ໃນລະດູຫນາວ, ຢູ່ໃນປ່າແຫ່ງໜຶ່ງ, ມີເໝັ້ນຫຼາຍໂຕ ໜາວຈົນສັ່ນທົດໆ, ເພື່ອເຮັດໃຫ້ໂຕອຸ່ນຂຶ້ນ, ພວກມັນມີແຕ່ຫຍັບເຂົ້າຫາກັນ, ແຕ່ເຮັດແນວນີ້, ຊັ້ນພັດທົນບໍ່ໄຫວ, ເພາະເຈັບໂພດຍ້ອນຂົນຍາວໆແຫຼມໆຂອງມັນສຽບແທງກັນແລະກັນ, ພວກມັນຈິ່ງຫ່າງໜີອອກຈາກກັນ.ແຕ່ວ່າ, ອາກາດຈັ່ງແມ່ນໜາວແທ້ໜາວວ່າ, ພວກມັນຈຶ່ງຄ່ອຍໆຫຍັບເຂົ້າຫາກັນເພື່ອໄດ້ຄວາມອົບອຸ່ນ, ແຕ່ຄວາມເຈັບປວດໄດ້ເຮັດໃຫ້ພວກມັນຕ້ອງແຍກອອກຈາກກັນອີກ. ເປັນຈັ່ງຊີ້ຢູ່ຕັ້ງຫຼາຍຫລົບຫລາຍຕ່າວ, ທໍລະມານຢູ່ລະຫວ່າງຄວາມໜາວກັບຄວາມເຈັບປວດ. ໃນທີ່ສຸດ, ເໝັ້ນເຫຼົ່ານີ້ໄດ້ຊອກພົບໄລຍະຫ່າງກັນທີ່ພໍດີພໍງາມ ທີ່ທັງໃຫ້ຄວາມອົບອຸ່ນແກ່ກັນໄດ້ທັງຂົນແຫຼມໆກໍ່ບໍ່ແທງກັນອີກ.
ນີກໍ່ແມ່ນຫລັກການຂອງເໝັ້ນ, ນິທານເລື່ອງນີ້ໄດ້ບອກໃຫ້ຮູ້ວ່າ, ໃນມະນຸດສຳພັນ, ຄົນເຮົາຕ້ອງຮັກສາຄວາມຫ່າງເຫີນກັນໃຫ້ເໝາະສົມ, ຖ້າວ່າຫ່າງໄກກັນຫຼາຍ, ດົນແລ້ວກໍ່ບໍ່ຕິດຕໍ່ພົວພັນກັນ, ຄວາມຮັກແພງກັນກໍ່ຈະຄ່ອຍໆຈາງຫາຍໄປຕາມການເວລາ, ສຸພາສິດລາວກໍ່ເວົ້າວ່າ: "ແກ້ວບໍ່ຜັດ ສາມປີເປັນແຮ່ ພີ່ນ້ອງບໍ່ແວ່ ສາມປີເປັນຄົນອື່ນ". ຄົນເຮົາດຳລົງຊີວິດໃນໂລກນີ້, ຕ້ອງຮູ້ຖະໜອມຫວງແຫນສິ່ງທີ່ຕົນມີ, ໂດຍສະເພາະ, ຄວາມຮັກແພງກັນທີ່ລ້ຳຄ່າ.
ກົງກັນຂ້າມ, ຄຳບໍ່ມີສົດຮ້ອຍເປີເຊັນ, ຄົນເຮົາໃຜກໍ່ຕ້ອງມີຂໍ້ຂາດຕົກບົກຜ່ອງຄືກັນ, ໃກ້ຊິດກັນໂພດ, ກໍ່ຈະເຫັນຂໍ້ຂາດຕົກບົກຜ່ອງຂອງກັນຢ່າງຈະແຈ້ງ, ດົນແລ້ວກໍ່ມັກຈະເກີດມີຄວາມຂັດແຍ່ງກັນ, ຜິດຖຽງກັນ, ຈົນກະທັ້ງເຮັດເລື່ອງບາດໃຈກັນ. ສະຫນິດກັນຫລາຍ, ກໍ່ອາດຈະກາຍເປັນຢູ່ອາຄາດກັນຊ້ຳ.
1 2