Scotty McCreery ແລະ Liu Li Yang

(GMT+08:00) 2012-02-22 16:11:53     cri



ນ: ສຳລັບ​ມື້​ນີ້​ພວກ​ເຮົາ​ຈະ​ມາ​ແນະ​ນັກ​ຮ້ອງ​ໜຸ່ມ​ໄວ​ອາຍຸ19​ປີ ກັບ​ເຈົ້າ​ຂອງ​ຕຳ​ແໜ່​ງຜູ້​ຊະນະ​ເລີດ​ໃນ​ງານ ປະກວດ ຮ້ອງ ເພງ American Idol​ລະດູ​ການ​ທີ10 ທີ່ລ່າ​ສຸດ​ຫາກໍ່​ປິດ​ລົງໃນ​ວັນ​ທີ19​ມັງ​ກອນ 2011 ທີ່​ຜ່ານ​ມາ ! ກັບ​ໜຸ່ມ​ສຽງ​ດີ​ຄົນ​ນີ້ Scott Cooke McCreery ຫລື Scotty McCreery ນັກ​ຮ້ອງ​ອາ​ຍຸ​ນ້ອຍ​ທີ່​​ຫລົງ​ໃຫລ​ກັບ​ແນວ​ເພງ Country ​ໂດຍຊະນະ​​ເລີດຈາກ​ການ​ນຳ​ເອົາ​ເພງ: I Love You This Big ມາ​ຮ້ອງ​ໃນ​ມື້​ສຸດ​ທ້າຍ !

ລ: Scotty McCreery ເປັນນັກຮ້ອງໜ້າໃໝ່ໃນວົງການເພງຂອງອາເມຣິກາ ເກີດໃນວັນທີ9ທັນວາ1993 ທີ່ເມືອງກາເນີ ທີ່ຢູ່ທາງເໜືອຂອງລັດແຄໂລລີນາ ! ໂດຍມີ Elvis Presley ນັກຮ້ອງໃນຕຳນານໃນລັດ Mississippi ທີ່ເປັນແຮງບັນດານໃຈໃນການກ້າວສູ່ເສັ້ນທາງດົນຕີ ! Scotty ເລີ່ມມີການຮຽນແບບ Elvis Presley ຈາກຈັງຫວະແລະນ້ຳສຽງການຮ້ອງ ຕໍ່ດວ້ຍການດີດກີ່ຕ້າຈົນສາມາດຫລີ້ນໄດ້ຢ່າງຄ່ອງແຄ້ວ ຈາກນັ້ນກໍ່ພັດທະນາມາຫລີ້ນເປຍໂນ !

ນ: ກ່ອນໜ້າທີ່ຈະເປັນຜູ້ຊະນະເລີດໃນງານປະກວດ American Idol ປີ2011, Scotty ເຄີຍເປັນຜູຊະນະເລີດໃນງານປະກວດຮ້ອງເພງ Clayton Idol ທີ່ຈັດຢູ່ເມືອງ Clayton ລັດແຄໂລລີນ້າ ຈາກຜູ້ເຂົ້າຮອບທັງໝົດ36ຄົນໃນງານດັ່ງກ່າວ ! ນອກນັ້ນຍັງໄດ້ມີໂອກາດເຂົ້າຮ່ວມສະແດງຄອນເສີດລະດູຮ້ອນປີ2009 ໃນງານCaswell Youth Retreat ! ເຊິ່ງScotty ກໍ່ໄດ້ນຳເອົາເພງດັງຂອງJosh Turner ໃນເພງLong Black Train ຂື້ນຮ້ອງໃນງານດັ່ງກ່າວ !

(ເພງ)

ນ: Scotty McCreery ເຂົ້າຮ່ວມການປະກວດຮ້ອງເພງໃນລາຍການ American Idol​ລະດູ​ການ​ທີ10 ຈາກການສະໜັບສະໜູນຂອງພໍ່ແລະແມ່ ທີ່ມາໃຫ້ກຳລັງໃຈເກືອບທຸກຄັ້ງໃນໄລຍະການຄັດເລືອກ ! Scotty ສະແດງຄວາມສາມາດຂອງຕົນເອງຕໍ່ໜ້າຄະນະກຳມະການຕັດສິນໃນລາຍການດັ່ງກ່າວ ແລະເປັນທີ່ປະທັບໃຈທັງໃນການສຳພາດ ແລະການຮ້ອງເພງໃນແບບElvis Presley !

ນ: ແລະ ມາຮອດວັນທີ່19​ມັງ​ກອນ2011 Scotty McCreery ກໍ່ສາມາດຍາດຕຳ   ແໜ່ງເປັນຜູ້ຊະນະເລີດໃນງານປະກວດຮ້ອງເພງ American Idol​ລະດູ​ການ​ທີ10ໄດ້ຢ່າງບໍ່ຢາກ ຈາກການເປັນໂຕຂອງໂຕເອງ ແລະຄວາມກະຕືລືລົ້ນທີ່ຢາກສະແດງອອກ ! ແລະພາຍໃນໄລຍະຂ້າມຄືນ ລາວກໍ່ໄດ້ເປັນທີ່ຮັກຂອງຄົນທົ່ວອາເມຣິກາ ໂດຍສະເພາະຄົນທີຢູ່ໃນລັດແຄໂລລິນາ ເຊິ່ງເປັນບ້ານເກີດຂອງລາວເອງ !

ລ: ສຳລັບລາງວັນທີ່ໄດ້ຮັບໃນງານດັ່ງກ່າວນອກຈາກຈະເປັນຈຳນວນເງິນ ແລະວັດຖຸສິ່ງຂອງອື່ນໆແລ້ວ ! ສິ່ງທີ່ Scotty McCreeryໄຝ່ຝັນມາໂດຍຕະຫລອດ ກໍ່ແມ່ນການເປັນນັກຮ້ອງໃນສັງກັດຄ້າຍເພງ19 Entertrainment ເຊິ່ງລາວກໍ່ສາມາດເຮັດໄດ້ສຳເລັດໃນທີ່ສຸດ !

1 2