ພະ​ຍາ​ຍາມ​ຮັບ​ຜິດ​ຊອບ​ຕໍ່​ໂຊກ​ຊະ​ຕາ​ຂອງ​ຕົນ

(GMT+08:00) 2012-03-07 10:38:53     cri

ມີນັກ​ວິ​ທະ​ຍາ​ສາດ​ຜູ້​ໜຶ່ງ​ເຄີຍ​ສະ​ເໜີ​ຫຼັກສູດ​​ແຫ່ງຜົນ​ສຳ​ເລັດວ່າ: ຜົນສຳ​ເລັດ​ເທົ່າ​ກັບ​ພອນ​ສະຫວັນ​ບວກ​ຄວາມ​ດຸ​ໝັ່ນ​ບວກ​ກາລະ​ໂອກາດ, ສາມ​ຢ່າງ​ນີ້​ຂາດ​ອັນ​ໃດ​ກໍ່​ບໍ່​ໄດ້, ​ແລະ​ໃນ​ສາມ​ຢ່າງ​ດັ່ງກ່າວນີ້, ສິ່ງ​ທີ່ກຳ​ຍາກ​ທີ່​ສຸດ​ແມ່ນ​ໂອກາດ, ​ໂອກາດ​ນັ້ນ, ອາດ​ຈະ​ພົບ​ພໍ້​​ໂດຍບັງ​ເອີນ​ໄດ້, ​ແຕ່ບໍ່​ແມ່ນ​ເລື່ອງ​ງ່າຍ​ທີ່ຈະ​ຊອກ​ພົບ​ໄດ້​. ​ແຕ່​ກໍ່​ມີຄຳ​ບູຮານ​ຈີນ​ເວົ້າ​ວ່າ: ​ໂລກ​ນີ້​ບໍ່​ມີ​ເລື່ອງ​ຍາກ​ສຳລັບ​ຄົນ​ຕັ້ງ​ໃຈ, ທະແນມ​ແຕ່​ຕັ້ງ​ອົກ​ຕັ້ງ​ໃຈ, ​ເລື່ອງ​ຫຍັງ​ກໍ່​​ມີ​ໂອກາດເປັນ​ໄປ​ໄດ້.

ກ່ຽວ​ກັບ​ເລື່ອງ​ນີ້, ວິ​ໄລ​ວັນ​ຢາກ​ແບ່ງປັນ​ເລື່ອງ​ລາວ​ເລື່ອງ​ໜຶ່ງກັບ​ທ່ານ.

ແຕ່​ກ່ອນ, ​ມີ​ນັກ​ແຕ້ມ​ຮູບໜຸ່ມ​ນ້ອຍ​ຜູ້​ໜຶ່ງ, ລາວມີ​ພອນ​ສະຫວັນ​​ພົ້ນ​ເດັ່ນ, ​​ໃນ​ເວລາ​ທຳ​ມາ​ຫາ​ກິນ​ຢູ່​ນະຄອນປາຣີນັ້ນ, ​ລາວ​ຍັງ​​ບໍ່ທັນ​ມີ​ຊື່ສ​ຽງ, ​ແລະ​ກໍ່ທຸກ​ຍາກ​ທີ່​ສຸດ. ຮູບ​ແຕ້ມ​ຂອງລາວ​ຂາຍ​ບໍ່​ອອກ​ຈັກ​ແຜ່ນ, ຍ້ອນ​ວ່າ, ຮ້ານ​ຂາຍ​ຮູບ​ແຕ້ມ​ຢູ່​ນະຄອນປາຣີ​ຂາຍ​ແຕ່​ຮູບ​ແຕ້ມ​ຂອງ​ນັກ​ແຕ້ມ​ທີ່​ມີ​ຊື່ສຽງ, ນັກ​ແຕ້ມ​ໜຸ່ມຜູ້​ນີ້​ແມ່ນ​ບໍ່​ມີ​ໂອກາດ​ເອົາ​ຮູບ​ແຕ້ມ​ຂອງ​ຕົນ​ໄປ​ຂາຍ​ຢູ່​ໃນ​ຮ້ານ​ເຫຼົ່ານີ້​ເລີຍ.

ແຕ່​ເວລາ​ຜ່ານ​ໄປ​ບໍ່​ດົນ, ​ມີ​ເລື່ອງ​​ແປກ​ເລື່ອງ​ໜຶ່ງ​ເກີດ​ຂຶ້ນ. ຄື: ​ເຈົ້າ​ຂອງ​ຮ້ານຂາຍ​ຮູບ​ແຕ້ມ​ຜູ້​ໜຶ່ງ​ໄດ້ພົບ​ລູກ​ຄ້າ​ໜຸ່ມຫຼາຍຄົນ​ທີ່ເຂົ້າ​​ໄປ​ໃນ​ຮ້ານ ຖາມ​ຊື້​ຮູບ​ແຕ້ມ​ຂອງ​ນັກ​ແຕ້ມຮູບ​ໜຸ່ມຜູ້​ນັ້ນ, ​ແຕ່​ເຈົ້າ​ຂອງ​ຮ້ານ​ພັດບໍ່​ມີ, ​ໃນ​ທີ່​ສຸດ, ​ເຈົ້າ​ຂອງ​ຮ້ານ​ມີ​ແຕ່​ເບິ່ງ​ລູກ​ຄ້າ​ທີ່​ຜິດຫວັງ​ເຫຼົ່ານີ້​ຍ່າງ​ອອກ​ຈາກຮ້ານ​ດ້ວຍ​ຄວາມ​ເສຍ​ດາຍ.


1 2 3