Fefe Dobson ແລະ The Flower

(GMT+08:00) 2012-02-13 10:10:24     cri




The Flower ຫຼື ມີຊື່ ທີ່ຄຸ້ນເຄີຍ ແລະ ຮູ້ຈັກກັນດີນັ້ນແມ່ນ Huar Yue Dui ເຊິ່ງແມ່ນກຸ່ມສິລະປິນ ຈາກນະຄອນຫຼວງປັກກິ່ງ ຂັບຮ້ອງໃນແນວເພງ
Pop Rock ແລະ Mandopop The flower ມີການລວມຕົວກັນໃນປີ 1998 ເຊິ່ງແມ່ນກຸ່ມສິລະປິນຊາຍທີ່ປະກອບມີ ສະມາຊິກທັງໝົດ 4 ຄົນດ້ວຍກັນ
ໃນນັ້ນ Da Zhang Wei ເຮັດໜ້າທີ່ໃນການເປັນນັກຮ້ອງນຳ ພ້ອມທັງເປັນມື ກີຕ້າ  Shi Xing Yu ຮັບໜ້າທີ່ຫຼິ້ນກີຕາ Guo Yang ຫຼິ້ນ ເບດ ແລະ ກີຕາ ສ່ວນ
Wang Wen Bo ສະມາຊິກຄົນທີ 4 ຮັບໜ້າທີ່ໃນການເປັນມືກອງ

The Flower ໄດ້ຊື່ວ່າ ເປັນສິລະປິນກຸ່ມໄວໜຸ່ມ ກຸ່ມທຳອິດ ທີ່ມີຊື່ສຽງຂອງປັກກິ່ງ ກໍຄືນັບແຕ່ ມີການເປີດໂຕ ກັບຊື່ກຸ່ມ The Flower ໃນປີ 1998 ນັ້ນ ກໍໄດ້ເຮັດໃຫ້ດອກໄມ້ກຸ່ມດັ່ງກ່າວ ເບັ່ງບານໃນດວງໃຈຂອງໄວໜຸ່ມຫຼາຍຄົນ

ຕໍ່ມາໃນປີ 1999 ໄດ້ປ່ອຍ ອະລະບ້ຳຊຸດທຳອິດອອກມາ ເຊິ່ງແມ່ນອະລະບ້ຳ Next to Happiness ທີ່ມີເພງດັງ ທີໄດ້ຮັບຄວາມນິຍົມເຊັ່ນ Stillness , Disillusion ແລະ School Out  The Flower ໄດ້ອອກອະບ້ຳ ທັງໝົດ 6ຊຸດ ດ້ວຍກັນ  ປະກອບມີ Next to Happiness 1999 , Strawberry Statement 2001, I Am Your Romeo 2004 , Blooming Dynasty 2005 , Hua Tian Xi Shi 2006 ແລະ Flower Age Pageant ເຊິ່ງແມ່ນອະລະບ້ຳລ່າສຸດອອກມາ ໃນວັນທີ 29 ກັນຍາ ປີ 2007 ແລະ ແມ່ນອະລະບ້ຳຊຸດສຸດທ້າຍຂອງ The Flower ກ່ອນທີຈະມີການແຍກຕົວກັນ ໃນປີ 2009
1 2