ວັນທີ 22 ພຶດສະພານີ້ ຕາມເວລາທ້ອງຖິ່ນ, ອົງການອະນາໄມໂລກຫຼື WHO ອົງການກອງທຶນເດັກນ້ອຍສະຫະປະຊາຊາດຫຼື UNIEF ແລະສະຫະພັນສ້າງພູມຕ້ານທານດ້ວຍຢາວັກແຊງທົ່ວໂລກໄດ້ຮ່ວມກັນແຈ້ງເຕືອນວ່າ: ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ລະຫວ່າງເດືອນມີນາຫາເດືອນເມສາ, 53% ໃນຈຳນວນ 129 ປະເທດ, ໄດ້ມີສະພາບທີ່ຂາດຫຼືຢຸດຕິການບໍລິການສັກຢາວັກແຊງທົ່ວໄປສຳລັບເດັກນ້ອຍໃນລະດັບກາງແລະລະດັບໜັກໜ່ວງ ເຊິ່ງໄດ້ກະທົບເຖິງເດັກນ້ອຍອາຍຸບໍ່ເຕັມ 1 ປີຈຳນວນ 80 ລ້ານຄົນພາຍໃນຢ່າງໜ້ອຍ 68 ປະເທດ.
ທ່ານເຕໂດຼສ ອັດຮານົມ ເກເບຼເຢຊຸສ ຜູ້ອຳນວຍການໃຫຍ່ WHO ກ່າວວ່າ: ການສ້າງພູມຕ້ານທານແມ່ນໜຶ່ງໃນວິທີຕ່າງໆເພື່ອປ້ອງກັນພະຍາດທີ່ມີບົດບາດສູງສຸດແລະພື້ນຖານທີ່ສຸດໃນປະຫວັດສາດສາທາລະນະສຸກຂອງມະນຸດ, ການທຳລາຍຕໍ່ແຜນການສ້າງພູມຕ້ານທານຍ້ອນການແຜ່ລະບາດຢ່າງໃຫຍ່ຂອງພະຍາດໂຄວິດ-19 ອາດຈະເຮັດໃຫ້ຄວາມຄືບໜ້າທີ່ໄດ້ຮັບໃນການປ້ອງກັນພະຍາດດ້ວຍຢາວັກແຊງໃນຫຼາຍສິບປີມານີ້ຊ້າລົງ.