David Guetta ​ແລະ Yan Ya Lun

(GMT+08:00) 2012-02-29 15:50:20     cri

ນ:ສຳລັບມື້ນີ້ພວກເຮົາກໍ່ມີສິລະປິນຈາກປະເທດຝຣັ່ງທີ່ມີຄວາມໂດດເດັ່ນໃນການຜະລິດຜົນງານເພງພາສາອັງກິດ ນອກນັ້ນຍັງເປັນໂຄສົກ ຫລືວ່າDJ ທີ່ມີສຽງໂດ່ງດັງຫລາຍໃນຊຸມປີ1980 ຫາ1990 ! ແລະສິລະປິນຄົນນີ້ເປັນທີ່ຮູ້ຈັກໃນນາມ David Guetta ຫລືມີຊື່ເຕັມວ່າ Pierre David Guetta ເຈົ້າຂອງອະລາບ້ຳເພງດັງ One Love ທີ່ມີ3ເພງດັງສະຫລັບກັນຂື້ນອັນດັບ1 ໃນອັງກິດ !

ລ: ໃນນັ້ນກໍ່ມີເພງ: When Love Takes Over ທີ່ມີ Kelly Rowland ນັກຮ້ອງສາວຈາກລັດຈໍເຈຍ ສະຫາລັດອາເມຣິກາ ມາຮ່ວມຮ້ອງໃນເພງດັ່ງກ່າວ ! ນອກນັ້ນກໍ່ມີເພງ Getting Over You ທີ່ມີ Chris Willis, Fergie & LMFAO ມາຮ່ວມສ້າງສັນຜົນງານເພງ ! ແລະເພງ Sexy Bitch ທີ່ມີAkon ນັກຮ້ອງຄຸນນະພາບຂອງລັດມິດຊູລີ ສະຫາລັດອາເມຣິກາ ມາຮວ່ມແຣັບໃນເພງດັ່ງກ່າວ !

ນ: David Guetta ປັດຈຸບັນອາຍຸໄດ້ 45ປີ, ເກີດໃນວັນທີ 7ພະຈິກ1967 ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ ກັບແນວເພງ House Music ທີ່ມີການປະສົມປະສານຈັງຫວະການເຕັ້ນແບບ Disco ເຂົ້າກັບດົນຕີຫລາຍຊະນິດ ເປັນຕົ້ນກໍ່ມີ: Soul, Pop, Hiphop, Punk, R&B ແລະCountry ທີ່ມີຕົ້ນກຳເນີດໃນຊຸມປີ1980ທີລັດຊິກຄາໂກ ຂອງອາເມຣິກາ !

(ເພງ)

ນ: David Guetta ກ້າວເຂົ້າສູ່ວົງການເພງທຳອິດກັບຄ້າຍເພງ EMI Music ໃນປະເທດຝຣັ່ງ ທີ່ມີສຳໜັກງານໃຫຍ່ຢູ່ນະຄອນຫລວງລອນດອນ ປະເທດອັງກິດ ! ຈາກນັ້ນກໍ່ມີການຍ້າຍສັງກັດຫລາຍໄປຄ້າຍ ບໍ່ວ່າຈະເປັນ Positiva Records, Virgin Music ແລະໃນທີ່ສຸດກໍ່ມາຢູ່ກັບຄ້າຍເພງ Astralwerks ທີ່ເປັນສາຂາຂອງຄ້າຍເພງໃຫຍ່ໃນອາເມຣິກາ Virgin Records !

ລ: ຕະຫລອດໄລຍະ 28ປີໃນການຜະລິດຜົນງານເພງທັງໃນອາເມຣິກາ ແລະບ້ານເກີດປະເທດຝຣັ່ງ, David Guetta ໄດ້ມີຜົນງານເພງຍອດນິຍົມຢ່າງຫລວງຫລາຍ ແລະ ທຸກອະລາບ້ຳທີ່ອອກມາກໍ່ລ້ວນແຕ່ປະສົບຜົນສຳເລັດເປັນຢ່າງສູງ ກັບຍອດຂາຍຫລາຍກ່ວາ18ລ້ານແຜ່ນໃນທົ່ວໂລກ ! ນອກນັ້ນ ຍັງເປັນນັກຮ້ອງທີ່ກວາດມາໄດ້ເຖິງ 11 ລາງວັນໃນຫລາຍສາຂາຈາກການຊິງລາງວັນຂອງ Grammy, World Music Awards, NRJ Music Awards ແລະລວມເຖິງ3ລາງວັນໃນງານ DJ Awards ແລະ1ລາງວັນ DJ Magazine ຂອງອາເມຣິກາທີ່ຈັດຂື້ນໃນປີ2011 !

ນ: ປັດຈຸບັນ David Guetta ໄດ້ມີຜົນງານເພງອອກມາທັງໝົດ 5 ອະລາບ້ຳ: Just a Little More Love(2002), Guetta Blaster(2004), Pop Life(2007), One Love(2009) ແລະອະລາບ້ຳລ່າສຸດ Nothing but the Beat ຫາກໍ່ປ່ອຍອອກມາໃນທ້າຍປີ2011 ກັບເດືອນສິງຫາທີ່ຜ່ານມາ !
1 2