Scotty McCreery ແລະ Liu Li Yang

(GMT+08:00) 2012-02-22 16:11:53     cri


Jeno Liu ຫຼື Liu Li Yang ນັກ​ຮ້ອງ​ ​ແລະ ນັກສະ​ແດງຍິງ ທີ່​ສ້າງ​ຊື່ສຽງ ​ແລະ ​ໄດ້​ຮັບ​ຄວາມ​ນິຍົມ ຈາກ​ເວທີ​ການ​ປະ​ກວດ​ຮ້ອງ​ເພງ ​ໃນ​​ເວທີ ການ​ປະ​ກວດ Super Girl ລຸ້ນທີ 3 ​ໃນ​ປີ 2006 ທີ່​ໄດ້​ຮັບ​ຄະ​ແນນ​ໂຫວດ ສູງ​ເຖິງ 350.000 ຄະ​ແນນ ​ແລະ​ເຮ​ດ​ໃຫ້​ສາມາດໄດ້​ຮັບ​ລາງວັນ​ຮອງຊະນະ​ເລີດຈາກ​ເວທີ​ດັ່ງ​ກ່າວ Jeno Liu ​ເກີດໃນ​ວັນ​ທີ 24​ ​ເດືອນ​ຕຸລາ ​ໃນ​ປີ 1982 ທີ່​ນະຄອນຫຼວງປັກ​ກິ່ງ​ຂອງຈີນ ​ແລະ ​ເຄີຍ​ຜ່ານ​ເວທີ ການ​ປະ​ກວດ​ຮ້ອງ​ເພງ ສາມາດ​ຍາດ​ໄດ້​ລາງວັນ​ຊະນະ​ເລີດ ຈາກ​ການ​ແຂ່ງ​ຂັນ​ຮ້ອງ​ເພງ ​ໃນ​ກວາງ​​ໂຈ່ວ ​ເຊິ່ງ​ເປັນ​ເມືອງ​ເອກ ຂອງ​​ແຂວງ ກວາງ​ຕົ່ງນັ້ນ​ເອງ Jeno ຈົບ​ການ​ສຶກສາ​ຈາກ ມະຫາວິທະຍາ​ໄລ ລອນ​ດອນ ຂອງ​ປະ​ເທດ​ອັງກິ​ດ ​ໃນ​ລະດັບ​ປະລິນຍາ​ໂທ ສາ​ຂາ ການ​ໂຄສະນາ ​ແລະ ການ​ຕະຫຼາດ ​ໄດ້​ເລີ່​ມ​ເຂົ້າ​ສູ່​ວົງ​ການ​ພາຍຫຼັງ ທີ່​ໄດ້​ຜ່ານ​ການ​ປະ​ກວດ ​ໃນ​ປີ 2006 ​ແລະ ມີ​ຜົນງານ​ການ​ໂຄສະນາ ​ເຊິ່ງ​ແມ່ນ​ຜົນງານ​ທຳ​ອິດ ​ອອກ​ມາ ແຕ່​​ໃນ​ເວລາ​ທີ່ ຖ່າຍ​ທຳ​ການສະ​ແດງ​ໂຄສະນາ​ນັ້ນ ​ໄດ້​ເກີດ​ອຸປະຕິ​ເຫດ ​ແລະ ມີ​ຜົນ​ກະທົບ​ຕໍ່ການ ອອກ​ຕະ​ເວນ​ຄອນ​ເສີດ ກັບ Super Girl ​ແຕ່​ພາຍຫຼັງທີ່​ໄດ້​ຮັບ​ການ​ປິ່ນປົວ ກໍ​ໄດ້​ກັບ​ຄືນ ສູ່​ການ​ຮ້ອງ​ເພງ ​ພ້ອມ​ທັງ ອອກ​ຜົນງານ​ເພງ ​​ເຊິ່ງພາຍ​​​ໃຕ້ ການ​ສັງກັດ ​ໃນ​ບໍ​ລະ​ສັດ​ເພງ EE Music ໃນ​ລະຫວ່າງ ປີ 2006 ​– 2007 ​ຕໍ່ມາໃນ​ວັນ​ທີ 4 ​ເດືອນ​ມັງກອນ ປີ 2008 ​ໄດ້ ເຊັນ​ສັນຍາ ກັບ​ບໍລິສັດ​ເພງ Him International Music Jeno ມີອະ​ລະ​ບ້ຳ​ເພງ​ທັງໝົດ 4 ອະ​ລະ​ບ້ຳ ​ແລະ ອະລະ​ບ້ຳລ່າ​ສຸດ ປ່ອຍ​ອອກ​ມາ​ໃນ​ທ້າຍປີ 2011 ທີ່​ຜ່ານ​ມາ ​


1 2