ວິໄລວັນກັບແມ່
ໃນເວລາວິໄລວັນຍັງນ້ອຍ, ພໍ່ແມ່ໄປເຮັດວຽກຢູ່ບ່ອນທີ່ຫ່າງໄກ,ແມ່ຕູ້ເປັນຜູ້ແບ່ງແຍງດູແລວິໄລວັນຕະຫຼອດ. ແມ່ຕູ້ຂອງວິໄລວັນເຄີຍໄດ້ຮັບການສຶກສາໃນສະໄໝໃໝ່, ເຖິງວ່າຍາມນັ້ນອາຍຸຂອງເພິ່ນເກືອບ 80 ປີແລ້ວ, ແຕ່ເພິ່ນຍັງເອົາໃຈໃສ່ນຳການສຶກສາຂອງວິໄລວັນຫຼາຍ.
ເພິ່ນບໍ່ໄດ້ສົ່ງວິໄລວັນໄປໂຮງຮຽນອານຸບານ, ເພິ່ນສອນວິໄລວັນເອງຢູ່ເຮືອນຕົນເອງ, ລວມທັງການສອນອ່ານສອນຂຽນຕົວໜັງສື, ນັບເລກ, ສອນຮ້ອງເພງ, ແລະສອນກິລິຍາມາລະຍາດ.
ຮອດອາຍຸ 6 ປີ, ວິໄລວັນກໍ່ໄດ້ເຂົ້າໂຮງຮຽນປະຖົມ, ຄູບໍ່ເຊື່ອວ່າວິໄລວັນບໍ່ເຄີຍໄປຮຽນຢູ່ໂຮງຮຽນອານຸບານມາກ່ອນ, ເພາະວິໄລວັນຮູ້ຫຼາຍກວ່າເດັກນ້ອຍຜູ້ອື່ນ.
ນອກຈາກສົ່ງວິໄລວັນໄປຮຽນຢູ່ໂຮງຮຽນແລ້ວ, ແມ່ຕູ້ຍັງໄດ້ສົ່ງວິໄລວັນໄປຮຽນຂຽນງາມແລະແຕ້ມຮູບ, ເພາະເພິ່ນເຫັນວ່າ,ເປັນຄົນຈີນ, ຕ້ອງຮູ້ວັດທະນະທຳບູຮານຈີນ, ຂຽນໜັງສືຕ້ອງງາມ, ແຕ້ມຮູບກໍ່ຕ້ອງງາມ, ກິລິຍາມາລະຍາດກໍ່ຕ້ອງດີ. ວິໄລວັນເລີຍໄດ້ຮຽນຂຽນງາມແລະຮຽນແຕ້ມຮູບແບບຈີນເປັນເວລາຫຼາຍປີ, ແລະມັກຫຼາຍ.
ໃນເວລາວິໄລວັນອາຍຸ 10 ປີ, ແມ່ຕູ້ໄດ້ເສຍຊີວິດ, ຫຼັງຈາກນັ້ນ, ພໍ່ແມ່ວິໄລວັນເຫັນວ່າ, ໜ້າທີ່ການຮຽນຂອງວິໄລວັນໜັກຢູ່ແລ້ວ, ຈຶ່ງບໍ່ຢາກໃຫ້ວິໄລວັນໄປຮຽນຂຽນງາມແລະແຕ້ມຮູບອີກ, ເພາະສອງອັນນີ້ບໍ່ໄດ້ບັນຈຸເຂົ້າໃນການສອບເສັງ. ຈາກນັ້ນມາ, ວິໄລວັນກໍ່ໄດ້ເຊົາຮຽນການຂຽນງາມແລະແຕ້ມຮູບ.
© China Radio International.CRI. All Rights Reserved. 16A Shijingshan Road, Beijing, China. 100040 |