Shakira ນັກຮ້ອງ​ເພງ​ບານ​ໂລກ​2010 ​Waka​ Waka

(GMT+08:00) 2012-01-19 10:36:33     cri


ຈາກ​ການ​ປຽບທຽບ ກັບ​ນັກ​ຮ້ອງ​ຍິງຫຼາຍໆຄົນ ​ໃນ​ປະ​ເທດ​ຈີນ Wang Rong ​ເປັນນັກຮ້ອງ​ຍິງ​ທີ່​ໂຊກ​ດີ ກວ່າ​ບັນດານັກ​ຮ້ອງ​ຍິງ​ຫຼາຍ​ຄົນ ​ເພາະ​ເນື່ອງ​ຈາກ​ຜົນງານ​ເພງ ທີ່​ປ່ອຍ​ອອກມາ​ນັ້ນ ​ໄດ້​ເປັນ​​ສິ່ງ​ນຳພາ ​ໄປ​ສູ່​ເສັ້ນ​ທາງ​ໃນ​ການ​ເປັນ​ດາລາ ທີ່​ມີ​ຊື່ສຽງ ​ແລະ ຜົນງານ​ເພງ​ຫຼາບ​ເພງ ທີ່​ປ່ອຍ​ອອກ​ມາ​ລ້ວນ​ແຕ່ ​ໄດ້​ສ້າງ​ຊື່ສຽງ ​ແລະ ຄວາມ​ນິຍົມ​​ໄປ​ທົ່ວ​ຮົງ​ກົງຂອງ​ຈີນ ​ແລະ ຈີນ​ແຜ່ນດິນ​ໃຫຍ່

ເພງ​ທີ​ເຮັດ​ໃຫ້ຫຼາຍ​ຄົນ ​ໄດ້​ຮູ້ຈັກ ກັບ Wang Rong ​ເຊິ່ງ​ແມ່ນ​ຜົນງານ​ເພງ ທີ່​ມີ​ຊື່​ດຽວກັບ ອະ​ລະບ້ຳ ທຳ​ອິດ ທີ່​ປ່ອຍ​ອອກ​ມາ ​ນັ້ນ​ກໍ​ຄື I'm Not Huang Rong

Wang Rong ​ເປັນ​ນັກ​ຮ້ອງ ທີ່ມີຄວາມ​ສາມາດ ​ໃນ​ການ​ຮ້ອງ​ເພງ ​ແລະ ການ​ຈົ​ດຂຳ​ໄດ້​ດີຫຼາຍ ​ເພາະ​ສາມາດ​ຮ້ອງ​ເພງ​ໃດ​ກໍ​ໄດ້ ພຽງ​ແຕ່​ຟັງ​ພຽງຄັ້ງດຽວ​ເທົ່າ​ນັ້ນ ​​ແລະ ​ເລີ່ມການ​ແຕ່ງ​ເພງ​ໃຫ້​​ແກ່​ຕົວ​ເອງ ​ແລະ ນັກ​ຮ້ອງ​ຫຼາຍ​ຄົນ​ເມື່ອ​ເວລາ​ທີ່ ກຳລັງ​ສຶກສາຢູ່ ມະຫາ​ວິທະຍາ​ໄລ ​ແລະ ກໍ​ມີ​ຜົນງານ​ເພງ​ທີ່​ຕິດ​ໃນ​ອັນ​ດັບ​ເພງ ຂອງ​ສະ​​ຖາ​ນີ ວິທະຍຸ​ແຫ່ງ​ຊາດ ແລະ ​ລ່າ​ສຸດ Wang Rong ​ໄດ້​ປ່ອຍ ອະລະບ້ຳຊູດທີ 3 ເຊິ່ງແມ່ນ More Love ອອກມາ​ເພື່ອ​ໃຫ້​ບັບນດາ ​​ແຟນ​ເພງ​ທັງຫຼາຍ​ໄດ້​ຮັບ​ຟັງ
1 2