Fefe Dobson ແລະ The Flower

(GMT+08:00) 2012-02-13 10:10:24     cri

ນ:ເຂົ້າ​ມາ​ໄລຍະ​ນີ້​ພວກ​ເຮົາ​ກໍ່​ມີ​ປະຫວັດ​ຂອງ​ນັກ​ຮ້ອງ​ສາວ​ທີ່​ມັກ​ຮັກໃນ​ແນວ​ເພງ​ປ໋ອບ​ມາ​ແນະນຳ​ໃຫ້​ມິດ​ລາຍການ​ໄດ້​ຮູ້ຈັກ ! ​ກັບ​ການ​ເປີດ​ໂຕ​ອະ​ລາ​ບ້ຳ​ທຳ​ອິດ ຈົນ​ເປັນ​ທີ່​ມາ​ຂອງລາງວັນ​ອະ​ລາ​ບ້ຳ​ດີ່​ເດັ່ນ ​ໃນ​ງານ​​ເຂົ້າຊິງ​ລາງວັນ Juno Awardsຂອງ​ປະ​ເທດ​ກາ​ນາ​ດາ ​ທີ່​ຈັດ​ຂື້ນ​ໃນ​ປີ 2003 ! ກັບ​ຍອດ​ຂາຍ 307​.000​ແຜ່ນ​ທົ່ວ​ອາ​ເມຣິກາພາຍ​ໃນ1​ອາທິດ ​ໂດຍ​ມີ4​ເພງ​ດັງ​ຄື: Bye Bye Boyfriend, Take Me Away, Everything ​ແລະ Don't Go !

ລ:ມາ​ຮູ້ຈັກ​ສາວ​​ໄວ​ອາຍຸ27​ປີ​ຄົນ​ນີ້ Felicia Lily Dobson ຫລື​ເປັນ​ທີ່​ຮູ້ຈັກ​ໃນ​ນາມ Fefe Dobson ! ສາວ​ຄົນ​ນີ້ເກີດ​ໃນ​ວັນ​ທີ 28ກຸມພາ1985 ທີ່​ເມືອງ Scarborough, ລັດ Ontario ປະ​ເທດກາ​ນາ​ດາ ! ​ເກີດ​ໃນ​ຄອບຄົວທີ່​ມີ​ພໍ່​ເປັນ​ຄົນ​ປະ​ເທດ​ຈາ​ເມ​ກ້າ ​ແລະ​ແມ່​ເປັນ​ຄົນ3​ສັນຊາດ​ອັງ​ກິດ​-ອາ​ໂບລິ​ຈິ​ນໍ ​ແລະ​ຝຣັ່ງ ! Fefe ມີ​ປະຫວັດ​ການ​ເປັນ​ນັກ​ຮ້ອງ​ຕັ້ງ​ແຕ່​ສະ​ໃໝຮຽນ​ຢູ່ມັດທະຍົມ​ປາຍ​ Wexford Collegiate ທີ່​ສ້າງ​ຕັ້ງ​ຂື້ນ​ໃນ​ປີ1965 !

ນ:ແລະຍ້ອນວ່າ Fefe ເປັນນັກຮຽນດີເດັ່ນ ແລະ ນັກຮ້ອງສຽງດີຂອງໂຮງຮຽນດັ່ງກ່າວ, ຄູສອນຮ້ອງເພງຂອງລາວLucia ຈິ່ງໄດ້ຂຽນປະຫວັດຫຍໍ້ໃຫ້ກັບລາວ ເພື່ອເປັນການຍ້ອງຍໍ ແລະເປັນແບບຢ່າງໃຫ້ກັບໝູ່ຄົນອື່ນໆທີ່ຮຽນນຳກັນ ! ຈາກນັ້ນຄູຄົນນີ້ກໍ່ໄດ້ໃຫ້ການຊ່ວຍເຫລືອ ແລະສົ່ງເສີມໃຫ້ລາວໂດຍຕະຫລອດມາ ເປັນຕົ້ນກໍ່ມີການບັນທຶກສຽງເພື່ອສານຄວາມຝັນການຢາກເປັນນັກຮ້ອງຂອງລາວໃຫ້ກາຍເປັນ ຈິງ !

(ເພງ)

ນ:ຄວາມຝັນການເປັນນັກຮ້ອງຂອງ Fefe Dobsonເກືອບຈະເປັນຈິງ ພາຍຫລັງມາທອດສອບສຽງກັບຄ້າຍເພງ Jive Records ! ໂດຍຄ້າຍເພງດັ່ງກ່າວ ສັງເກດເຫັນເຖິງພອນສະຫວັນໃນການແຕ່ງເພງຂອງ Fefeໃນໄວອາຍຸພຽງແຕ່13ປີເທົ່ານັ້ນ ! ແຕ່ເນື່ອງຈາກໂຕຂອງລາວເອງຍັງບໍ່ກ້າທີ່ຈະຕັດສິນໃຈ ຈິ່ງໄດ້ປະຕິເສດໂອກາດການຮ່ວມງານກັບຄ້າຍເພງດັ່ງກ່າວໄປ !

ລ:ຈົນມາຮອດປີ 2003, Fefe Dobsonw ໄດ້ມີຊື່ສຽງກັບການເປັນນັກຮ້ອງມືສະໝັກຫລີ້ນຕາມຮ້ານອາຫານ ແລະຮ້ານບັນເທີງຕ່າງໆ ແລະໃນປີດຽວກັນ ຜູ້ບໍລິຫານຄ້າຍເພງUniversal Music Canada ຄື: Randy Lennox ໄດ້ໃຫ້ຄວາມສົນໃຈແລະຊວນໃຫ້ລາວມາເປັນນັກຮ້ອງຮ່ວມສັງກັດໃນທີ່ສຸດ ກັບອະລາບ້ຳເປີດໂຕຊື່: Fefe Dobson ທີ່ກາຍເປັນອະລາບ້ຳດັງອັນດັບ1ຢູ່ອາເມຣິກາເວລານັ້ນ !

ນ:ແລະຈາກຄວາມດັ່ງຂອງອະລາບ້ຳດັງກ່າວ ເຮັດໃຫ້ Fefe ໄດ້ຮັບລາງວັນອະລາບ້ຳດີເດັ່ນແຫ່ງປີ ກັບຍອດຂາຍ307​.000​ແຜ່ນ​ພາຍ​ໃນ1​ອາທິດ ! ແລະກໍ່ມີຜົນງານເພງອື່ນໆອອກມາລວມທັງໝົດ 3ອະລາບ້ຳຄື: Fefe Dobson(2003), Sunday Love(2006) ແລະJoy(2010) !

1 2