Billy Joe Crawford ແລະ Hu Ge

(GMT+08:00) 2012-03-20 09:57:07     cri


ນ: ເຂົ້າມາໄລຍະນີ້ພວກເຮົາກໍ່ມີນັກຮ້ອງເຊື້ອສາຍຟິລິປິນ-ອາເມຣິກາມາແນະນຳໃຫ້ມິດລາຍການໄດ້ຮູ້ຈັກ ! ແລະພິເສດນັກຮ້ອງຄົນນີ້ຍັງຖືສັນຊາດເປັນຄົນອາຊີ ກໍ່ຄື    ຟິລິປິນຢູ່ ເຖິງວ່າຈະມີພໍ່ເປັນຄົນອາເມຣິກາກໍ່ຕາມ ! ເຊິ່ງປັດຈຸບັນກໍ່ໄດ້ມີຜົນງານເພງທີ່ໂດດເດັ່ນຢ່າງຫລວງຫລາຍ ພ້ອມກັບການສ້າງຊື່ສຽງໃຫ້ກັບຕົນເອງໃນຫລາຍປະເທດທັງໃນຢູໂຣບ ແລະອາຊີ !

ລ: ແລະສິລະປິນທີ່ພວກເຮົາເອົາມາແນະນຳໃນມື້ນີ້ກໍ່ແມ່ນ: Billy Joe Crawford ຫລືເປັນທີ່ຮູ້ຈັກສັ້ນໆໃນນາມ: Billy Crawford ນັກຮ້ອງດັງທີ່ມີແມ່ເປັນຄົນຟິລິປິນ, ສ່ວນພໍ່ເປັນຄົນມາຈາກເມືອງໃຫຍ່ນິວຍອກ ສະຫາລັດອາເມຣິກາ ! Billy Crawford ປັດຈຸບັນອາຍຸໄດ້30ພໍດີ, ເກີດໃນວັນທີ 16ພຶດສະພາ1982 ທີ່ນະຄອນຫລວງມານິລາ ປະເທດຟິລິປິນ !

ນ: Billy ມີແວວໃນການຮ້ອງເພງຕັ້ງແຕ່ອາຍຸ3ປີ ໂດຍມັກໄປຮ້ອງເພງເລື້ອຍໆຢູ່ທີ່ສູນກິລາໂບລິງ ແລະກໍ່ກາຍເປັນຂັວນໃຈຂອງຫລາຍໆຄົນທີ່ມາພົບເຫັນໃນສະໜາມໂບລິງດັ່ງກ່າວ ! Billy ເປັນທີ່ຮູ້ຈັກຫລາຍຂື້ນຈາກການເຂົ້າຮ່ວມຮ້ອງເພງໃນລາຍການໂທລະພາບ GMA Network television show ! ຈາກນັ້ນອາຍຸໄດ້11ປີ ກໍ່ເລີ່ມເຂົ້າຝຶກທັກສະການຮ້ອງເພງ ແລະການສະແດງຢ່າງເປັນຈິງເປັນຈັງໃນສະຖາບັນການສຶກສານາໆຊາດຢູ່ປະເທດຟິລິປິນ !

(ເພງ)

ນ: Billy Crawford ນັກຮ້ອງດັງຈາກນະຄອນຫລວງມະນິລາ ປະເທດຟິລິປິນ, ທີ່ເຊື້ອສາຍຟິລິປິນ-ອາເມຣິກາ ! ພາຍຫລັງຮຽນຈົບຈາກສະຖາບັນການສຶກສານາໆຊາດ ຄຣີສຕຽນແລ້ວ ກໍ່ໄດ້ທ້າທາຍຄວາມສາມາດຂອງຕົນເອງໂດຍການບິນໄປສູ່ນະຄອນ ຫລວງນິວຍອກ ສະຫາລັດອາເມຣິກາ ທີ່ເປັນບ້ານເກີດຂອງພໍ່ລາວເອງ: Jack Crawford ກັບອາຊີບເສັ້ນທາງນັກດົນຕີ !

ລ: ໃນຂະນະທີ່ຢູ່ສະຫາລັດອາເມຣິກາ, Billy ໄດ້ມີການສະແດງຄອນເສີດຢ່າງຕໍ່ເນື່ອງທົ່ວນະຄອນຫລວງນິວຍອກ ແລະອອກໄປສູ່ລັດອື່ນໆ, ຈົນເປັນທີ່ຮູ້ຈັກ ແລະເປັນທີ່ຍອມຮັບໃນດ້ານຄວາມສາມາດ ຂອງແຟນເພງທົ່ວອາເມຣິກາ ! ຈາກນັ້ນ Billy ບໍ່ຂໍຢຸດຄວາມດັງ, ບິນຕໍ່ໄປສະແດງຄອນເສີດໃຫຍ່ ໃນ2ປະເທດ: ອັງກິດ ແລະຝຣັ່ງ ! ແລະປິດທ້າຍກັບຫລາຍປະເທດໃນເຂດອາຊີ !

ນ: ປັດຈຸບັນ Billy Crawford ເປັນທີ່ຮູ້ຈັກກັນດີໃນນາມນັກຮ້ອງຄຸນນະພາບຂອງປະເທດຟິລິປິນ ທີ່ໄປສ້າງຊື່ສຽງຢູ່ຫລາຍປະເທດ ທັງໃນຢູໂຣບແລະອາຊີ ! ກັບຜົນງານເພງທີ່ອອກມາທັງໝົດ 5ອະລາບ້ຳ ເຊິ່ງແຕ່ລະອາລະບ້ຳກໍ່ລ້ວນແຕ່ປະສົບຜົນສຳເລັດໃນດ້ານຍອດຂາຍ ! ໃນນັ້ນກໍ່ມີ: Billy Crawford(1999), Ride(2002), Big City(2005), It's Time(2007) ແລະ Groove(2009) !
1 2