ວັນທີ15ກຸມພານີ້ຕາມເວລາທ້ອງຖິ່ນ,ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ກ່າວຄຳປາໄສຕໍ່ພາຍນອກກ່ຽວກັບສະຖານະການໃນປັດຈຸບັນລະຫວ່າງຣັດເຊຍແລະອູແກຼນ ໂດຍກ່າວວ່າຈະພະຍາຍາມສຸດຂີດເພື່ອແກ້ໄຂບັນຫາລະຫວ່າງສອງຝ່າຍດ້ວຍວິທີທາງການທູດ ເພື່ອຫຼີກລ່ຽງການປະທະກັນ.
ຫວ່າງມໍ່ໆມານີ້ ການພົວພັນລະຫວ່າງຣັດເຊຍກັບອູແກຼນໄດ້ເຄັ່ງຕຶງຂຶ້ນຢ່າງຕໍ່ເນື່ອງ, ສອງຝ່າຍໄດ້ຈັດວາງກຳລັງທະຫານແລະອາວຸດຍຸດໂທປະກອນຈຳນວນຫຼາຍຢູ່ເຂດຊາຍແດນ. ອາເມຣິກາ ອູແກຼນແລະກຸ່ມນາໂຕລ້ວນແຕ່ກ່າວວ່າ:ຣັດເຊຍໄດ້ເຕົ້າໂຮມກຳລັງທະຫານຈຳນວນຫຼວງຫຼາຍຢູ່ເຂດຊາຍແດນທີ່ໃກ້ກັບພາກຕາເວັນອອກຂອງອູແກຼນ ເພື່ອກຽມຮຸກຮານອູແກຼນ. ສ່ວນຝ່າຍຣັດເຊຍໄດ້ປະຕິເສດກ່ຽວກັບເລື່ອງນີ້ ແລະກ່າວເນັ້ນວ່າ ການເຄື່ອນໄຫວຂອງກຸ່ມນາໂຕເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຢູ່ເຂດຊາຍແດນຣັດເຊຍ,ຣັດເຊຍຈິ່ງມີສິດປ້ອງກັນດິນແດນຂອງຕົນດ້ວຍການຈັດວາງກຳລັງທະຫານຢູ່ພາຍໃນດິນແດນຂອງຕົນ.