ການ​ຂຽນ​ງາມ​ແລະ​ການ​ແຕ້ມ​ຮູບ​ແບບ​ຈີນ(ສຽງ)

(GMT+08:00) 2012-03-13 16:29:44     cri



"ດອກ​ບົວ"​ທີ່​ວິໄລວັນ​ແຕ້ມ​ໃນ​ຫວ່າງ​ມໍ່ໆ​ນີ້


ສອງ​ສາມ​ປີ​ມາ​ນີ້, ​ເມື່ອ​ຫວນ​ຄືດ​ເຖິງ​ອະດີດ, ວິ​ໄລ​ວັນຮູ້ສຶກ​ເສຍ​ໃຈຫຼາຍທີ່​ບໍ່​ໄດ້​ຮຽນ​ຂຽນ​ງາມ​ແລະ​ຮຽນ​ແຕ້ມຮູບ​ຕໍ່, ທີ່​ຈິງ​ແລ້ວ, ວິ​ໄລ​ວັນ​ມັກຫຼາຍ, ຈຶ່ງ​ຕັດສິນ​ໃຈ​ຮຽນ​ຕໍ່ໄປ. ສະ​ນັ້ນ, ດຽວ​ນີ້, ​ເມື່ອ​ມີ​ເວລາ​ຫວ່າງ, ວິ​ໄລ​ວັນ​ກໍ່ຈະ​ຝຶກ​ຂຽນ​ງາມ​ແລະ​ແຕ້ມຮູບ​ຢູ່​ເຮືອນ, ຈຸດປະສົງ​ກໍ່​ແມ່ນ​ເພື່ອ​ຝຶກ​ຕົນ​ເອງ​ໃຫ້​ມີ​ຄວາມ​ໃຈ​ເຢັນ​ແລະ​ຄວາມ​ທຸ່ນ​ທ່ຽງ.

ຄົນ​ຈີນ​ມັກ​ເວົ້າ​ວ່າ, ​ເມື່ອ​ໄດ້​ເຫັນ​ຕົວໜັງສື​ຂອງ​ຜູ້​ໃດ​ຜູ້ໜຶ່ງ​ແລ້ວ, ກໍ່​ຈະຮູ້​ນິດ​ໃສ​ໃຈຄໍ​ຂອງ​ຜູ້​ນັ້ນ​ໂລດ, ​ໃຈ​ຊື່ສັດ, ການ​ຂຽນ​ໂຕ​ໜັງ​ສື​ກໍ່​ຈະບໍ່​ຄົດ​ບໍ່​ລ້ຽວ. ຫວັງ​ວ່າ, ການ​ຂຽນງາມ​ຂອງວິ​ໄລ​ວັນຄົງຈະ​ນັບ​ມື້​ນັບ​ດີ​ຂຶ້ນ, ​​ຈິດ​ໃຈ​ຂອງ​ວິ​ໄລ​ວັນ​ກໍ່​ຈະ​ນັບ​ມື້​ນັບ​ງາມ​ຂຶ້ນ​ເຊັ່ນ​ກັນ.


1 2 3 4