ປະທານາທິບໍດີິອູແກຼນເຊື້ອເຊີນທ່ານໂຈ ໄບເດັນຢ້ຽມຢາມນະຄອນຫຼວງກີແອບໃນຕໍ່ຫນ້ານີ້

ປະທານາທິບໍດີິອູແກຼນເຊື້ອເຊີນທ່ານໂຈ ໄບເດັນຢ້ຽມຢາມນະຄອນຫຼວງກີແອບໃນຕໍ່ຫນ້ານີ້_fororder_乌克兰总统


    ວັນທີ 13 ກຸມພານີ້, ທຳນຽບປະທານາທິບໍດີອູແກຼນໄດ້ແຈ້ງໃຫ້ຮູ້ວ່າ: ໃນເວລາສົນທະນາກັບທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາຜ່ານທາງໂທລະສັບ ທ່ານວະລາດີເມຍ ເຊເລນສະກີ ປະທານາທິບໍດີອູແກຼນໄດ້ເຊື້ອເຊີນທ່ານໂຈ ໄບເດັນເດີນທາງຢ້ຽມຢາມນະຄອນຫຼວງກີແອບໃນໄລຍະຕໍ່ຫນ້ານີ້ ແລະ ກ່າວວ່າ: ນີ້ຈະເປັນການຄ້ຳປະກັນໃຫ້ສະຖານະການມີຄວາຫມ້ັ້ນຄົງ, ເປັນສັນຍານອັນແຂງແຮງທີ່ມີຜົນດີຊ່ວຍໃຫ້ສະຖານະການຜ່ອນຄາຍລົງ.

 

    ທ່ານວະລະດີເມຍ ເຊເລນກະກີຍັງກ່າວຕື່ມວ່າ: ອູແກຼນມີຄວາມເຂົ້າໃຈຄວາມສ່ຽງທັງຫມົດໃນປັດຈຸບັນ ແລະ ໄດ້ກຽມພ້ອມແລ້ວ ບໍ່ວ່າສະພາບການຈະປ່ຽນແປງໄປຄືແນວໃດກໍ່ຕາມ. ພ້ອມກັນນັ້ນ, ທ່ານຍັງກ່າວເນັ້ນວ່າ,ຕ້ອງປ້ອງກັນບໍ່ໃຫ້ສະພາບການອູແກຼນມີຄວາມຮຸນແຮງຂຶ້ນຕື່ມ ແລະ ຊີ້ອອກວ່າຈະຮັບປະກັນຄວາມປອດໄພຢູ່ນະຄອນຫຼວງກີແອບ ແລະ ຕົວເມືອງອື່ນໆຂອງອູແກຼນ. ທ່ານຍັງກ່າວເນັ້ນວ່າ, ອູແກຼນສະຫນັບສະຫນູນໃຫ້ແກ້ໄຂບັນຫາດ້ວຍສັນຕິວິທີ.

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື
GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved