Nicki Minaj ແລະ Xu Mei Jing

(GMT+08:00) 2012-02-22 15:59:05     cri





Mavis Hee ຫຼື Xu Mei Jing ທີ່​ ຄວ້າ ຫຼາກຫຼາຍ ລາງວັນຈາ​ເວທີ​ປະ​ກວດ ສາວ​ງາມ​ໃ​ນປະ​ເທດ​ສິງກະ​ໂປ ​ໃນ​ເວທີ ການ​ປະ​ກວດ Miss China Town Pageant​ໃນ​ປີ 2002 ​
ເຊິ່ງ​ໃນ​ນັ້ນ​ປະ​ກອບ​ມີລາງວັນ​ຮອງ​ຊະນະ​ເລີດ ລາງວັນ​ຂວັນ​ໃຈ​ຊ່າງ​ພາບແລະ ລາງວັນ​ນາງ​ສາວມິດຕະພາບ
Mavis Hee ນັກ​ຮ້ອງ​ຍິງ ​ແລະ ນັກ​ແຕ່ງ​ເພງ ຈາກ​ປະ​ເທດ ສິງກະ​​ໂປ​ເກີດ​ໃນ​ວັນ​ທີ27 ກັນຍາ ປີ 1974 ປັດ​ຈູຸບັນ​ມີ​ອາຍຸ 37 ປີ ​ໄດ້​ປ່ອຍ ອະ​ລະ​ບ້ຳ​ຊຸດ​ທຳ​ອິດ​ອອກ​ມາ ​​ ​ໃນເດືອນສິງຫາ ປີ 1994 ພາຍຫຼັງທີ່​ປ່ອຍ​ອອກ​ມາ ​ໄດ້​ດຶງ​ດູດ ຄວາມ​ສົນ​ໃຈ ຈາກ ນັກ​ແຕ່ງ​ເພງ ຄົນໜຶ່ງ ຊື່ Jonathan Lee ທີ່​ຊັກ​ຊວນ​ເຂົ້າຮ່ວມ​ເຮັດ​ວຽກ ກັບ​ບໍລິ​ສົດ​ຂອງ​ລາວ ​ແຕ່​ຖືກ​ການ​ປະຕິ​ເສດ​ຈາກ Mavis Hee ​ເນື່ອງ​ຈາກ ຍັງ​ມີ​ຄວາມ​ຕ້ອງ​ການທີ່​ຈະ​ຮ່ວມ​ເຮັດ​ວຽກ ກັບ​ທີ່​ປຶກສາ ເຊິ່ງ​ແມ່ນ Chen Jia Ming ​ ແລະ ຫຼັງຈາກ​ນັ້ນ ກໍ​ໄດ້​ປ່ອຍ​ອະ​ລຳ​ບ້ຳ​ອື່ນໆ ຕິິດ​ຕາມ​ອອກມາ
ສ່ວນ​ອະ​ລະ​ບ້ຳ ທີ່​ຂາຍ​ດີ​ທີ່​ສຸດ ນັ້ນ​ແມ່ນ Living By Night ທີ່ສາມາດ​ສ້າງ​ຍອດ​ຂາຍ​ສູງ ​ໂດຍສະ​ເພາະ​ໃນ​​ໄຕ້​ຫວັນ​ຂອງ​ຈີນ ​ກັບ​ຍອດ​ຂາຍ 3 ​ແສນ​ແຜ່ນ
​Mavis Hee ​ເປັນ​ນັກ​ຮ້ອງ​ຍິງ ຄົນ​ທຳ​ອິດ​ຈາກສິງກະ​​ໂປ ທີ່​ສາມາດ​ຄວ້າ​ລາງວັນ ນັກ​ຮ້ອງ​ຍິງ​ຍອດ​ນິຍົມ ​ໃນ​​ງານປະ​ກາດ​ລາງວັນ Hong Kong Metro Hit Award Mavis Hee ​​ເປັນ​ນັກ​ຮ້ອງ ທີ່ໄດ້​ຮັບ​ກຽດ​ໃນ​ການ​ຮ້ອງ​ເພງ ​ Shine On Me ​ເຊິ່ງ​ໃຊ້​ເປັນ​ເພງໃນ​ງານ​ເດີນ​ຂະ​ບວນ ​ເພື່ອ​ສະ​ເຫຼີມສະຫຼອງວັນຊາດ ຂອງ​ສິງກະ​​ໂປ ​ໃນ​ວັນ​ທີ 9 ​ເດືອນສິງຫາ 2000 ​​ແລະ ຕໍ່ມາ​ໃນ​ປີ 2001 ​ໄດ້​​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ທູດ​ວັດທະນະທຳ
​ແລະ ​ໃນ​ປີ ດຽວກັນ​ນີ້ ​ໄດ້​ຄ່ອຍໆ ຫ່າງຫາຍ​ຈາກ​ວົງ​ການ​ເພງ ສາ​ເຫດ​ອັນເນື່ອງມາ​ຈາກ ບໍ​ລິ​ສັດ​ເພງ ທີ່​ສັງກັດ​ຢູ່​ນັ້ນ ​ໄດ້​ຍ້າຍ​ໄປ​ຮ່ວມ​ກັບ Universal Music ​ໄຕ້​ຫວັນ​ຂອງ​ຈີນ​ເຊິ່ງບໍ່ສາມາດ​ຮອງ​ຮັບ​ຜົນງານ​ຕ່າງໆ ຂອງ​ບັນດາ​ສິລະ​ປິນ
1 2