ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນີ​ສະ​ຖາ​ນຮຽກ​ຮ້ອງ​ໃຫ້​ທ່ານ​ໂຈ ​ໄບ​ເດັນ​ສົ່ງ​ເງິນ​ທີ່​ອາ​ຍັດ​ໄວ້ທັງ​ໝົດ​ຄືນ​ໃຫ້​ປະ​ຊາ​ຊົນ​ອັ​ຟ​ກາ​ນີ​ສະ​ຖານ

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນີ​ສະ​ຖາ​ນຮຽກ​ຮ້ອງ​ໃຫ້​ທ່ານ​ໂຈ ​ໄບ​ເດັນ​ສົ່ງ​ເງິນ​ທີ່​ອາ​ຢັດ​ໄວ້ທັງ​ໝົດ​ຄືນ​ໃຫ້​ປະ​ຊາ​ຊົນ​ອັ​ຟ​ກາ​ນີ​ສະ​ຖານ_fororder_16098531

​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ກາ​ບູນ​ໃນວັນ​ທີ13ກຸມ​ພາ​ນີ້, ທ່ານ ຮາ​ມິດ ຄາ​​ໄຊ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນີ​ສະ​ຖາ​ນໄດ້​ຮຽກ​ຮ້ອງ​ໃຫ້​ທ່ານ​ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ປ່ຽນ​ແປງ​​ຂໍ້​ຕົກ​ລົງ​​ກ່ຽວ​ກັບ​ຊັບ​ສິນ​ຂອງ​ທະ​ນາ​ຄານ​ກາງ​ອັ​ຟ​ກາ​ນີ​ສະ​ຖານ ແລະ​ສົ່ງ​ເງິນ​ທີ່​ອາຍັດ​ໄວ້ທັງ​ໝົດ​ຄືນ​ໃຫ້​ປະ​ຊາ​ຊົນ​ອັ​ຟ​ກາ​ນີ​ສະ​ຖານ.

ທ່ານ ຮາ​ມິດ ຄາ​​ໄຊ​ກ່າວ​ວ່າ: ຊັບ​ສິນ​ດັ່ງ​ກ່າວ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ໃດ​ໝົດ,ຫາກ​ແຕ່​ເປັນ​ຂອງ​ປະ​ຊາ​ຊົນ​ອັ​ຟ​ກາ​ນີ​ສະ​ຖານ, ​ເງິນ​ທັງໝົດລ້ວນ​ແຕ່​ຄວນ​ສົ່ງ​ຄືນ​ໃຫ້​ທະ​ນາ​ຄານ​ກາງ​ອັ​ຟ​ກາ​ນີ​ສະ​ຖານ​ແລະ​ເກັບ​ຮັກ​ສາ​ໄວ້​ຢູ່​ໃນ​ທະ​ນາ​ຄານ.

ວັນ​ທີ11ກຸມ​ພານີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ​ທ່ານ​ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາໄດ້​ເຊັນ​​ລັດ​ຖະ​ດຳ​ລັດ​ກ່ຽວ​ກັບ​ແຜນ​ການ​ນຳ​​ເອົາ​ຊັບ​ສິນ​ເຄິ່ງ​ໜຶ່ງ​ຂອງ​ທະ​ນາ​ຄານ​ກາງ​ອັ​ຟ​ກາ​ນີ​ສະ​ຖານທີ່​ຖືກ​ອາ​ເມ​ຣິ​ກາ​ອະ​ຍັດ​ໄວ້​ນັ້ນ ເປັນ​ຄ່າ​ຊົດ​ເຊີຍ​ໃຫ້​ກັບ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ການ11ກັນ​ຍາ,​ສ່ວນ​ຊັບ​ສິນອີກ​ເຄິ່ງໜຶ່ງ​ຈະ​ໂອນ​ເຂົ້າ​ບັນ​ຊີ​ທະ​ນາ​ຄານ​ນິວຢອກ ເພື່ອ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ອັ​ຟ​ກາ​ນີ​ສະ​ຖານ, ແຕ່​ຂະ​ນະ​ດຽວ​ກັນກໍ່​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງວ່າ ຊັບ​ສິນ​ເຫຼົ່າ​ນີ້​ຈະ​ບໍ່​ສົ່ງ​ຄືນ​ໃຫ້​ກັບ​ກຸ່ມ​ຕາ​ລີ​ບັນ.

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື
GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved