Elena Alexandra Apostoleanu ແລະ  Yin Guo Xiong Di

(GMT+08:00) 2012-03-20 10:36:22     cri



ນ: ເຂົ້າມາໄລຍະນີ້ພວກເຮົາກໍ່ມີປະຫວັດຂອງນັກຮ້ອງສາວໜ້າໃໝ່ ທີ່ມາປະດັບໃນວົງການເພງຂອງປະເທດໂຣມາເນຍ ມາແນະແນະນຳ ! ກັບສາວໄວອາຍຸ26ປີຄົນນີ້: Elena Alexandra Apostoleanu ຫລືເປັນທີ່ຮູ້ຈັກກັນດີໃນນາມຂອງ Inna ! ເຊິ່ງ ສາວຕາຄົມ ຜົມດຳຄົນນີ້ ຫາກໍ່ກ້າວເຂົ້າສູ່ວົງການເພງໃນປີ2008ທີ່ຜ່ານມາ, ແຕ່ປັດຈຸ ບັນຄວາມສາມາດ ນອກຈາກຈະເປັນທີ່ຍອມຮັບຂອງຜູ້ຟັງທົ່ວໂຣມາເນຍແລ້ວ ຍັງໄປມີຊື່ສຽງກັບຫລາຍປະເທດໃນຢູໂຣບນຳອີກ !

ລ: Inna ກ້າວເຂົ້າສູ່ວົງການເພງຈາກການສະໜັບສະໜູນຂອງຄອບຄົວ ທີ່ສັງເກດເຫັນພອນສະຫວັນໃນການຮ້ອງເພງຂອງລາວມາແຕ່ນ້ອຍ ! ຈາກນັ້ນເມື່ອໃຫຍ່ຂື້ນມາ ກໍ່ໄດ້ມີໂອກາດຟັງເພງຫລາຍປະເພດ ບໍ່ວ່າຈະເປັນແນວເພງPop, Hiphop, R&B, Soul, Country ແລະ Rock ! ແຕ່ວ່າແນວເພງທີ່ສາວຄົນນີ້ມັກ ແລະ ຫລົງໃຫລຫາຍທີ່ສຸດກໍ່ແມ່ນຈັງຫວະດົນຕີ Pop ທີ່ມີການປະສົມປະສານກັບການເຕັ້ນ !

ນ: ແລະນອກຈາກອາຊີບການເປັນນັກຮ້ອງແລ້ວ, ປັດຈຸບັນ Inna ຍັງໄດ້ພັດທະນາຄວາມສາມາດຂອງຕົນເອງໄປສູ່ການເປັນນັກແຕ່ງເພງມືອາຊີບນຳອີກ ! ເຊິ່ງຕອນນີ້ລາວເອງ ກໍ່ໄດ້ໃຫ້ຄວາມສົນໃຈເປັນພິເສດກັບຈັງຫວະດົນຕີ House ທີ່ມີການປະສົມກັບດົນຕີຫລາຍຊະນິດ ບໍ່ວ່າຈະເປັນການເອົາເພງ PopປະສົມກັບHiphop ຫລືການເອົາດົນຕີຍ້ອນຍຸບແບບ Country ປະສົມກັບແນວເພງ R&B ໃນປັດຈຸບັນໃຫ້ເຂົ້າກັນຢ່າງລົງໂຕ !

(ເພງ)

ນ: Inna ນັກຮ້ອງດັງຂອງລັດມັງກາເລຍ ປະເທດໂຣມາເນຍ ! ກ່ອນໜ້ານີ້ແມ່ນເຄີຍເປັນນັກຮ້ອງໃນສັງກັດຂອງຄ້າຍເພງ AATW Records ຫລືມີຊື່ເຕັມວ່າ: All Around the World Records ທີ່ເປັນເຄື່ອຄ່າຍຂອງຄ້າຍເພງໃຫຍ່ໃນອາເມຣິກາ: Universal Music Group ! ກັບຜົນງານເພງທີ່ປ່ອຍອອກມາທຳອິດ ໂດຍໃສ່ຊື່ວ່າ: Hot ! ຈາກນັ້ນເພງດັ່ງກ່າວກໍ່ Hot ຮ້ອນແຮງຕາມຊື່, ໂດດຂື້ນອັນດັບ5ຂອງປະເທດໂຣມາເນຍ ແລະກາຍເປັນເພງດັງໃຫລາຍປະເທດ !

ລ: ແລະຈາກຄວາມສຳເລັດດັ່ງກ່າວ,  Inna ຈິ່ງໄດ້ປ່ອຍຜົນງານເພງອອກມາຢ່າງຕໍ່ເນື່ອງ ເປັນຕົ້ນກໍ່ມີເພງ: Love ທີ່ຕໍ່ມາໄດ້ກາຍເປັນເພງດັງອັນດັບ1ໃນປະເທດສະເປນ ! ກັບຍອດຂາຍທີ່ສູງເຖິງ 40,000ແຜ່ນ ! ກັບລາງວັນເພງດີເດັ່ນທີ່ມອບໂດຍສະມາຄົມການຜະລິດເພງຂອງປະເທດສະເປນ ! ແລະຕໍ່ດ້ວຍເພງ Sun Is Up ທີ່ໂດດຂື້ນອັນດັບ1ໃນບັງກາເລຍ ແລະຕິດ1ໃນ3ເພງດັງຂອງຫລາຍປະເທດ ບໍ່ວ່າຈະເປັນ Turkey, France, Romania, Russia, and Switzerland !

ນ: ປັດຈຸບັນ Inna ໄດ້ມີຜົນງານເພງອອກມາທັງໝົດ2ອະລາບ້ຳ ແຕ່ກໍ່ເປັນ2ອະລາບ້ຳຄຸນນະພາບທີ່ໄດ້ຮັບຄວາມນິຍົມສູງໂດຍທົ່ວໄປໃນຢູໂຣບ ເປັນຕົ້ນກໍ່ມີ: Hot(2009) ແລະ I Am the Club Rocker(2011) ! ແລະມີຂ່າວຈະມີການເປີດໂຕອະລາບ້ຳ   ໃໝ່ລ່າສຸດໃນກາງປີ2012ນີ້ ! ເຊິ່ງຕອນນີ້ ລາວເອງກໍ່ຍັງມີການສະແດງຄອນເສີດໃນຫລາຍປະເທດ ກັບງານ: I Am The Rocker Tour ! 
1 2