Shakira ນັກຮ້ອງ​ເພງ​ບານ​ໂລກ​2010 ​Waka​ Waka

(GMT+08:00) 2012-01-19 10:36:33     cri
ລາຍການ: ເພງກັບສິລະປິນ
(ໂຄສົກ: ນ້ອຍ  ລູ່ ອອກອາກາດທຸກວັນເວລາ 20:00-21:00ໂມງ)
Shakira ນັກຮ້ອງເພງບານໂລກ2010 Waka Waka


ນ:ເຂົ້າ​ມາ​ໄລຍະ​ນີ້​ພວກ​ເຮົາ​ກໍ່​ມີ​ສິລະ​ປິນຕ່າງປະ​ເທດ​ທີ່​ໜ້າ​ສົນ​ໃຈ​ມາ​ແນະນຳ​ສູ່​ມິດ​ລາຍການເຊັ່ນ​ເຄີຍ ! ພິ​ເສດ​ມື້​ນີ້​ກໍ່​ເປັນ​ນັກ​ຮ້ອງສາວໜ້າ​ໃສ ​ໃຈດີ ​​ໄວ​ອາຍຸ34ປີ, ​ເອກະລັກ​ຂອງ​ສາວ​ຄົນ​ນີ້​ກໍ່​ຄື ​ເປັນ​ຄົນ​ໜ້າ​ຕາ​ໜ້າ​ຮັກ ມີ​ຮອຍ​ຍີ້ມ​ແລະ​ສາຍຕາ​ທີ່​ມີ​ສະ​ເໜ່ ! ​​​ນັກ​ຮ້ອງ​ຄົນ​ນີ້ເປັນ​ທີ່​ຮູ້ຈັກກັນ​ດີ​​​ໃນ​ນາມຂອງ​ເພງ WaKa Waka ! ເພງ​ປະ​ຈຳ​ການ​ແຂ່ງຂັນ​ເຕະ​ບານ​ໂລກ2010 ທີ່​ອາຟຣິກກາ​ໄຕ້​ເປັນ​​ເຈົ້າພາບ !

ລ:  ແລະສິນລະປິນ​ທີ່​ພວກ​ເຮົາ​ເອົາ​ມາ​ແນະນຳ​ໃນ​ມື້​ນີ້​ກໍ່​ແມ່ນ​ Shakira Isabel Mebarak Ripoll ຫລື​ເປັນ​ທີ່​ຮູ້ຈັກ​​​​ໃນ​ນາມ Shakira Waka Waka ນັກ​ຮ້ອງ​ລູກຊອດຄົນເລ​ບາ​ນອນ-​ໂຄ​ລຳ​ເບຍ !  ທີ່​ມີ​ປະຫວັດ​ການ​ເປັນ​ນັກ​ແຕ່ງ​ເພງ​ຕັ້ງ​ແຕ່​ຕອນ​ອາຍຸ10ປີ ​ແລະ​ການ​ຍາດ​ໄດ້​ຕຳ​ແໜ່​ງຊະນະ​ເລີດ​ໃນ​ການ​ປະ​ກວດ​ຮ້ອງ​ເພງ​ໃນ​ລະດັບ​ທ້ອງ​ຖິ່ນ ​ແລະ​ລະດັບ​ຊາດ​ມາ​ຫລາຍ​ລາງວັນ !
ນ:  Shakira ​ເກີດ​ທີ່​ເມືອງບາ​ລັງ​ກີ​ຍາ ​ໃນ​ວັນ​ທີ 2ກຸມພາ1977 ທີ່​ປະ​ເທດ​ໂຄ​ລຳ​ເບຍ ! ປັດຈຸບັນ ກໍ່ກາຍ​​ເປັນ​ນັກ​ຮ້ອງ​ທີ່​ມີ​ຄວາມ​ສາມາດ​ຫລາຍ​ດ້ານຄື: ເປັນນັກ​ຮ້ອງ​, ​ນັກ​ແຕ່ງ​ເພງ​, ນັກສະ​ແດງ, ​ຖ່າຍ​ໜ້າ​ປົກວາລະສານ ​ແລະ​ນາງ​ແບບ​ໃຫ້​ກັບສິນຄ້າ​ດັງ​ໆໃນ​ໂຄ​ລຳ​ເບຍ ​ແລະທົ່ວອາ​ເມຣິກາ !

(​ເພງ)

ນ:  ປັດຈຸບັນ Shakira ​ເປັນ​ນັກ​ຮ້ອງ​ໃນ​ແນ​ວ​ເພງ​ລາ​ຕິນປ໋ອບທີ່​ພວມ​ໄດ້​ຮັບ​ຄວາມ​ນິຍົມ​ສູງ​​ໃນບ້ານ​ເກີດ​ໂຄ​ລຳ​ເບຍ ​ແລະ​ທົ່ວຢູ​ໂຣບໂດຍ​ສະ​ເພາະ​ຢູ​ອາ​ເມຣິກາ ທີ່​ມີ​ແຟນ​ເພງ​ໃຫ້​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ ! ​​ເຊິ່ງປັດຈຸບັນ​ກໍ່​ມີ​ຜົນງານ​ເພງ​ອອກ​ມາ​ຢ່າງ​ຫລວງ​ຫລາຍ !

ລ:  ລວມທັງ​ໝົດມີ 8ອະ​ລາ​ບ້ຳ​ ​ເປັນ​ຕົ້ນມີ​: Magia(1991), The Remixes, Laundry Service, She Wolf​(2009) ​ແລະ​ອະ​ລາ​ບ້ຳ​ຍອດ​ນິ​ຍົມ​ອື່ນໆ ! ເຊິ່ງ​ທຸກ​ອາ​ລະ​ບ້ຳ​ທີ່​ອອກ​ມາກໍ່​ລ້ວນ​ແຕ່​ມີ​ຄຸນ​ນະພາບ ​ແລະ​ເປັນ​ທີ່​ຈັບ​ຕາ​ຂອງ​ຜູ້​ຟັງ ​ໂດຍ​ສະ​ເພາະ​ແມ່ນ​ແຟນ​ເພງ​ລາ​ຕິນ​ທັງ​ຫລາຍ !

ນ: ພິ​ເສດ​ໃນ​ອະ​ລາ​ບ້ຳ Oral Fixation Vol.2 ທີ່​ອອກ​ມາ​ໃນ​ປີ 2005 ເຮັດ​ໃຫ້ Shakira ຍາດ​ໄດ້​ເຖິງ​4​ລັງ​ວັນ​ຂອງ​Grammy​ໃນ​ປີ​2006​ ຄືມີ: ​ເພງຍອດ​ນິຍົມ​​ແຫ່ງ​ປີ, ​ລາງວັນ​ບັນທຶກ​ສຽງ​ແຫ່ງ​ປີ, ອະ​ລາ​ບ້ຳດີ​ເດັ່ນ​, ແລະ​ລາງວັນ​ນັກ​ຮ້ອງ​ເພງ​ປ໋ອບທີ່​ດີ​ທີ່​ສຸດ!

1 2