ທະນາຄານໂລກເຕືອນວ່າ:ກຸ່ມເສດຖະກິດທີ່ຈະເລີນໃໝ່ຈະຜະເຊີນກັບຄວາມສ່ຽງດ້ານການທະນາຄານທີ່ຮ້າຍແຮງຂຶ້ນ

ທະນາຄານໂລກເຕືອນວ່າ:ກຸ່ມເສດຖະກິດທີ່ຈະເລີນໃໝ່ຈະຜະເຊີນກັບຄວາມສ່ຽງດ້ານການທະນາຄານທີ່ຮ້າຍແຮງຂຶ້ນ_fororder_世行

    

ຫວ່າງມໍ່ໆມານີ້,ທະນາຄານໂລກໄດ້ປະກາດບົດລາຍງານໂດຍໄດ້ລະບຸວ່າ, ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໜີ້ສິນທີ່ຍັງບໍ່ໄດ້ເປີດເຜີຍພວມເຮັດໃຫ້ກຸ່ມເສດຖະກິດທີ່ຈະເລີນໃໝ່ຜະເຊີນໜ້າກັບຄວາມສ່ຽງທີ່ການທະນາຄານມີຄວາມອ່ອນແອຮ້າຍແຮງຂຶ້ນຕື່ມ,ກຸ່ມເສດຖະກິດທີ່ພັດທະນາແລ້ວຄວນຢຸດຕິການປະຕິບັດນະໂຍບາຍກະຕຸ້ນເສດຖະກິດຂະໜາດໃຫຍ່ດ້ວຍຮູບແບບລະມັດລະວັງເພື່ອຫຼີກເວັ້ນບໍ່ໃຫ້ເກີດມີສະພາບປັ່ນປ່ວນຢູ່ທົ່ວໂລກ.

 

 “ບົດລາຍງານການພັດທະນາໂລກ2022ວ່າດ້ວຍການທະນາຄານທີ່ສະໜັບສະໜູນການຟື້ນຟູຢ່າງຍຸດຕິທຳ” ທີ່ປະກາດໂດຍທະນາຄານໂລກໄດ້ຊີ້ໃຫ້ເຫັນວ່າ: ລັດຖະບານປະເທດຕ່າງໆຕ້ອງຊອກໃຫ້ເຫັນຄວາມສ່ຽງດ້ານການທະນາຄານໂດຍໄວ, ສຳລັບກຸ່ມເສດຖະກິດທີ່ຈະເລີນໃໝ່ຕ້ອງເອົາໃຈໃສສ້າງພາກສ່ວນການທະນາຄານທີ່ປອດໃສກວ່າເກົ່າ.


ທ່ານເດວິດ ມາວປາສ ຜູ້ວ່າການທະນາຄານໂລກຊີ້ອອກວ່າ, ຍ້ອນໄດ້ຮັບຜົນກະທົບຈາກຄວາມອ່ອນແອດ້ານການທະນາຄານ, ຄວາມສ່ຽງກ່ຽວກັບວິກິດການໄພເງິນເຟີ້ ແລະ ວິກິດການອັດຕາດອກເບ້ຍເພີ່ມຂຶ້ນອາດຈະຂະຫຍາຍກວ້າງອອກ.ສະພາບແວດລ້ອມດ້ານການທະນາຄານທົ່ວໂລກຄ່ອຍໆຮັດກຸມພ້ອມທັງຕະຫຼາດໜີ້ສິນຂອງກຸ່ມເສດຖະກິດທີ່ຈະເລີນໃໝ່ຈຳນວນຫຼາຍອ່ອນແອພວມສົ່ງຜົນກະທົບຕໍ່ການຟື້ນຟູເສດຖະກິດ.

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື
GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved