David Guetta ​ແລະ Yan Ya Lun

(GMT+08:00) 2012-02-29 15:50:20     cri



Yan Ya Lun ຫຼື Aaron Yan ນັກ​ຮ້ອງ ນັກສະ​ແດງ ​ແລະ ​ເປັນ​ທັງ​ນາຍ​ແບບ ຈາກ​ໄຕ້​ຫວັນ​ຂອງ​ຈີນ ເຊິ່ງ​​ເປັນ ໜຶ່ງ​ໃນ​ສະມາຊິກ ຂອງ​ສິລະ​ປິນ ກຸ່ມ Fahrenheit  ໜຸ່ມຄົນ​ນີ້ ​ເກີດ​​ວັນ​ທີ 20 ພະ​ຈິ​ກ ​ໃນ​ປີ 1985 ກັບ​ອາຍຸ​ປັດຈຸ​ບັນ ​ແມ່ນ 26 ປີ ສາມາດ ນຳ​ໃຊ້ ພາສາ ຈີນກາງ ​ ກວາງ​ຕຸ້ງ ແລະ ພາສາ ຈີນ​ຮົກ​ກ້ຽນ ​ໄດ້​ຢ່າງ​ຄ່ອງ​ແຄ້ວ ຍັງ​ສາມາດ ​ເວົ້າ​ພາສາ​ອັງກິດ ​ແລະ ພາສາ​ຍີ່ປຸ່ນ ນຳ​ອີກ
​​Aaron Yan ພ້ອມ​ຄອບ​ຄົວ ໄດ້​ຍ້າຍ​ໄປ​ຢູ່ ທີ່ ສະຫະລັດ​ອາ​ເມ​ລິ​ກາ ຕັ້ງ​ແຕ່ ຍັງ​ນ້ອຍ ​ແລະ ​ໄດ້​ຮຽນ ຢູ່​ໂຮງຮຽນ ປະຖ​ົມ​ແຫ່ງໜຶ່ງ ​ເປັນ​ເວລາ 5 ປີ ຫຼັງຈາກ​ນັ້ນ ​ໄດ້​ກັບ​ມາ​ສຶກສາ​ຕໍ່ ​ໃນ​ໄຕ້​ຫວັນ​ຂອງ​ຈີນ ​ ​ຕໍ່ມາ​ໄດ້​ສຶກສາ​ໃນ Chinese Culture University ​ໃນ​ສາຂາ ສື່ສານ​ມວນ​ຊົນ ​

Aaron Yan ​ໄດ້​ປ່ອຍ​ຜົນງານ​ເພງ ​ ທັງໝົ້ດ 4 ອະ​ລະ​ບ້ຳ​ເພງ​ຈີນ ​ແລະ 3 ບົດ​​ເພງ ​ໃນ​ພາສາ​ຍີ່​ປຸ່ນ ຮ່ວມ​ກັບ​ກຸ່ມ ພ້ອມ​ທັງ DVD ທີ່​ບັນ​ທຶກ​ການສະ​ແດງ Concert  Aaron ມີ​ການສະ​ແດງ ຄອນ​ເສີດ​ເປັນ​ຄັ້ງທຳ​ອິດ ​ໃນ ​ໄທ​ເປ ​ເຊິ່ງ​ແມ່ນ​ເມືອງ​ເອກ ຂອງ​ໄຕ້​ຫວັນ​ຂອງ​ຈີນ ​ໃນ​ມື້​ຄົບຮອບ ວັນ​ເກີດ 25 ປີ​ແລະ ສິ່ງ​ທີ່ບົ່ງ​ບອກ ​ເຖິງ​ກະ​ແສ​ການ​ຕອບ​ຮັບ​ທີ່​ດີ ນັ້ນ​ແມ່ນ ການ​ຂາຍ​ປີ້ ສາມາດຂາຍໝົດ ​ໃນ​ເວລາ 18 ນາທີ ພາຍຫຼັງມີ່ ​ເລີ່​ມມີ​ການ​ເປີດ​ຂາຍ ​ແລະ ​ເງິນ​ທັງໝົດ ທີ່​ໄດ້​ຈາກ​ການ​ຂາຍ​ນັ້ນ ​ແມ່ນ​ບໍລິຈາກ ​ເພື່ອ​ການ​ກຸສົນ

Aaron ​ໄດ້​ມີ​ອະລະ​ບ້ຳດ່ຽວ The Next Me ອອກ​ມາ ​ໃນ​ວັນ​ທີ 25 ມີນາ ປີ 2011 ພາຍ​ໃຕ້​ສັງກັດ​ Him International Music ​ແລະ ມີ​ການສະ​ແດງ​ຄອນ​ເສີດ ​ເມື່ອ​ວັນ​ທີ 11 ມິ​ຖຸນາ ປີ 2011 ທີ່​ຜ່ານ​ມາ ​ເພື່ອ​ສະຫຼອງ​ໃຫ້​ແກ່ ອະ​ລະ​ບ້ຳ​ດ່ຽວຊຸດ ທຳ​ອິດ ​ຈັດ​ຂຶ້ນໃນ​ໄຕ້​ຫວັນ​ຂອງ​ຈີນ​ແລະ ​ໃນ​ວັນ​ທີ 21 ຂອງ​ເດືອນດຽວກັນ ​ໄດ້​ຈັດການ​ສະ​ແດງ ທີ່​ນະຄອນຫຼວງປັກ​ກິ່ງ​ແລະ ລ່າ​ສຸດ ​ໃນ​ວັນ​ທີ 31 ຂອງ​ເດືອນ​ກໍ​ລະ​ກົດ ຈັດ​ຂຶ້ນ ທີ່​ຊຽງ​ໄຮ
1 2