ພະ​ຍາ​ຍາມ​ຮັບ​ຜິດ​ຊອບ​ຕໍ່​ໂຊກ​ຊະ​ຕາ​ຂອງ​ຕົນ

(GMT+08:00) 2012-03-07 10:38:53     cri


ມີ​ຄົນ​ເວົ້າ​ວ່າ, ຖ້າ​ແມ່ນ​ຄຳ​, ບໍ່​ວ່າປະ​ໄວ້​ບ່ອນ​ໃດ, ​ມັນ​ກໍ່ຈະ​ສົ່ງ​ແສງ​ເຫຼື້ອມຍິບຫຍັບອອກ​ມາ. ​ແຕ່​ວ່າ​ບາງທີ, ຄຳ​ກໍ່​ອາດ​ຈະ​ຖືກ​ຝັງ​ຢູ່​​ໃນ​ກອງ​ຂີ້​ຊາຍ, ສະ​ນັ້ນ ບໍ່​ແມ່ນ​ວ່າ​ ຄຳ​ກ້ອນ​ໜຶ່ງປະ​ໄວ້ບ່ອນ​ໃດ ມັນ​ກໍຈະ​ສົ່ງ​ແສງ​ເຫຼື້ອມ​ອອກ​ມາໄດ້​ໝົດ​, ​ເຊັ່ນ​ດຽວ​ກັນ, ຜູ້​ທີ່​ມີ​ພອນ​ສະຫວັນ​ກໍ​ບໍ່​ແມ່ນ​ວ່າ​ຈະໄດ້ຮັບຜົນ​ສຳ​ເລັດ​ດີ​ເລີດ​ໝົດ​ທຸກ​ຄົນ. ​

ສັງ​ຄົມ​ປະຈຸ​ບັນ​ແມ່ນ​ສັງຄົມ​ທີ່ບໍ່​ຂາດຜູ້​ມີ​ພອນ​ສະຫວັນ, ​​ແລະ​ກໍ່ແມ່ນ​ສັງຄົມ​ທີ່​ເຕັມ​ໄປ​ດ້ວຍ​ການ​ແຂ່ງ​ຂັນ, ພວກ​ເຮົາ​ບໍ່​ຄວນ​ມີ​ແຕ່​ນັ່ງ​ຖ້າ​ໂອກາດ​ມາ​ຫາ​ພວກ​ເຮົາ, ຈົ່ມ​ນັ້ນ​ຈົ່ມ​ນີ້ຢູ່​ທຸກ​ມື້ແມ່ນ​ບໍ່​ມີ​ປະ​​ໂຫຍດ​ຫຍັງ. ພວກ​ເຮົາ​ຄວນ​ໃຊ້​ທ່າ​ທີ​ອັນ​ຕັ້ງໜ້າ, ​ຮັບ​ຜິດ​ຊອບຕໍ່​ໂຊກຊະ​ຕາ​ຂອງ​ຕົນ​, ທຳ​ຄວາມ​ພະຍາຍາມ​ເລື້ອຍ​ໄປ, ບໍ່​ວ່າ​ສຸດ​ທ້າຍ​ຈະ​ເປັນ​ແນວ​ໃດ, ຢ່າງ​ໜ້ອຍ​ ​ເມື່ອ​ຫວນ​ຄືນ​ຊີວິດ​ຂອງ​ຕົນ, ຈຶ່ງຈະ​ບໍ່​ເສຍໃຈ.

ໃນ​ຊີວິດ​ຂອງ​ຄົນ​ເຮົາ​, ມີ​ປັດ​ໄຈ​ຫຼາຍ​ຢ່າງ​ພວກ​ເຮົາ​ແມ່ນ​ຄວບ​ຄຸມ​ບໍ່​ໄດ້, ​ແຕ່​ຢ່າ​ທໍ້ຖອຍ​ໃຈ​ຕໍ່​ຊີວິດ​ຂອງ​ຕົນ, ​ລອງ​ໃຊ້​ທ່າ​ທີ​ອັນ​ຕັ້ງໜ້າ​ໄປ​ສະ​ແຫວ​ງຫາຄວາມ​ຝັນ​ຂອງ​ຕົນ, ​ເຖິງ​ວ່າ ບາງ​ທີ​ ພະຍາຍາມສຸດ​ຂີດ​​ແລ້ວ​ກໍ່ຍັງ​ບໍ່​ໄດ້​ຜົນ, ​ແຕ່​ວ່າ​ຢ່າງ​ໜ້ອຍ, ພວກ​ເຮົາ​ໄດ້​ພະຍາຍາມ​ແລ້ວ​, ພວກ​ເຮົາຈະ​ບໍ່​ກິນ​ແໜງ​​ແຄງໃຈ.



1 2 3