Jacob Guay ແລະ Qing chun mei shao nu

(GMT+08:00) 2012-03-20 10:09:45     cri


ນ: ເຂົ້າມາໄລຍະນີ້ພວກເຮົາກໍ່ມີນັກຮ້ອງພອນສະຫວັນໄວອາຍຸ13ປີ ຈາກປະເທດການາດາອີກຄົນໜຶ່ງມາແນະນຳໃຫ້ມິດລາຍການໄດ້ຮູ້ຈັກ ! ເຊິ່ງກ່ອນໜ້ານີ້ກໍ່ເຄີຍນຳເອົາສິລະປິນດັງຈາກປະເທດດັ່ງກ່າວມາແນະນຳແລ້ວ ນັ້ນກໍ່ຄື Justin Bieber ນັກຮ້ອງດັງຈາກລັດ Ontario ! ແຕ່ພິເສດນັກຮ້ອງທີ່ພວກເຮົາເອົາມາແນະນຳມື້ນີ້ ມີອາຍຸນ້ອຍກວ່າ Justin Bieber ເຖິງ5ປີ, ນອກນັ້ນຍັງມີຄວາມສາມາດ ແລະນ້ຳສຽງການຮ້ອງທີ່ໃກ້ຄຽງກັນ !

ລ: ມາຮູ້ຈັກໜຸ່ມນ້ອຍໄວອາຍຸ13ປີຄົນນີ້ ໃນນາມ: Jacob Guay ! ນັກຮ້ອງດັງມາຈາກເມືອງເບໂລອິວ ລັດຄິວເບກ,  ທີ່ພວມມາແຮງ ແລະຖືກຈັບຕາເບິ່ງເປັນພິເສດຈາກແຟນເພງໃນທົ່ວໂລກ ໂດຍສະເພາະໃນປະເທດການາດາເອງ ! ເນື່ອງຈາກເປັນນັກຮ້ອງພອນສະຫວັນອາຍຸນ້ອຍ ທີ່ຖືກນຳມາປຽບທຽບຫລາຍທີ່ສຸດ ໃນດ້ານຄວາມສາມາດທີ່ຄ້າຍຄືກັບ Justin Bieber ນັກຮ້ອງດັງເຈົ້າຂອງຜົນງານເພງ Baby !

ນ: ເຖິງວ່າ Jacob Guay ຈະມີຮູບແບບການຮ້ອງເພງທີ່ຄ້າຍຄືກັບ Justin Bieber ທັງໃນດ້ານແນວເພງຈັງຫວະດົນຕີ: Pop ແລະ R&B! ເຊິ່ງລວມໄປເຖິງການຫລີ້ນເຄື່ອງດົນຕີ2ຊະນິດທີ່ຄ້າຍຄືກັນກັບ Justin ນັ້ນກໍ່ຄື: ກີ່ຕ້າ ແລະເປຍໂນ ! ແຕ່ສິ່ງທີ່ໄດ້ປຽບຂອງໜຸ່ມນ້ອຍ Jacobຄົນນີ້ ກໍ່ຄືຄວາມສາມາດໃນການເວົ້າພາສາຝຣັ່ງໄດ້ຢ່າງຄ່ອງແຄ້ວ ! ແລະປັດຈຸບັນກໍ່ໄດ້ມີຜົນງານເພງເປັນພາສາຝຣັ່ງ ອອກມາຫລາຍກວ່າ Versionຂອງພາສາອັງກິດ! 

(ເພງ)

ນ: Jacob Guay ນັກຮ້ອງເຍົາວະຊົນຂອງລັດຄິວເບກ ປະເທດການາດາ, ໄດ້ເລີ່ມຕົ້ນຊີວິດການເປັນນັກຮ້ອງນຳມືອາຊີບໃນປີ2009 ຫລືໃນໄວອາຍຸ10ເທົ່ານັ້ນ ! ພາຍໃຕ້ສັງກັດຂອງຄ້າຍເພງ Orange Music ທີ່ເປັນຄ້າຍເພງໃນປະເທດການາດາ ສ້າງຕັ້ງຂື້ນໃນປີ2003 ! ແລະກໍ່ເປັນຄ້າຍເພງທີ່ມີການຜະລິດສິລະປິນດັງຫລາຍຄົນອອກມາສູ່ວົງການເພງທັງໃນການາດາເອງ ແລະທົ່ວຢູໂຣບ ! ເປັນຕົ້ນກໍ່ມີ: Katy Perry, Colbie Caillat, Emily Osment ແລະກຸ່ມສິລະປິນ6ສາວ Pussycat Dolls !      

ລ: ແລະພາຍຫລັງການເຊັນສັນຍາກັບຄ້າຍເພງ Orange Music ບໍ່ພໍເທົ່າໃດເດືອນ, ໜຸ່ມນ້ອຍ Jacob ກໍ່ໄດ້ມີການປ່ອຍເພງອະລາບ້ຳທຳອິດອອກມາ ໂດຍໃສ່ຊື່ເປັນພາສາຝຣັ່ງວ່າ: Partir pour les étoiles ທີ່ແປເປັນພາສາອັງກິດວ່າ: Go for the Star ! ເຊິ່ງສ່ວນຫລາຍກໍ່ເປັນເພງທີ່ແຕ່ງຂື້ນມາໃໝ່ ແລະມີບາງເພງທີ່ເປັນການນຳເອົາຜົນງານເພງຂອງສິລະປິນດັງຄົນຝຣັ່ງ ມາຮ້ອງແລະໃສ່ທຳນອງໃໝ່ !

ນ: ປັດຈຸບັນ Jacob Guayໄດ້ມີຜົນງານເພງອອກມາສູ່ຜູ້ຟັງລວມທັງໝົດ 2ອະລາບ້ຳ ໃນນັ້ນກໍ່ມີ: Go for the Star(2009) ແລະ  Si jeune ຫລືມີຊື່ເປັນອະລາບ້ຳພາສາອັງກິດວ່າ: So young(2010) ! ແລະພິເສດທີ່ສ້າງຄວາມແປກໃຈໃຫ້ກັບແຟນເອງຂອງ Jacob Guay, ທີ່ລ່າສຸດໜຸ່ມນ້ອຍຄົນນີ້ໄດ້ການເປີດໂຕເພງໃໝ່ ທີ່ມີ Karl Wolf ນັກຮ້ອງແນວເພງປອບ ທີ່ມີຊື່ສຽງໂດ່ງດັງໃນປະເທດເລບານອນມາຮ່ວມສ້າງສັນກັບຜົນງານເພງ: Dis moi sit u vois ຫລືວ່າ: Tell Me If You See !
1 2