ຕ້ອງ​ປະ​ຕິ​ບັດ​ຕາມ “​ຖະ​ແຫຼງ​ການ​ຮ່ວມ​ພຽງ​ຢາງ​ກັນ​ຍາ” ຢ່າງ​​ເດັດ​ຂາດ

ໃນ​ໂອ​ກາ​ດ​ການ​ເຊັນ  “​ຖະ​ແຫຼງ​ການ​ຮ່ວມ​ພຽງ​ຢາງ​ກັນ​ຍາ” ​ຄົບ​ຮອບສອງ​ປີ, ວັນ​ທີ 19 ກັນ​ຍາ​ນີ້, ທ່ານ​ມູນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ​ກ່າວ​ຄຳ​ເຫັນ​ທາງ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: ​ສັນ​ຍາ​ທີ່​ໄດ້​ບັນ​ລຸ​ໄວ້​ໃນ  “​ຖະ​ແຫຼງ​ການ​ຮ່ວມ​ພຽງ​ຢາງ​ກັນ​ຍາ” ຕ້ອງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ເດັດ​ຂາດ.

ທ່ານ​ມູນ​ເຈ​ອິນ​ກ່າວ​ຕື່ມ​ວ່າ: ສອງ​ປີ​ກ່ອນ, ຕົນ ແລະ ທ່ານ​ກິມ​ເຈິງ​ອຸນ ຜູ້​ນຳ​ສູງ​ສຸດ ສ​ປ​ປ ເກົາຫຼີ​ໄດ້​ຮ່ວມ​ກັນ​ກ່າວ​ວ່າ, ​ຕ້ອງ​ບັນ​ລຸ​ການ​ປອດ​ນິວ​ເຄຼຍ​ຢູ່​ແຫຼມ​ເກົາຫຼີ ແລະ ສ້າງ​ແຫຼມ​ເກົາຫຼີ​ທີ່​ມີ​ສັນ​ຕິ​ພາບ. ສອງ​ຝ່າຍ​ໄດ້​ກ້າວ​ເຖິງ​ຂັ້ນ​ເຊັນ​ສັນ​ຍາ​ທີ່​ລະ​ອຽດ ແລະ ປະ​ຕິ​ບັດ​ໄດ້​ໃນ​ຂົງ​ເຂດ​ການ​ທະ​ຫານ, ຊຸກ​ຍູ້​ການ​ປອດ​​ກຳ​ລັງອາ​ວຸດ​ຢູ່​ເຂດ​ປານ​ມູນ​ຈອມ ແລະ ການ​ຂຸດ​ຄົ້ນ​ຊາກ​ກະ​ດູກ​ຢູ່​ເຂດ​ປອດ​ທະ​ຫານ. ຫຼັງ​ຈາກ​ນັ້ນ, ສອງ​ຝ່າຍ​ບໍ່​ໄດ້​ເກີດ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ​ຈັກ​ເທື່ອ, ນີ້​ເປັນ “ຄວາມ​ຄືບ​ໜ້າ​ທີ່​​ລ້ຳ​ຄ່າ​ທີ່​ສຸດ”.

ວັນ​ທີ 27 ເມ​ສາ​ປີ 2018, ທ່ານ​ມູນ​ເຈ​ອິນ ແລະ ທ່ານ​ກິມ​ເຈິງ​ອຸນ ໄດ້​ພົບ​ປະ​ກັນ​ຢູ່​ປານ​ມູນ​ຈອມ ແລະ ​ອອກ  “ຖະ​ແຫຼງ​ການ​ປານ​ມູນ​ຈອມ” ໂດຍ​ປະ​ກາດ​ວ່າ: ສອງ​ຝ່າຍ​ຈະ​ພະ​ຍາ​ຍາມ ເພື່ອ​ບັນ​ລຸ​ການ​ປອດ​ນິວ​ເຄຼຍ​ຢູ່​ແຫຼມ​ເກົາຫຼີ ແລະ​ປ່ຽນ​​ກົນ​ໄກ​ຢຸດ​ຍິງໃຫ້​ເປັນ​ກົນ​ໄກສັນ​ຕິ​ພາບ. ວັນ​ທີ 19 ກັນ​ຍາ​ປີ​ດຽວ​ກັນ, ສອງ​ທ່ານ​ໄດ້​ເຊັນ  “ຖະ​ແຫຼງ​ການ​ຮ່ວມ​ພຽງ​ຢາງ​ກັນ​ຍາ” ຢູ່​ນະ​ຄອນຫຼວງ​ພຽງ​ຢາງ ​ໂດຍ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ການ​ຊຸກ​ຍູ້​ຂະ​ບວນ​ການ​ປອດ​ນິວ​ເຄຼຍ​ຢູ່​ແຫຼມ​ເກົາຫຼີ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ເໜືອ​-ໃຕ້, ພະ​ຍາ​ຍາມ​ສ້າງ​ແຫຼມ​ເກົາ​ຫຼີ​ໃຫ້​ເປັນ​ເຂດ​ສັນ​ຕິ​ພາບ​ຖາ​ວອນ ແລະ ອື່ນໆ.

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື
GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved