Nicki Minaj ແລະ Xu Mei Jing

(GMT+08:00) 2012-02-22 15:59:05     cri




ນ: ​ເຂົ້າມາ​ໄລຍະນີ້​ພວກ​ເຮົາ​ກໍ່​ມີ​ປະຫວັດ​ຂອງ​ນັກຮ້ອງ​ສາວທີ່​ມີ​ເຊື້ອສາຍ​ອາ​ເມຣິກາ-ອິນ​ເດຍມາແນະນຳ​ໃຫ້ມິດ​ລາ​ການ​ໄດ້​ຮູ້ຈັກ ! ກັບ​ສາວ​ຄົນ​ນີ້ Onika Tanya Marajຫລື​ເປັນ​ທີ່​ຮູ້ຈັກກັນ​ດີ​ໃນນາມ Nicki Minaj ! Nicki ​ເປັນ​ນັກ​ຮ້ອງໜ້າ​ໃໝ່​ໃນ​ວົງ​ການ​ເພງ​ຂອງ​ອາ​ເມຣິກາ ​ໂດຍ​ແຈ້ງ​ເກີດ​ກັບ​ຄ້າຍ​ເພງ Dirty Money Records ​ໃນ​ປີ2007! ​ແຕ່​ປັດ​ຈຸ​ບັນ​​ໄດ້​ກາຍ​ເປັນ​ນັກ​ຍິງຄຸນ​ນະພາ​ບອັນ​ດັບ​10ຂອງ​ອາ​ເມຣິກາ ທີ່ຈັດໂດຍເວບໄຊTipTopTeenລ່າສຸດໃນປີ2011 !

ລ: Nicki Minaj ມີ​ຜົນງານ​ເພງ​ທີ່​ໂດດ​ເດັ່ນຄື​: Your Love ​ໃນ​ອະ​ລາ​ບ້ຳ Pink Fridayປ່ອຍ​ອອກ​ມາ​ໃນ​ປີ2010 ຈົນ​ກາຍ​ເປັນ​ເພງ​ດັງ​ອັນ​ດັບ1​ໃນອາເມຣິກາ ! ນອກນັ້ນຍັງໄດ້ຮັບສາຍຍານາມວ່າເປັນນັກຮ້ອງຍິງທີ່ປະສົບຜົນສຳເລັດທີ່ສຸດອີກຄົນໃນໃນດ້ານຍອດຂາຍເພງ ແລະຕາມມາດວ້ຍສະຖິຕິ ສິລະປິນຍິງຄົນທຳອິດທີ່ມີ7ເພງຕິດຢູ່ໃນເວັບໄຊ Billboards ການຈັດ200ອັນດັບເພງດັງທີ່ມີຜູ້ເຂົ້າຟັງຫລາຍທີ່ສຸດໃນອາເມຣິກາ !

ລ: Nicki Minaj ​ເປັນ​ນັກ​ຮ້ອງ​ສາວຖື​ສັນ​ສາດ​ເປັນຄົນ​ອ​າ​ເມຣິກາ​ຕາມ​ພໍ່ ໂດຍມີເແມ່ເປັນຄົນອິນເດຍ ! ເກີດໃນວັນທີ່ 8ທັນວາ1982 ທີ່ເມືອງSaint James ປະເທດ Trinidad and Tobago ! ປັດຈຸບັນເປັນນັກຮ້ອງສາວໄວອາຍຸ30ປີ ທີ່ຍ້າຍມາຢູ່ນິວຍອກ ສະຫາລັດອາເມຣິກາ ກັບການຜະລິດຜົນງານເພງຕາມແບບທີ່ຕົນເອງໄຝ່ຝັນມາແຕ່ນ້ອຍ ຄື: Hiphop ທີ່ປະສົມກັບR&B ແລະ Pop !

(ເພງ)

ນ: Nicki Minaj ເປັນນັກຮ້ອງຄວາມສາມາດຂອງອາເມຣິກາທີ່ມີຮູບແບບການແຕ່ງໂຕເປັນຂອງຕົນເອງ ໂດຍມີການປັບປ່ຽນສີຜົມຢູ່ຕະຫລອດເວລາ ! ນອກນັ້ນເສື້ອຜ້າທີ່ໃຊ້ໃນການຖ່າຍMV ຫລື ການເຂົ້າຮ່ວມງານຊິງລາງວັນຕ່າງໆ ກໍ່ແຕກຕ່າງຈາກສິລະປິນຄົນອື່ນ ທັງດ້ວຍສີສັນ ແລະວັດຖຸທີ່ນຳມາໃຊ້ ລວມໄປເຖິງການນຳເອົາຂອງເກົ່າມາໝູນໃຊ້ຍິບໃຫ້ເປັນເຄື່ອງນຸ່ງ ບໍ່ວ່າຈະເປັນເສື້ອ, ກະໂປ່ງ, ກະເປົາແລະຖືກເຊີນໄປຮ່ວມເດີນແບບໂຄສະນາໃຫ້ກັບບໍລິສັດສິນຄ້າຫລາຍແຫ່ງ !

ລ: ແລະຍ້ອນວ່າເປັນສິລະປິນໜ້າໃໝ່ ແຕ່ມີຜົນງານເພງທີ່ໂດດເດັ່ນຫລາຍໃນອາເມຣິກາ, Nicki ຈິ່ງໄດ້ຖືກສິລະປິນລຸ້ນເອື້ອຍອ້າຍຊວນໄປຮວ່ມສະແດງຄອນເສີດໄປທົ່ວນະຄອນຫລວງນິວຍອກ ! ເປັນຕົ້ນກໍ່ມີການຮ່ວມສະແດງຄອນເສີດຂອງ Britney Spear ທີ່ມີ7ຄ້າຍເພງດັງຂອງອາເມຣິກາໃຫ້ການສະໜັບສະໜູນງານດັ່ງກ່າວ ! ນອກນັ້ນກໍ່ໄດ້ຮວ່ມງານກັບກຸ່ມສິລະປິນ Black Eyes Peace, Madonna, Jenet Jackson ນ້ອງສາວລາຊາເພງປ໋ອບຂອງອາເມຣິກາ Micheal Jackson ແລະສິລະປິນຄົນອື່ນໆ !

ນ: ເນື່ອງຈາກຫາກໍ່ເຂົ້າສູ່ວົງການເພງ, ປັດຈຸບັນ Nicki ມີພຽງແຕ່2ອະລາບ້ຳເທົ່ານັ້ນທີ່ອອກມາ ແຕ່ກໍ່ເປັນ2ອະລາບ້ຳທີ່ໄດ້ຮັບຄວາມນິຍົມສູງທັງໃນອາເມຣິກາເອງ ແລະປະເທດຕ່າງໆອອ້ມຂ້າງບໍ່ວ່າຈະເປັນອັງກິດ ແລະການາດາ ! ເຊິ່ງໃນນັ້ນກໍ່ມີອະລາບ້ຳ Pink Friday ອອກມາໃນປີ2010 ແລະ Roman Reloaded ອະລາບ້ຳລ່າສຸດທີ່ຫາກໍ່ປ່ອຍອອກມາໃນຕົ້ນປີ2012ນີ້ !
1 2