 130.000 ຄົນ. ປັດ​ຈຸ​ບັນ, ສະ​ໜາມ​ກິ​ລາສາ​ທາ​ລະ​ນະໃນ​ທົ່ວ​ປະ​ເທດ​​ມີ 3,1 ລ້ານກວ່າ​ແຫ່ງ, ປະ​ຊາ​ຊົນ​ຈີນ​ທີ່​​ອອກ​ກຳ​ລັງ​ກາຍ​ເປັນ​ປະ​ຈຳ​ມີຫຼາຍກວ່າ 400 ລ້ານ​ຄົນ. ແຕ່​ລະ​ປີ, ມີ​ການ​ແຂ່ງ​ຂັນ​ກິ​ລາ​ສາ​ກົນ 200 ກວ່າ​​ຄັ້ງຈັດ​ຂຶ້ນ​ຢູ່​ຈີນ. ຍອດ​ມູນ​ຄ່າ​ການ​ຜະ​ລິດ​ໃນ​ຂະ​ແໜງ​ການ​ກິ​ລາ​ໃນ​ປີ 2017 ຂອງ​ຈີນບັນ​ລຸຫຼາຍກວ່າ 2000 ຕື້ຢວນ, ກວມ 1% ຂອງ GDP ຈີນ.

ການ​ວິ​ເຄາະ​ຂອງ CRI: ​ໃນໄລ​ຍະ​ຕົ້ນ​ຂອງ​ການ​ສະ​ຖາ​ປະ​ນາ ສ​ປ​ ຈີນ, ເພື່ອ​ປ່ຽນ​ແປງ​ພາບ​ພົດ “ປະ​ຊາ​ຊົນ​ອ່ອນ​ເພຍ ແລະ ປະ​ເທດ​ຊາດ​ທຸກ​ຍາກ” ໂດຍ​ໄວ, ຈີນ​ໄດ້​​ກຳ​ນົດຮູບ​ການ​ການ​ພັດ​ທະ​ນາ​ກິ​ລາ​ປະ​ເພດ​ແຂ່ງ​ຂັນ​ທີ່​ຖື “ງານ​ໂອ​ລິມ​ປິກ​ເປັນ​ວຽກ​ງານ​ໃຈ​ກາງ”. ໃນ​ງານ​ໂອ​ລິມ​ປິກ​ລະ​ດູ​ຮ້ອນ​ປັກ​ກິ່ງ​ປີ 2008, ຈີນ​ຊີງ​ໄດ້ຫຼຽນ​ຄຳ 51 ຫຼຽນ, ​ຄອງອັນ​ດັບ 1 ໃນ​ຕາ​ຕະ​ລາງຫຼຽນ​ຄຳ ເຊິ່ງ​ກາຍ​ເປັນ​ປະ​ເທດ​ອາ​ຊີ​ປະ​ເທດ​ທຳ​ອິດ​ທີ່​ຄອງ​ອັນ​ດັບ 1 ຂອງ​ງານ​ໂອ​ລິມ​ປິກ ໃນ​ບັນ​ດາ​ປະ​ເທດ​ອາ​ຊີ. ເຖິງ​ຈະ​ເປັນ​ແນວ​ນີ້​ກໍ​ຕາມ, ແຕ່​ຈີນ​ຍັງ​ມີ​ຄວາ​ມ​ແຕກ​ໂຕນ​ກັນຫຼາຍ​ໃນ​ລາຍ​ການ​ບານ​ເຕະ, ບານ​ບ້ວງ ແລະ ກິ​ລາ​ປະ​ເພດ​ແລ່ນ​ແລະ​ລານ. ໃນຫຼາຍ​ປີ​ມໍ່​ໆ​ມາ​ນີ້, ຈີນ​ໄດ້​​ປັບ​ປຸງ​ຮູບ​ການ​ການ​ພັດ​ທະ​ນາ​ວຽກ​ງານ​ກິ​ລາ ໂດຍ​ໄດ້​​ຮຽກ​ຮ້ອງໃຫ້​ປະ​ຊາ​ຊົນ​ອອກ​ກຳ​ລັງ​ກາຍ​ຢ່າງກວ້າງ​ຂວາງ ແລະ ນຳ​ໃຊ້​ກຳ​ລັງ​​ແຮງທາງ​ສັງ​ຄົມ​ຢ່າງ​ເຕັມ​ສ່ວນ ເພື່ອ​ເລັ່ງ​ລັດ​ການ​ສ້າງ​ສາ​ປະ​ເທດ​ກິ​ລາ​ທີ່​ເຂັ້ມ​ແຂງ. ປີ 2018, ຈີນ​ມີ​ປ​ະ​ຊາ​ກອນກວ່າ 90% ​ໄດ້​ຕາມ​ “ມາດ​ຕະ​ຖານ​ວັດ​ແທກພະ​ລາ​ນາ​ໄມ ແລະ ຄວາມ​ເຂັ້ມ​ແຂງ​ທາງ​ຮ່າງ​ກາຍ​ແຫ່ງ​ຊາດ”, ຈີນ​ພວມ​ໄດ້ກ້າວ​ເດີນ​ໄປ​ສູ່​ເປົ້າ​ໝາຍ​ທີ່​ສ້າງປະ​ເທດ​ກິ​ລາ​ທີ່​ເຂັ້ມ​ແຂງ.

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື
GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved