Billy Joe Crawford ແລະ Hu Ge

(GMT+08:00) 2012-03-20 09:57:07     cri

 
Hu Ge ນັກ​ຮ້ອງ ​ແລະ ນັກສະ​ແດງ ຈາກ​ຊຽງ​ໄຮຂອງ​ຈີນ ​ແລະ Hu Ge ​ແມ່ນ​ເປັນ​ທີ່​ຮູ້​ຈັກ ​ແລະ ມີ​ຊື່ສຽງ​ໃນ​ບົດບາດ ຂອງ Li Xiaoyao ​ໃນ​ລະ​ຄອນ​​ໂທລະພາບ​ເລື່ອງ​ຍາວ Chinese Paladin

Hu Ge ​ເປັນ​ລູກ​ຄົນ​ດຽວ ​ເກີດ ​ແລະ ​ໃຫຍ່​ໃນ​ຊຽງ​ໄຮ້ ​ແລະ ຈົບການ​ສຶກສາ​ຈາກສະຖາບັນການສະ​ແດງ Shanghai Theater Academy ​ໃນ​​ເດືອນ ກໍລະ​ກົດ    ປີ 2005 ພາຍຫຼັງທີ່ ສ້າງ​ຊື່ສຽງ ຈາກ​ລະຄອນ ​ເລື່ອງ Chinese Paladin ​ໃນ​ປີ 2004
ພິ​ເສດ​ຍັງ​ມີ​ການ​ຮ້ອງ​ເພງ ປະກອບ​ໃຫ້​ກັບ​ລະຄອນ​ເລື່ອງ​ດັ່ງກ່າວ ​ເຊິ່ງ​ແມ່ນ​ຈຸດ​   ເລີ່​ມຕົ້ນ ​ໃນ​ການ​ຫັນປ່ຽນ ມາ​ເປັນ​ນັກ​ຮ້ອງ​ໂດຍ​ຄຽງຄູ່​ກັບ​ການສະ​ແດງ ຫຼັງຈາກ​ນັ້ນHu Ge ກໍ​ໄດ້​ຮັບຫຼາຍບົດບາດ ​ໃນ​ການສະ​ແດງຮູບ​ເງົາ ຫຼາຍ​ເລື່ອງ ​ເຊັ່ນ The Ghost Inside, The 601st Phone Call
​ໃນ​ທ້າຍ​ປີ 2008 ​ໄດ້​ຮ່ວມ​ສະ​ແດງ ​ໃນ​ຮູບ​ເງົນ​ເລື່ອງ Butterfly Lovers ​ແລະ ການສະ​ແດງ ​ໃນ​ບົດບາດ Guo Jing ​ໃນ​ລະຄອນ ​ເລື່ອງ The Legend of the Condor Heroes  ທີ່​ສ້າງ​ຈາກ​ນະວະນິຍາຍ​ຊື່​ດັງ ທີ່​ໄດ້​ຮັບ​ລາງວັນ ​ໂນ​ເວ​ວ ຂອງ Louis Cha
Hu Ge ​ໄດ້​ຂັບ​ຮ້ອງຫຼາຍບົດ​ເພງ ​ເພື່ອ​ປະກອບ​ໃຫ້​ກັບ ລະ​ຄອນ​ທີ່​ຕົວ​ເອງ​ໄດ້​ສະ​ແດງ ​ແລະ ​ໃນ​ວັນ​ທີ 15 ຂອງເດືອນພຶດສະພາ ປີ 2008 Hu Ge ຈຶ່ງ​ໄດ້​ປ່ອຍ​ອະ​ລະບຳ​ຊຸດ​ທຳ​ອິດຂອງຕົນ ອອກ​ມາ ​ໃນ​ອະ​ລະ​ບ້ຳ Start ​ເຊິ່ງໝາຍ​ເຖິງ​ການ​ເລີ່ມຕົ້ນ ສຳລັບ​ຜົນງານ ອະ​ລະ​ບ້ຳ​ເຕັມ ທີ່​ປະກອບ​ມີ ທັງໝົດ 10 ​ເພງ​ດ້ວຍ​ກັນ
 
1 2