Jacob Guay ແລະ Qing chun mei shao nu

(GMT+08:00) 2012-03-20 10:09:45     cri


 



青春美少女 Qing chun mei shao nu ປະກອບ ​ດ້ວຍ​ຍິງ5​ຄົນ,​ ສະມາຊິກ​ຂອງ​ວົງ​ລ້ວນ​ແຕ່​ເປັນ​ຜູ້​ຍິງທີ່​ມີ​ ອາຍຸ​ແຕ່10​ປາຍປີ​ ຫາ 20​ປີ,​​ ຖ້າກາຍ21​ປີ​ແລ້ວ​ກໍ່​​ເລືອກ​ຄົນ​ໃໝ່​ເຂົ້າ​ແທນ​, ນັບ​ແຕ່​ມື້​ສ້າງ​ຕັ້ງ​ວົງ​ມາ​ຮອດ​ປະຈຸ​ບັນ​ໄດ້15​ປີ​​ປະກອບ​ມີ4ລຸ້ນ​
​ໃນປີ1996, ບໍລິສັດ​ພັດທະນາ​ສິລະ​ປະ​ໂທລະພາບ​ ແລະ​ ຮູບ​ເງົາ Qing chun niao ປັກ​​ກິ່ງ​ໄດ້​ໄປເຂດ​ແຂວງຕ່າງໆ​ໃນ​ທົ່ວ​ປະ​ເທດ​ເພື່ອຄັດ​ເລືອກ​ເດັກຍິງ​ທີ່ຮ້ອງ​ເພງ​ແລະ​ເຕັ້ນ​ເກັ່ງ.​ໃນ​ທີ່​ສຸດ​ໄດ້​ເລືອກ​ເອົາ 5 ​ຄົນ​ປະກອບ​ເປັນ​ວົງ ເປັນ​ Qing chun mei shao nu ລຸ້ນທຳ​ອິດ,
ທາງ​ບໍລິສັດ​ໄດ້ຝຶກ​ອົບຮົມ​​ເດັກ​ຍິງ 5​ຄົນ​ນີ້​ໃນ​ດ້ານ​ຕ່າງໆ​ເຊັ່ນ​ການ​ຮ້ອງ​ເພງ,​ເຕັ້ນ​ລຳ, ການສະ​ແດງ​,​ ແລ້ວ​ວົງ​ນີ້​ກໍ່​ໄດ້​ຮັບ​ໂອກາດ​ຕາງໜ້າ​​ຈີນ​​ໃນ​ການ​ເຂົ້າ​ຮ່ວມ​ກິດຈະກຳ​ແລກປ່ຽນ​ວັດທະນະທຳ​ທີ່​ຍີ່ປຸ່ນ

ປີ1998​ໄດ້​ອອກ​ອາ​ລະ​ບ້ຳ​ຊຸດ​ທຳ​ອິດ​ທີ່​ມີ​ຊື່ວ່າ happy baby, ​ອາ​ລະ​ບ້ຳ​ຊຸດ​ນີ້​ໄດ້​ຮັບ​ຄວາມ​ນິຍົມ​ຫຼາຍ. ​Qing chun mei shao nu ໄດ້​ດັງ​ຂຶ້ນ​ໃນ​ທ້າຍ​ປີ1990, ຕໍ່​ມາ​ໄດ້​ປ່ຽນ​ສະມາຊິກ​ວົງ​ມາ​ເປັນ​ລຸ້ນທີ2, ທີ3​,​ ​ໄດ້​ມີຫຼາຍ​ເພງ​ອອກ​​ມາ,​ແລະ​ບາງ​ເພງ​ກໍ່ໄດ້​ຮັບ​ຄວາມ​ນິຍົມ​ຫຼາຍ.​ ແຕ່​ເມື່ອ​ທຽບ​ກັບ​ວົງ​ລຸ້ນທຳ​ອິດ​ແລ້ວ,​ແມ່ນ​ໄດ້​ຮັບ​ຜົນສຳ​ເລັດ​ບໍ່​ດີ​ປານ​ໃດ​.ຊື່ສ​ຽງຂອງ​ວົງ​ກໍ່​ຄ່ອຍໆ​​ຈາງ​ລົງ.
 
ຈົນ​ມາ​ຮອດ​ຕົ້ນ​ປີ2009,​ ເພງ​ເກົ່າ​ຂອງ​ວົງ​ທີ່​ອອກ​ໃນ​ປີ2004 ​ຄື​ເພງ​I miss you ດັງ​ຂຶ້ນ​​ແບບ​ຂ້າມ​ຄືນ​ຈາກ​ເວັບ​ໄຊ​ແລ້ວ​ເຜີຍ​ແຜ່​ໄປ​ທົ່ວ​ປະ​ເທດ.​ ສະພາບ​ດັງ​ຂອງ​ເພງ​ນີ້​ໜ້າ​ເຫຼືອ​ເຊື່ອແລະ​ກໍ່ເຮັດ​ໃຫ້​ວົງ Qing chun mei shao nu ​ດັງ​ຂຶ້ນຄືນ​ໃໝ່.
ປະຈຸ​ບັນ, Qing chun mei shao nu ​​ເປັນ​ລຸ້ນທີ4​ ທີ່​ຫ້າວຫັນ​ຝຶກ​ການ​ຮ້ອງ​​ເພງ​ແລະ​ເຕັ້ນ​ລຳ​ເພື່ອ​ກະກຽມ​ຕະ​ເວນຈັດ​ຄອນ​ເສີດ​ດ່ຽວທົ່ວ​ໂລກ​2011,ຄື​ຄັ້ງ​ທຳ​ອິດ​ຈະ​ຈັດ​ທີ່ນະຄອນຫຼວງ​ປັກ​ກິ່ງ​,​ຈາກ​ນັ້ນມີຍີ່​ປຸ່ນ, ​ສ​ ​ເກົາຫຼີ, ອົດສຕຼາລີ​
 
 
1 2