ຄວາມ​ຫ່າງເຫີ​ນ​ກັນ

(GMT+08:00) 2012-02-27 16:57:09     cri


ຄົນບູຮານ​ຈີນ​ມັກ​ເວົ້າວ່າ, ​ການປະຕິບັດ​ຕໍ່​ການ​ພົວພັນ​ລະຫວ່າງເພື່ອ​ນມິດ​ກໍ່​ຄືການດື່ມນ້ຳ, ຮ້ອນ​ໂພດ, ນ້ຳ​ຈະ​ລວກ​ປາກ, ​ເຢັນ​ໂພດ, ​ຈະ​ເຮັດ​ໃຫ້​​ໃຈເຮົາ​ຮູ້ສຶກ​ໜາວ.

ການ​ຖະໜຸຖະໜອມມິດຕະພາບ​ແລະ​ຄວາມ​ຮັກກໍ່​ຄືການ​ປູກ​ດອກ​ໄມ້​, ຖ້າ​ບໍ່​ຫົດ​ນ້ຳ​ໃຫ້​ມັນ, ມັນ​ກໍ່​ຈະ​ແຫ້ງ​ຕາຍ​ໄປ, ​ແຕ່​ຖ້າ​ຫົດຫຼາຍ​ໂພດ, ຮາກ​ມັນ​ພັດ​ຈະ​ເນົ່າ​, ແລ້ວຕາຍ​ໄປ​ຄື​ກັນ.

ທ່ານ​ລຽງ​ຊືຊິວ​ ນັກ​ປະພັນ​ທີ່​ມີ​ຊື່​ສຽງ​ຂອງ​ຈີນເຄີຍ​ເວົ້າວ່າ: ເພື່ອນມິດ​ຢູ່​ນຳ​ກັນ​, ​ຢ່າ​ສະໜິດສະໜົມ​ກັນ​​ເກີນ​ໄປ, ​ຮັກສາ​ການ​ພົວພັນ​ໃຫ້​ພໍດີ​ພໍງາມ,​ ຈົ່ງ​ຊ່ອງ​ຫວ່າງ​ໃຫ້​ແກ່​ກັນ, ຮັກສາ​ຄວາມ​ຮູ້ສຶກ​ອັນ​ດີງາມ​ຕໍ່​ກັນ​ໄວ້​ໃນ​ໃຈ, ເຮັດ​ແບບ​ນີ້​ແລ້ວ, ຈິ່ງ​ຈະ​ຮັກ​ແພງ​ກັນຍາ​ວນານ.​ ບໍ່​ວາ​ຈະ​ແມ່ນ​ຄວາມ​ຮັກ​ລະຫວ່າງ​ຍິງ​ຊາຍ​ຫລື​ວ່າຄວາມ​ຮັກ​​ແພງ​ກັນ​ລະຫວ່າງໝູ່ເພື່ອນ ກໍ່​ຕ້ອງ​ຮັກສາຄວາມຫ່າງເຫີ​ນ​ກັນ​​ໃຫ້ເຫມາະ​ສົມ, ​ແລ້ວຈິ່ງ​ຈະ​ມີ​ຄວາມ​ໂຄລົບ​ນັບຖື​ກັນ, ຄວາມ​ຮັກ​​ແພງ​ກັນຈິ່ງ​ຈະ​ຍາວ​ນານ​ໄດ້.


1 2