音量+ 音量-
ລາຍ​ການ "ຍຸ້ມ​ເປີ້ຍ​ຕໍ່​ອາ​ຍຸ"
    ລາຍ​ການ "ຍຸ້ມ​ເປີ້ຍ​ຕໍ່​ອາ​ຍຸ" ເປັນ​ລາຍ​ການ​ທີ່​ພາ​ທ່ານ​ມ່ວນ​ຊື່ນ​ກັບ​ເລື່ອງ ຊວນ​ຫົວ ກັບ​ທິດ​ສວນ ບໍ່​ລວນ​ເລ, ພາ​ທ່ານ​ມ່ວນ​ທຸກ​ມື້, ເວ​ລາ 16 ໂມງ​ທຸກ​ມື້​ທາງ CRI​ FM 93 Mhz ​ປັບ​ຄື້ນ​ມາ​ໄດ້,​ມ່ວນ​ໃຈ​ແນ່​ນອນ,​ເພາະ​ນີ້​ຄື​ລາຍ​ການ​ຍຸ້ມ​ເປີ້ຍ ຕໍ່​ອາ​ຍຸ.
v ສູ້​ຊົນ(ສຽງ)
  ສອງ​​ແມ່​ເຮືອນ​ລົມ​ກັນ​ເລື້ອງ​ເສດຖະກິດ​ຄອບຄົວນາງ​ດາວ:
ຈັ່ງ​ໃດ​ຮື​! ສະພາບ​ເສດຖະກິດ​ຄອບຄົວ​ເພິ່ນ​ດຽວ​ນີ້?
   ນາງ​ແດງ:​ ເອີ້! ​ຜົວ​ເຮົາ​ກັບ​ເຮົາ​ກະ​ຍັງ​ສູ້​ຊົນ​ຄື​ເກົ່າ​ຫັ້ນ​ລະ​
ເພື່ອ​ໄຫ້​ຄອບຄົວ​ລຸດພົ້ນ​ຈາກ​ຄວາມທຸກ​ຍາກ,​​ ໂຕ​ເດ​ຊັ້ນ?
   ນາງ​ດາວ: ຜົວ​ເຮົາ​ຄື​ກັນ​ຫັນ​ແລ້ວ, ນອກຈາກ​ສູ້​ຊົນ​ແລ້ວ​
ຍັງ​ຊູຊີ​ອິກ, ບໍ່​ໄດ້​ບໍ່​ຍອມ.ຮ່າ….ຮ່າ….

ອ່ານຕໍ່...>>
  • ຫ.ງ(ສຽງ)

  •    ມື້ໜື່ງຜົວ​ເມັຍ​ຜິດ​ກັນ​ເລື່ອງ​ຜູ້ສາວ
       ຜົວ: ​ເຈົ້າ​ກະ​ຢ່າ​ໂພດ​ຫລາຍ​ໄຫ້​ຂອ້ຍ​ໄດ້​ໄປ​ຫຼີ້ນກັບ​ຫມູ່​
    ກັບ​ຄູ່​​ແດ່! ຍາມ​ໃດ​ກະ​ວ່າ​ຂ້ອຍ    ​ໄປ​ຫຼີ້ນສາວ,​ ເຈົ້າ​ກະ​ຮູ້​
    ຕົວະ​ຂ້ອຍ​ເຖົ້າ​ແລ້ວ​ຊິ​ເອົາ​ແຮງ​ມາ​​ແຕ່​ໃສ
       ​ເມຍ: ​ເອີ້​! ກະ​ເຖົ້າ​ຫັ້ນ​ລະ! .​ ເຖົ້າ.ຫ.ງ
       ຜົວ: ​ແມ່ນ​ຫຍັງ.ຫ.ງ ​ເວົ້າ​ດີໆ​​ໄດ໊! ​ເຈົ້າ​ວ່າ​ຂອ້ຍ​ເຖົ້າ
    ​ຫົວ​ງູ​ຫວະ!
       ເມຍ: ​ເອີ້! ກະ​ເຖົ້າ​ຫວງ​ເມັຍ​ບາດ​ຂອ້ຍ​ໄປ​ໃສ​ກະ​ບໍ່​ໄດ້.
    ຮ່າ…..ຮ່າ…..
    ອ່ານຕໍ່...>>
    v ຢຽບເບກ(ສຽງ)
       ຕໍາຫລວດໄປສອບຖາມຄູກໍລະນີມີລົດຕໍາກັນຈົນ
    ສະຫລົບຄາທີ
      ຕໍາຫລວດ:  ນີ້ເຈົ້າຕໍາລາວແບບໃດຈົນວ່າສະ
    ຫລົບ,ແຕ່ບໍ່ມີບາດແຜ
       ຄົນຂັບລົດ: ຂ້ອຍບໍ່ໄດ້ຕໍາຂ້ອຍຢຽບຊື່ໆ
       ຕໍາຫລວດ: ຢຽບຄືບໍ່ມີບາດແຜ.
       ຄົນຂັບ:   ຊິມີໄດ້ຈັ່ງໃດ! , ຂ້ອຍຢຽບເບກລາວ
    ຫາກສະຫລົບເອງ, ຮ່າ…ຮ່າ..

    ອ່ານຕໍ່...>>
  • ລ ບ ຕ (ສຽງ)

  •    ສອງ​ສ່ຽວ​ລອງ​ປັນຍາ​ເວົ້າ​ເລື່ອງ​ຄໍາ​ຫຍໍ້ ສ່ຽວ​ໜື່ງເວົ້າ​ຂື້ນ​ວ່າ:
       ສ່ຽວໜື່ງ: ສ່ຽວ​ໂຕ​ກະ​ແປ​ໄດ້​ຢູ່​ບໍ່​ນໍ້ອັນຄໍາ​​ນິນະາ
       ສ່ຽວ​ສອງ: ​ເອີ! ຄັນວ່າ​ຈັ່ງ​ຊັ້ນ​ລົດ​  ກ ຊ ກັບ ຂ ຕ ຫຍໍ້​ມາ​ຈາກ​ໃສ​ຮື!.
       ສ່ຽວ​ໜື່ງ: ​ເອົາ! ຊິ​ຢາກ​ເຮັດ​ອີ່​ຫຍັງ! ກ ຊ ກໍ່​ແປ​ວ່າ​ລົດ​ກະຊວງ ​ແລະ
    ຂ ຕ ກໍ່​ແປ​ວ່າ​ລົດ​​ແຂກ​ຕ່າງປະ​ເທດ.
       ສ່ຽວ​ສອງ​: ​ເອົາ ຄັນ​ຊັ້ນ! ລ ບ ຕ  ​ເດ​ຊັ້ນ! ​ແປ​ວ່າ​ແນວ​ໃດ​ຮື!
       ສ່ຽວ​ໜື່ງ: ອ່າວ: ຕາມ​ຄວາມ​ຄິດ​ຂອງ​ເຮົາ ລ ບ ຕ ນິມັນ​ກໍ່​ແມ່ນ
    ​ລົດ​ບຸກຕົມ​ຫັ້ນ​ລະ!
       ສ່ຽວ​ສອງ: ​ໂອ້​ຍ! ຜິດ ມື​ງ​​ເວົ້າ​ບໍ​ຖືກ!…
    ອ່ານຕໍ່...>>